ພິທີເປີດນຳໃຊ້ທາງ SRB ເຂົ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ

ໃນຕອນເຊົ້າວັນທີ 1 ມິຖຸນາ 2020, ທີ່ສະຖາບັນ ນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວິພາບ, ກະຊວງ ວິທະຍາ

ສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ມີພິທີຕັດແຖບຜ້າເປີດນໍາໃຊ້ເສັ້ນທາງເຂົ້າ-ອອກ ຂອງສະຖາບັນນິເວດວິທະ ຍາ ແລະ ເຕັກໂນໂລຊີ ຊີວະພາບ ກວຕ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ໃນພິທີ ທ່ານ LILING ປະທານ ບໍລິສັດວິສະວະກຳອອກແບບວາງແຜນຮ່ວມມືລາວ-ຈີນ ໄດ້ມີຄໍາ ເຫັນວ່າ: ການນຳເອົາວັດສະດຸສ້າງທາງ SRB ເຂົ້າມານຳ ໃຊ້ໃນ ສປປ ລາວ ນັ້ນແມ່ນວັດສະດຸຊີວະພາບຂັ້ນສູງຊະ ນິດໜຶ່ງ, ຈຸດພິເສດດ້ານເຕັກນິກ ແລະ ຄວາມສະດວກໃນການກໍ່ສ້າງຂອງ SRB ໄດ້ຮັບຄວາມນິຍົມຢ່າງກວ້າງ ຂວາງໃນຕະຫຼາດຂອງຈີນ ຊຶ່ງມີຢູ່ 3 ຈຸດພິເສດ ຄື: ໜຶ່ງມີຄວາມທົນທານສູງຕໍ່ສະພາບອາກາດ ແລະ ສາມາດ ນຳໃຊ້ໄດ້ໃນສະພາບອາກາດແຕ່ 60 ອົງສາ ຫາ -30 ອົງສາ; ສອງສະດວກໃນການກໍ່ສ້າງ ແລະ ການຊອກ ຫາວັດສະດຸໄດ້ງ່າຍນຳໃຊ້ດິນຢູ່ຕາມທ້ອງຖິ່ນ, ສາມາດຫຼຸດຕົ້ນທຶນໃນການນຳໃຊ້ຫີນ, ຊາຍ ແລະ ການຂົນສົ່ງ, ການກໍ່ສ້າງບໍ່ ຫຍຸ້ງຍາກປະຢັດເວລາ, ພ້ອມນັ້ນ ກໍ່ມີຄວາມທົນທານສູງ ແລະ ນຳໃຊ້ຍາວນານ; ແລະ ສາມແມ່ນນຳໃຊ້ງົບປະມານຕໍ່າ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຊຶ່ງວັດສະດຸດັ່ງກ່າວ ມີສ່ວນປະກອບຫຼັກແມ່ນແຮ່ທາດກະຕຸ້ນໄບໂອເອັນຊາຍ, ໂດຍສາມາດຟື້ນຟູສະພາບດິນຂອງເສັ້ນທາງທີ່ກໍ່ສ້າງແລ້ວ ຫຼຸດຜ່ອນການຂຸດຄົ້ນເອົາຫີນ ແລະ ຊາຍໃນແມ່ນໍ້າ ຮັກສາສິງແວດລ້ອມ ແລະ ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ປະເທດ.

ຢູ່ໃນປະເທດຈີນ ວັດສະດຸດັ່ງກ່າວ ແມ່ນຖືກນຳໃຊ້ໃນການກໍ່ສ້າງປູທາງເສັ້ນທາງດ່ວນ ຊັ້ນພື້ນຖານໃນຕົວເມືອງ ເປັນເວລາ 20 ກວ່າປີແລ້ວ, ຢູ່ເທິງເສັ້ນທາງ SRB ພຽງແຕ່ປູຢາງໝາກຕອຍ ຫຼື ເບຕົງ ກໍຈະເຮັດໃຫ້ເສັ້ນທາງມີສີສັນງົດງາມຂຶ້ນຕື່ມ ແລະ ມີລະດັບ.

ເນື່ອງຈາກວ່າ SRB ມີຈຸດພິເສດທີ່ກ່າວມາຂ້າງເທິງນັ້ນ ຈຶ່ງມີຄວາມເໝາະສົມຢ່າງຍິ່ງໃນການກໍ່ສ້າງທາງຊັ້ນພື້ນຖານ, ເສັ້ນທາງດ່ວນ ຫຼື ເສັ້ນທາງທົ່ວໄປເໝາະ ສົມໃນໂຄງການກໍ່ສ້າງເສັ້ນທາງຂົນສົ່ງໃນເຂດບໍ່ແຮ່, ເສັ້ນທາງໃນເຂດຊົນນະບົດ, ຕາຝັ່ງເຂື່ອນໄຟຟ້າ, ການສ້າງຕາຝັ່ງກັນເຈື່ອນ, ຄອງຊົນລະປະທານ ແລະ ອື່ນໆ.

ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກວຕ ໄດ້ມີຄຳເຫັນ ແລະ ສະແດງຄວາມຂອບໃຈຕໍ່ ທ່ານປະທານ ບໍລິສັດ ວິສະວະກຳ ການອອກແບບວາງແຜນກໍ່ສ້າງຮ່ວມມືລາວ-ຈີນ ຈຳກັດ ທີ່ໄດ້ຊ່ວຍເຫຼືອລ້າໃນການກໍ່ສ້າງເສັ້ນທາງເຂົ້າ-ອອກ ຂອງສະຖາບັນດັ່ງກ່າວ ເຮັດໃຫ້ມີຄວາມສະດວກສະບາຍໃນການສັນຈອນໄປມາ ຊຶ່ງລວມການກໍ່ສ້າງທັງໝົດ 3,200 ຕາແມັດ, ເສັ້ນທາງຫຼັກມີຄວາມຍາວ 238 ແມັດ, ລວມມູນຄ່າໃນການກໍ່ ສ້າງເສັ້ນທາງທັງໝົດ ຈຳນວນ 90 ພັນໂດລາ.

ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ ກໍໃຫ້ກຽດຂຶ້ນມີຄໍາເຫັນ ແລະ ຕັດແຖບຜ້າ ເພື່ອເປີດພິທີນຳໃຊ້ເສັ້ນທາງເຂົ້າ-ອອກ ຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກວຕ ຢ່າງເປັນທາງການ ແລະ ຮ່ວມປູກຕົ້ນໄມ້ຕາມເສັ້ນທາງເຂົ້າ-ອອກ ຂອງສະຖາບັນດັ່ງກ່າວ, ເນື່ອງໃນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2020 ອີກດ້ວຍ.

ເຂົ້າຮ່ວມໃນພິທີຄັ້ງນີ້, ມີບັນດາທ່ານ ຮອງລັດຖະມົນຕີ ກວຕ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນ, ທ່ານປະທານ ບໍລິສັດວິສະວະກຳ ການອອກແບບວາງ ແຜນກໍ່າສ້າງ ຮ່ວມມືລາວ-ຈີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ: ບາລະຄອນ ສຸວັນນະພາສີ

ຮູບພາບ: ແສງທອງ ວັນນະທຳ

LEAVE A REPLY

Please enter your comment!
Please enter your name here