ພິທີປ່ອຍປາທີ່ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ

        ເພື່ອເປັນການສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸລັກສັດນ້ຳ ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ 2022 ແລະ ວັນຄ້າຍວັນເກີດ ທ່ານປະທານ ສຸພານຸວົງ. ໃນຕອນເຊົ້າວັນສຸກ ທີ 9 ກັນຍາ 2022 ເວລາ 9:00-10:00 ໂມງ ຢູ່ທີ່ຫນອງປາຂອງ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໄດ້ມີພີທີສ້າງຂະບວນການປ່ອຍປາ. ໃຫ້ກຽດເປິດພິທີໂດຍ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຫົວຫນ້າສະຖາບັນ.
ຈຸດປະສົງ: ຂອງການປ່ອຍປາໃນຄັ້ງນີ້ແມ່ນເພື່ອເປັນການຟື້ນຟູລະບົບນິເວດວິທະຍາ ຂອງແຫຼ່ງນ້ຳທຳມະຊາດ ມີປາທັງໝົດຈຳນວນ 5.000 ໂຕ ໃນນັ້ນມີປານິນ 3.000 ໂຕ ແລະ ປາປາກ 2.000 ໂຕ, ໂດຍການສະໜັບສະໜູນຈາກ ກົມລ້ຽງສັດ ແລະ ການປະມົງ. ມີແຂກເຂົ້າຮ່ວມຈາກ 4 ພາກສ່ວນຄື: ກົມລ້ຽງສັດ ແລະ ການປະມົງ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ບໍລິສັດ ບີຈີໄອ ລາວ, ຫ້ອງການປົກຄອງບ້ານດອນຕິ້ວ ແລະ ພະນັກງານສະຖາບັນ ຢ່າງພ້ອມພຽງຮຽງຫນ້າ ພາຍໃຕ້ບັນຍາກາດທີ່ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ໄມຕີຈິດມິດຕະພາບ, ຍີ້ມແຍ້ມແຈ່ມໃສ່ຂອງບັນດາແຂກ ແລະ ພະນັກງານທັງໝົດທີ່ເຂົ້າມາຮ່ວມພິທີໃນຄັ້ງນີ້.

LEAVE A REPLY

Please enter your comment!
Please enter your name here