admin – ສນຕ-BEI https://bei.maf.gov.la BEI-MAF Wed, 01 Oct 2025 03:47:31 +0000 en-US hourly 1 https://wordpress.org/?v=4.7.29 https://bei.maf.gov.la/wp-content/uploads/2022/09/cropped-BEI-icon-32x32.jpg admin – ສນຕ-BEI https://bei.maf.gov.la 32 32 Lightning Link Casino Slots https://bei.maf.gov.la/?p=2184 https://bei.maf.gov.la/?p=2184#respond Tue, 03 Dec 2024 15:14:28 +0000 http://bei.maf.gov.la/?p=2184 Tekanlah suis dan meyediakan diri untuk menikmati slot bet 400 perjalanan elektrik slots ini dengan Lightning Link Casino – permainan slot kasino baru yang paling hebat daripada Aristocrat!Pencipta permaianan terbaru 2023 Heart of Vegas, Cashman Casino Mighty Fu Casino membawakan anda satu lagi pengalaman slot kasino percuma yang hebat ke dalam telefon bimbit anda! Mulakan pengembaraan kasino slot free games anda sekarang dengan menyelesaikan misi-misi setiap hari yang mencabarkan dan menyeronokan untuk mendapatkan titik-titik kilat

]]>
https://bei.maf.gov.la/?feed=rss2&p=2184 0
ຝຶກອົບຮົມ ການສ້າງເວັບໄຊສະຖາບັນ https://bei.maf.gov.la/?p=1830 https://bei.maf.gov.la/?p=1830#respond Mon, 05 Sep 2022 08:04:15 +0000 http://bei.maf.gov.la/?p=1830

ຝຶກອົບຮົມ ການສ້າງເວັບໄຊຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໃນລະຫວ່າງວັນທີ 29 ສິງຫາ ເຖິງ 2 ກັນຍາ 2022 ທີ່ຫ້ອງປະຊຸມ ຊັ້ນ 2 ສະຖາບັນ.  ໂດຍການເປັນປະທານຂອງ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຫົວໜ້າສະຖາບັນ. ໃນນັ້ນໄດ້ຮັບເຊີນຄູຝຶກຈາກສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ມີຜູ້ເຂົ້າຮ່ວມທັງໜົດ 9 ທ່ານ, ຍິງ 6 ທ່ານ ຈາກສູນບໍລິການນະວັດຕະກຳ ກະສິກຳ.adult bouncy castle

 

]]>
https://bei.maf.gov.la/?feed=rss2&p=1830 0
ສະຫຼຸບການຈັດຕັ້ງປະຕິບັດວຽກງານ ໂຄງການ 1 ພະແນກ/ສູນ 1 ຜະລິດຕະພັນ ແລະ ຜ່ານແຜນການທິດທາງໃນຕໍ່ໜ້າ ຂອງ ສນຕ https://bei.maf.gov.la/?p=1629 https://bei.maf.gov.la/?p=1629#respond Wed, 30 Dec 2020 08:35:25 +0000 http://bei.most.gov.la/?p=1629 ວັນທີ 30 ທັນວາ 2020 ຜ່ານມານີ້, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ(ສນຕ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ(ກວຕ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2020, ແຜນການ ປະຈຳປີ2021 ແລະ ສະຫຼຸບໂຄງການ 1 ພະແນກ ສູນ 1 ຜະລິດຕະພັນ ໂດຍເປັນກຽດຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາ ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສະຖາບັນ ພາຍໃນ ກວຕ ພ້ອມດ້ວຍພະນັກງານຂອງສະຖາບັນດັ່ງກ່າວເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຄຳແພງ ໂພທິຈິດໂຕ, ຮອງຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຜ່ານບົດສະຫຼຸບປະຈຳປີ 2020 ແລະ ທິດທາງແຜນການປີ 2021 ວ່າ: ສນຕ ປະກອບມີ 6 ພະແນກ 4 ສູນ, ພະນັກງານທັງໝົດມີ 67 ຄົນ, ຍິງ 39 ທ່ານ, ໃນນີ້ປະລິນຍາເອກ 3 ທ່ານ, ປະລິນຍາໂທ 21 ທ່ານ , ປະລິນຍາຕີ 42 ທ່ານ ແລະ ຊັ້ນສູງ 1 ທ່ານ, ກຳລັງສຶກສາຕໍ່ປະລິນຍາໂທ ແລະ ເອກ ຈຳນວນ 9 ທ່ານ, ຍິງ 5 ທ່ານ, ໃນນັ້ນ ຮຽນພາຍໃນປະເທດ 1 ທ່ານ ເປັນຍິງ. ຕະຫຼອດໄລຍະ 1 ປີທີ່ຜ່ານມາ ສນຕ ສາມາດຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຊຶ່ງສາມາດຍາດຜົນງານໄດ້ຫຼາຍດ້ານເຊັ່ນ: ວຽກງນຄົ້ນຄວ້າ ແລະ ພັດທະນາ ໄດ້ສຶກສາຊະນິດພັນພຶດຜັກທຳມະຊາດທີ່ເປັນອາຫານຢູ່ 6 ແຂວງພາກເໜືອ ຈຳນວນ 506 ຊະນິດ, ຄົ້ນຄວ້າຫຍິບຕົວແບບພຶດແຫ້ງ, ຊັບຊ້ອນຕົວແບບຊາກພຶດແຫ້ງຫາຊື່ວິທະຍາສາດ ແລະ ບັນທຶກຂໍ້ມູນເຂົ້າໃນໂປຣແກຣມເພື່ອຄຸ້ມຄອງ ແລະ ເກັບຮັກສາໄວ້ ໄດ້ຈຳນວນ 60 ຕົວຢ່າງ; ຄົ້ນຄວ້າອະນຸລັກທຶກໄວ້ໃນເຮືອນຮົມເຊັ່ນ: ພຶດເປັນອາຫານ, ດອກເຜີ້ງທີ່ເປັນຢາ ແລະ ໄມ້ປະດັບ, ຂະຫຍາຍຊະນິດແນວພັນພຶດຈາກການເພາະລ້ຽງເນື້ອເຫື້ອເປັນຕົ້ນບອນສີ 09 ຊະນິດ, ດອກເຜີ້ງປ່າ, ໝາກຫຸ່ງພັນດີ, ພຶດນ້ຳ, ມັນຂາໄກ່(ໂສມດາກຈິງ) ແລະ ສຶກສາວິທີການອະນຸບານພຶດກິນແມງໄມ້; ສຶກສາຄົ້ນຄວ້າສູດອາຫານໃນການເພາະລ້ຽງຖັງເຊົ່າ ໄດ້ຈຳນວນ 6 ສູດ; ສຶກສາຄົ້ນຄວ້ານ້ຳໝັກຊີວະພາບ ແລັກໂຕບາຊີລັດ, ເຕັກນິກການປຸງແຕ່ງ ກະທຽມດຳ, ເຊື້ອຣາທາຍໂກຣໍເດີມາ ເພື່ອໃຊ້ໃນການຄວບຄຸ້ມເຊື້ອພະຍາດພຶດ, ຄົ້ນຄວ້າປຸງແຕ່ງຝຸ່ນປົ່ມຊີວະພາບ ໄດ້ 4 ຜະລິດຕະພັນ(4ສູດ); ສຶກສາຂະຫຍາຍເຊື້ອເຫັດປ່າ; ສຶກສາຄົ້ນຄວ້າເຕັກນິກການປຸງແຕ່ງຜະລິດຕະພັນສັດ ໄດ້ 5 ສູດ , ເຕັກນິກການເຮັດສະຕາບສັດແຫ້ງ 1 ສູດ; ສຶກສາຄົ້ນຄວ້າເຕັກນິກກ່ນລ້ຽງມອນ-ລ້ຽງມ້ອນ ແລະ ການປຸງແຕ່ງຊາໃບມອນ, ຊາຂີ້ມອນ, ສະກັດນ້ຳມັນຫອມລະເຫີຍຈາກພຶດ. ວຽກງານພັດທະນາແມ່ນ: ສຳເລັດການພິມປື້ມ ຜົນການຄົ້ນຄວ້າ ກວດສອບ ແລະ ປະເມີນຄວາມສ່ຽງຂອງທາດກຳມັນຕະພາບລັງສີ; ສຳເລັດການປຸງແຕ່ງຜະລິດຕະພັນສັດ ເປັນຕົ້ນໄຂ່ເຄັມ, ໄສ້ກອກ, ໄຂ່ຕູນ, ໄຂ່ກາເຟ, ຊີ້ນຢ້າງ ເພື່ອເປັນສິນຄ້າ; ຂະຫຍາຍເບ້ຍກ້ວຍ ຈຳນວນ 1300 ເບ້ຍ ແລະ ບອນສີ 390 ໂຖ, ຜະລິດຫົວເຊື້ອເຫັດ ໄດ້ຈຳນວນ 100 ຂວດ; ຕິດຕາມຜົນການຄົ້ນຄວ້າ ແລະ ທົດລອງສູດອາຫານໃນການເພາະລ້ຽງເຫັດຖັງເຊົາສັງເຄາະ.
ດ້ານວຽກງານຄຸ້ມຄອງ: ສຳເລັດຮ່າງຄູ່ມື, ແບບຟອມສັນຍາ ວ່າດ້ວຍການເຂົ້າເຖິງ ແລະ ການແບ່ງປັນຜົນປະໂຫຍດຈາກການນຳໃຊ້ຊັບພະຍາກອນພັນທຸກຳ ເພື່ອເປັນການຄ້າ ໃນມາດຕາທີ 24 ຂອງກົດໝາຍວ່າດ້ວຍຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ.
ສຳລັບໂຄງການ 1 ພະແນກ/ສູນ 1 ຜະລິດຕະພັນ, ມີ 11 ໂຄງການຍ່ອຍ ລວມມີ 10 ກວ່າຜະລິດພັນ ຄື: ຄົ້ນຄວ້າການປູກໄມ້ປະດັບ ແລະ ດິນປູກສຳເລັດຮູບເປັນສິນຄ້າ; ຄົ້ນຄວ້າສ້າງຝຸ່ນບົ່ມຊີວະພາບ ໂດຍການສ້າງຫົວເຊື້ອໝັກຈຸລິນຊີ EM (Effective microorgsnism ) ແລະ ຫົວເຊື້ອ Trichodermasp ຄວບຄຸມສາເຫດການເກີດຂອງພະຍາດພຶດ; ຄົ້ນຄວ້າການຖອດຮີດນ້ຳມັນຫອມລະເຫີຍຈາກພືດ, ແປຮູບເປັນສະເປໄລ່ຍຸງ ແລະ ອື່ນໆ. ຄົ້ນຄວ້າຂະຫຍາຍພັນພັນດອກໄມ້ປະດັບ ແລະ ພຶດໃຫ້ໝາກຈາກເນື້ອເຍື່ອເປັນສິນຄ້າ; ສ້າງຄູ່ມືການເຖິງ ແບ່ງປັນຜົນປະໂຫຍດໃນການນຳໃຊ້ພັນທຸກຳແບບສະເໜີພາບດ້ານການຄ້າ (ABS-Bio-Trade); ສ້າງເວບໄຊ໌ສະຖາບັນນິເວ້ວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ; ຄົ້ນຄວ້າການປຸງແຕ່ງ ແລະ ຫຸ່ມຫໍ່ຜະລິດຕະພັນສັດເປັນສິນຄ້າ; ຄົ້ນຄວ້າການເຮັດສັດແຫ້ງ(ສະຫຼາບ)ໃກ້ຈະສູນພັນ; ຄົ້ນຄວ້າສ້າງຜະລິດຕະພັນຊາໃບມອນ; ຄົ້ນຄວ້າວິທີການສົ່ງເສີມ ແລະ ບໍລິການຜົນການຄົ້ນຄວ້າ-ພັດທະນາ ແລະ ຄົ້ນຄວ້າສ້າງຂໍ້ກຳນົດການຄຸ້ມຄອງບໍລິຫານຂອງ ສນຕ.
ນອກຈາກນັ້ນ, ຍັງໄດ້ມີວຽກງານຮ່ວມມືພາຍໃນ ແລະ ຕ່າງປະເທດ ໄດ້ສຳເລັດການເຊັນບົດບັນທຶກຮ່ວມມືວ່າດ້ວຍການຄົ້ນຄວ້າ ແລະ ທົດລອງຜະລິດຕະພັນເຫຼົ້າ 90 ໃນສປປ ລາວ, ຮ່ວມກັບບໍລິສັດເຫຼົ້າລາວຈຳກັດ; ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ, ຮ່ວມມືການປູກມອນ-ລ້ຽງມ້ອນ ກັບ ບໍລິສັດ ສອງມືນາງ. ພ້ອມກັນນັ້ນ, ຍັງໄດ້ຮ່ວມມືກັບ ສປ ຈີນ ເຊັ່ນ: ມະຫາວິທະຍາໄລ ຊູໂຈ, ສວນພຶກສາສາດ ສິບສອງພັນນາ, ສວນພຶກສາສາດ ຮົງກົງ ແລະ ອື່ນໆ.c2j bouncy castle
ສຳລັບທິດທາງແຜນການໃນປີ 2021 ແມ່ນສືບຕໍ່ການຜັນຂະຫາຍຜົນສຳເລັດໃນການສ້າງຜະລິດຕະພັນ gold medicals ຈາກການຄົ້ນຄວ້າອອກສູ່ສັງຄົມໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນສະກັດນ້ຳມັນຫອມລະເຫີຍຈາກໝາກຂີ້ຫູດ, ຫົວສີໄຄ ເພື່ອໃຫ້ໄດ້ປະລິມານເພີ່ມຂຶ້ນ, ການອະນຸລັກພຶດສົດໄວ້ໃນເຮືອນຮົ່ມເຊັ່ນ: ພຶດເປັນຢາ, ພຶດເປັນອາຫານ, ດອກເຜີ້ງທີ່ເປັນຢາ ແລະ ໄມ້ປະດັບ, ຂະຫຍາຍຊະນິດແນວພັນພຶດອື່ນໆຈາກການເພາະລ້ຽງເນື້ອເຍື່ອ; ຕິດຕາມຜົນການທົດລອງປູກພຶດ ໂດຍນຳໃຊ້ຝຸ່ນໝັກໃບໄມ້ ເພື່ອສຶກສາຄ່າອັດຕາຄວາມເໝາະສົມການນຳໃຊ້ຝຸ່ນກັບແຕ່ລະຊະນິດພຶດ; ດຳເນີນການຄົ້ນຄວ້າທົດລອງສູດອາຫານໃນການເພາະລ້ຽງເຊື້ອຖັງເຊົາ ແລະ ຕິດຕາມຜົນຂອງການຄົ້ນຄວ້າ; ການອະນຸລັກດອກເຜີ້ງປ່າທີ່ໄດ້ຈາກການເພາະລ້ຽງເນື້ອເຍື່ອ ຈຳນວນ 30 ຊະນິດ ຢູ່ເຮືອນອະນຸບານ ແລະ ສືບຕໍ່ສຶກສາການຄົ້ນຄວ້າວິທີການຂະຫຍາຍພັນພຶດນ້ຳ ຈຳນວນ 9 ຊະນິດ; ສືບຕໍ່ກະກຽມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສຶກສາຄົ້ນຄວ້າການປຸງແຕ່ງຜະລິດຕະພັນພຶດເປັນຢາຮ່ວມກັບບໍລິສັດເຫຼົ້າມິດຕະພາບ ຈຳກັດ.
ຂ່າວ ແລະ ພາບ: ແສງທອງ ວັນນະທຳ.
]]>
https://bei.maf.gov.la/?feed=rss2&p=1629 0
ພິທີເປີດນຳໃຊ້ທາງ SRB ເຂົ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ https://bei.maf.gov.la/?p=1235 https://bei.maf.gov.la/?p=1235#respond Mon, 01 Jun 2020 15:50:20 +0000 http://localhost/bei/?p=1235 ໃນຕອນເຊົ້າວັນທີ 1 ມິຖຸນາ 2020, ທີ່ສະຖາບັນ ນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວິພາບ, ກະຊວງ ວິທະຍາ

ສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ມີພິທີຕັດແຖບຜ້າເປີດນໍາໃຊ້ເສັ້ນທາງເຂົ້າ-ອອກ ຂອງສະຖາບັນນິເວດວິທະ ຍາ ແລະ ເຕັກໂນໂລຊີ ຊີວະພາບ ກວຕ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ໃນພິທີ ທ່ານ LILING ປະທານ ບໍລິສັດວິສະວະກຳອອກແບບວາງແຜນຮ່ວມມືລາວ-ຈີນ ໄດ້ມີຄໍາ ເຫັນວ່າ: ການນຳເອົາວັດສະດຸສ້າງທາງ SRB ເຂົ້າມານຳ ໃຊ້ໃນ ສປປ ລາວ ນັ້ນແມ່ນວັດສະດຸຊີວະພາບຂັ້ນສູງຊະ ນິດໜຶ່ງ, ຈຸດພິເສດດ້ານເຕັກນິກ ແລະ ຄວາມສະດວກໃນການກໍ່ສ້າງຂອງ SRB ໄດ້ຮັບຄວາມນິຍົມຢ່າງກວ້າງ ຂວາງໃນຕະຫຼາດຂອງຈີນ ຊຶ່ງມີຢູ່ 3 ຈຸດພິເສດ ຄື: ໜຶ່ງມີຄວາມທົນທານສູງຕໍ່ສະພາບອາກາດ ແລະ ສາມາດ ນຳໃຊ້ໄດ້ໃນສະພາບອາກາດແຕ່ 60 ອົງສາ ຫາ -30 ອົງສາ; ສອງສະດວກໃນການກໍ່ສ້າງ ແລະ ການຊອກ ຫາວັດສະດຸໄດ້ງ່າຍນຳໃຊ້ດິນຢູ່ຕາມທ້ອງຖິ່ນ, ສາມາດຫຼຸດຕົ້ນທຶນໃນການນຳໃຊ້ຫີນ, ຊາຍ ແລະ ການຂົນສົ່ງ, ການກໍ່ສ້າງບໍ່ ຫຍຸ້ງຍາກປະຢັດເວລາ, ພ້ອມນັ້ນ ກໍ່ມີຄວາມທົນທານສູງ ແລະ ນຳໃຊ້ຍາວນານ; ແລະ ສາມແມ່ນນຳໃຊ້ງົບປະມານຕໍ່າ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຊຶ່ງວັດສະດຸດັ່ງກ່າວ ມີສ່ວນປະກອບຫຼັກແມ່ນແຮ່ທາດກະຕຸ້ນໄບໂອເອັນຊາຍ, ໂດຍສາມາດຟື້ນຟູສະພາບດິນຂອງເສັ້ນທາງທີ່ກໍ່ສ້າງແລ້ວ ຫຼຸດຜ່ອນການຂຸດຄົ້ນເອົາຫີນ ແລະ ຊາຍໃນແມ່ນໍ້າ ຮັກສາສິງແວດລ້ອມ ແລະ ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ປະເທດ.

ຢູ່ໃນປະເທດຈີນ ວັດສະດຸດັ່ງກ່າວ ແມ່ນຖືກນຳໃຊ້ໃນການກໍ່ສ້າງປູທາງເສັ້ນທາງດ່ວນ ຊັ້ນພື້ນຖານໃນຕົວເມືອງ ເປັນເວລາ 20 ກວ່າປີແລ້ວ, ຢູ່ເທິງເສັ້ນທາງ SRB ພຽງແຕ່ປູຢາງໝາກຕອຍ ຫຼື ເບຕົງ ກໍຈະເຮັດໃຫ້ເສັ້ນທາງມີສີສັນງົດງາມຂຶ້ນຕື່ມ ແລະ ມີລະດັບ.

ເນື່ອງຈາກວ່າ SRB ມີຈຸດພິເສດທີ່ກ່າວມາຂ້າງເທິງນັ້ນ ຈຶ່ງມີຄວາມເໝາະສົມຢ່າງຍິ່ງໃນການກໍ່ສ້າງທາງຊັ້ນພື້ນຖານ, ເສັ້ນທາງດ່ວນ ຫຼື ເສັ້ນທາງທົ່ວໄປເໝາະ ສົມໃນໂຄງການກໍ່ສ້າງເສັ້ນທາງຂົນສົ່ງໃນເຂດບໍ່ແຮ່, ເສັ້ນທາງໃນເຂດຊົນນະບົດ, ຕາຝັ່ງເຂື່ອນໄຟຟ້າ, ການສ້າງຕາຝັ່ງກັນເຈື່ອນ, ຄອງຊົນລະປະທານ ແລະ ອື່ນໆ.

ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກວຕ ໄດ້ມີຄຳເຫັນ ແລະ ສະແດງຄວາມຂອບໃຈຕໍ່ ທ່ານປະທານ ບໍລິສັດ ວິສະວະກຳ ການອອກແບບວາງແຜນກໍ່ສ້າງຮ່ວມມືລາວ-ຈີນ ຈຳກັດ ທີ່ໄດ້ຊ່ວຍເຫຼືອລ້າໃນການກໍ່ສ້າງເສັ້ນທາງເຂົ້າ-ອອກ ຂອງສະຖາບັນດັ່ງກ່າວ ເຮັດໃຫ້ມີຄວາມສະດວກສະບາຍໃນການສັນຈອນໄປມາ ຊຶ່ງລວມການກໍ່ສ້າງທັງໝົດ 3,200 ຕາແມັດ, ເສັ້ນທາງຫຼັກມີຄວາມຍາວ 238 ແມັດ, ລວມມູນຄ່າໃນການກໍ່ ສ້າງເສັ້ນທາງທັງໝົດ ຈຳນວນ 90 ພັນໂດລາ.

ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ ກໍໃຫ້ກຽດຂຶ້ນມີຄໍາເຫັນ gold medicals ແລະ ຕັດແຖບຜ້າ ເພື່ອເປີດພິທີນຳໃຊ້ເສັ້ນທາງເຂົ້າ-ອອກ ຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກວຕ ຢ່າງເປັນທາງການ ແລະ ຮ່ວມປູກຕົ້ນໄມ້ຕາມເສັ້ນທາງເຂົ້າ-ອອກ ຂອງສະຖາບັນດັ່ງກ່າວ, ເນື່ອງໃນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2020 ອີກດ້ວຍ.paw patrol bouncy castle

ເຂົ້າຮ່ວມໃນພິທີຄັ້ງນີ້, ມີບັນດາທ່ານ ຮອງລັດຖະມົນຕີ ກວຕ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນ, ທ່ານປະທານ ບໍລິສັດວິສະວະກຳ ການອອກແບບວາງ ແຜນກໍ່າສ້າງ ຮ່ວມມືລາວ-ຈີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ: ບາລະຄອນ ສຸວັນນະພາສີ

ຮູບພາບ: ແສງທອງ ວັນນະທຳ

]]>
https://bei.maf.gov.la/?feed=rss2&p=1235 0
ການສະກັດນໍ້າມັນຫອມລະເຫີຍ https://bei.maf.gov.la/?p=1222 https://bei.maf.gov.la/?p=1222#respond Wed, 27 May 2020 14:32:55 +0000 http://localhost/bei/?p=1222 https://bei.maf.gov.la/?feed=rss2&p=1222 0 ການແຍກເຊື້ອຣາແມງໄມ້ https://bei.maf.gov.la/?p=1219 https://bei.maf.gov.la/?p=1219#respond Wed, 27 May 2020 14:30:06 +0000 http://localhost/bei/?p=1219 https://bei.maf.gov.la/?feed=rss2&p=1219 0 ກວດສອບ ແລະ ຢັ້ງຢືນ ສິ່ງທີ່ມີຊີວິດ ທີ່ມີການປ່ຽນແປງ ຄຸນລັກສະນະດ້ານພັນທຸກຳ https://bei.maf.gov.la/?p=1212 https://bei.maf.gov.la/?p=1212#respond Wed, 27 May 2020 14:13:16 +0000 http://localhost/bei/?p=1212 ຈຸດປະສົງແມ່ນເພື່ອຮັບປະກັນໃຫ້ມີຄວາມປອດສຳລັບ ການຄົ້ນຄວ້າ, ການພັດທະນາ, ການຄອບຄອງ, ການເຄື່ອນຍ້າຍ ແລະ ການນຳໃຊ້ສິ່ງທີ່ມີຊີວິດ ທີ່ມີການປ່ຽນແປງຄຸນລັກສະນະດ້ານພັນທຸກຳ

]]>
https://bei.maf.gov.la/?feed=rss2&p=1212 0
ການປູກ ແລະ ຂະຫຍາຍພັນພືດ https://bei.maf.gov.la/?p=1209 https://bei.maf.gov.la/?p=1209#respond Wed, 27 May 2020 14:02:59 +0000 http://localhost/bei/?p=1209 https://bei.maf.gov.la/?feed=rss2&p=1209 0 ການຂະຫຍາຍພັນ ດ້ວຍວິທີການເພາະລ້ຽງເນື້ອເຍື່ອ https://bei.maf.gov.la/?p=1206 https://bei.maf.gov.la/?p=1206#respond Wed, 27 May 2020 13:56:45 +0000 http://localhost/bei/?p=1206 https://bei.maf.gov.la/?feed=rss2&p=1206 0 ຫ້ອງຄົ້ນຄວ້າ ແລະ ທົດລອງ ດ້ານການເພາະລ້ຽງເນື້ອເຍື່ອ https://bei.maf.gov.la/?p=1201 https://bei.maf.gov.la/?p=1201#respond Wed, 27 May 2020 13:49:37 +0000 http://localhost/bei/?p=1201 https://bei.maf.gov.la/?feed=rss2&p=1201 0