ປະຫວັດຄວາມເປັນມາ

      ເມື່ອກ່ອນເປັນ ສະຖາບັນຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ ສັງກັດໃນໂຄງປະກອບການຈັດຕັ້ງຂອງ ອົງການວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ຕາມດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ອົງການວິທະຍາສາດ ແລະ ເຕັກໂນໂລຊີ, ສະບັບເລກທີ 444/ນຍ, ລົງວັນທີ 24 ທັນວາ 2007. ມາຮອດທ້າຍປີ 2010 ມີການປັບປຸງ ແລະ ປ່ຽນຊື່ໂຄງປະກອບການຈັດຕັ້ງ ຕາມຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ ສະຖາບັນຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ ເລກທີ 1418/ສນຍ-ອວຕຊ, ລົງວັນທີ 02 ສິງຫາ 2010 ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ ອົງການວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງຊາດ ໃນການຄົ້ນຄວ້າ, ພັດທະນາ, ຖ່າຍທອດ, ສົ່ງເສີມ, ນຳໃຊ້ ແລະ ບໍລິການ ວິທະຍາສາດ ແລະ ເຕັກໂນໂລຊີ.

      ຈາກອົງການໃນເມື່ອກ່ອນ ສ້າງຕັ້ງມາເປັນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕາມດຳລັດນາຍົກລັດຖະມົນຕີ ເລກທີ 309/ນຍ, ລົງວັນທີ 28 ກັນຍາ 2011. ສະນັ້ນ, ສະຖາບັນຄົ້ນຄວ້າ ວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງໄດ້ປ່ຽນຊື່ມາເປັນ “ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ” ຫຼື ເອີ້ນຫຍໍ້ວ່າ “ສນຕ” ເຊິ່ງແມ່ນການຈັດຕັ້ງໜຶ່ງ ໃນໂຄງປະກອບການຈັດຕັ້ງຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທີ່ມີຖານະທຽບເທົ່າກົມ ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງໃນການສຶກສາ, ຄົ້ນຄວ້າ, ພັດທະນາ, ນຳໃຊ້ ແລະ ບໍລິການ ຂົງເຂດນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ.

       ເພື່ອປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍຸບເລີກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 06/ກມສພ, ລົງວັນທີ 25/2/2021 ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍການສັບຊ້ອນບາງວຽກງານຂອງລັດຖະບານ ສະບັບເລກທີ 17/ນຍ, ລົງວັນທີ 11/03/2021 ມາໃນວັນທີ 12 ເມສາ 2021 ໄດ້ມີພິທີມອບ-ຮັບ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ທີ່ຕັ້ງຢູ່ ບ້ານດອນຕີ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ທີ່ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ໄປຂື້ນກັບກະຊວງກະສິກໍາ ແລະ ປ່າໄມ້. ຕາມດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ນຍ,​ ລົງວັນທີ 15/10/2021.