ການປູກກ້ວຍດ້ວຍການເພາະລ້ຽງເນື້ອເຍື່ອ ສູນເຕັກໂນໂລຊີ ຊີວະພາບ, ສະຖາບັນ ນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກະຊວງກະສິກໍາ ແລະ ປ່າໄມ້.

ກ້ວຍນັບວ່າເປັນພືດເສດຖະກິດທີ່ສໍາຄັນຊະນິດໜຶ່ງທາງການກະສິກໍາສາມາດສ້າງເສດຖະກິດໃຫ້ແກ່ຊາວສວນ ທີ່ຕະຫຼາດມີຄວາມຕ້ອງການສູງ. ໝາກກ້ວຍເປັນພືດທີ່ມີຄຸນຄ່າທາງໂພສະນາການສູງ, ຊຶ່ງປະກອບມີບັນດາທາດອາຫານທີ່ສໍາຄັນສໍາລັບຮ່າງກາຍຂອງຄົນເຮົາຫຼາຍຢ່າງເຊັ່ນ: ວິຕາມິນ A, B6, D ແລະ C, ທາດເຫຼັກ, ໂປຼຕາຊຽມ, ແມັກນີຊຽມ, ມີເສັ້ນໃຍສູງ ແລະ ທາດອື່ນໆ. ນອກຈາກນີ້ກ້ວຍຍັງເປັນຢາສະໝຸນໄພພື້ນເມືອງທີ່ດີເຊັ່ນ: ເປັນຢາປົວລໍາໃສ້, ປົວກະເພາະອາຫານ, ແຜໄຟໃໝ້ ແລະ ນໍ້າຮ້ອນລວກ, ກ້ວຍຍັງມີຄຸນປະໂຫຍດຫຼາຍຢ່າງສາມາດ ບໍສິໂພກສົດ, ແປຮູບເປັນກ້ວຍອົບແຫ້ງ, ກ້ວຍຕາກ, ກ້ວຍຈືນ , ຂະໜົມ, ເບີເກີລີ, ເສັ້ນມີ່ແປ້ງກ້ວຍ. ສ່ວນລໍາຕົ້ນນໍາໃຊ້ເປັນອາຫານສັດ ແລະ ສາມາດນໍາໄປແປຮູບເປັນເສັ້ນໄຍໃຊ້ແທນເສັ້ນຝ່າຍ; ໃບໃຊ້ຫໍ່ເຂົ້າຕົ້ມ, ເຂົ້າໜົມ, ຫຍີບຂັນໝາກເບັງ ແລະ ໃຊ້ເປັນອາຫານສັດໄດ້ເຊັ່ນດຽ່ວກັນ, ສ່ວນດອກໃຊ້ປຸງແຕ່ງເປັນອາຫານ. ເນື່ອງຈາກກ້ວຍມີຄວາມສຳຄັນໃນຊີວິດປະຈຳວັນ ເສດຖະກິດກາກຄ້າຊາວສວນຫັນມາປູກກ້ວຍເປັນສິນຄ້າຫຼາຍຂຶ້ນ ຈຶ່ງເຮັດໃຫ້ແນວພັນກ້ວຍບໍ່ພຽງພໍຕໍ່ຄວາມຕ້ອງການ ແລະ ໄດ້ມີການນຳເຂົ້າແນວພັນກ້ວຍຈາກຕ່າງປະເທດ. ດັ່ງນັ້ນການຂະຫຍາຍພັນກ້ວຍເພື່ອປູກເປັນສິນຄ້າ ໂດຍການນຳໃຊ້ເຕັກໂນໂລຊີຊີວະພາບ (ການເພາະລຽ້ງເນື້ອເຍື່ອ) ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນຈຳນວນຫລາຍປອດເຊື້ອພະຍາດ ແລະ ຜົນຜະລິດສະໝຳສະເໝີໃຫ້ຊາວກະສິກອນພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າແນວພັນຈາກຕ່າງປະເທດ.

ຈຸດດີຂອງການຂະຫຍາຍພັນກ້ວຍດ້ວຍການເພາະລຽ້ງເນື້ອເຍື່ອ.

  1. ສາມາດຜະລິດແນວພັນພືດປະລິມານຫຼາຍໃນເວລາທີ່ສັ້ນ.
  2. ຕົ້ນພືດທີ່ຜະລິດໄດ້ຈະປອດເຊື້ອ.
  3. ຕົ້ນພືດທີ່ຜະລິດໄດ້ຈະມີລັກສະນະທາງພັນທຸກຳຄືກັນກັບຕົ້ນແມ່ພັນ.
  4. ເບ້ຍກ້ວຍມີຂະໜາດນ້ອຍ ຈຶ່ງເຮັດໃຫ້ສະດວກສະບາຍໃນການຂົນສົ່ງ.
  5. ສາມາດຜະລິດໄດ້ທຸກລະດູການ ແລະ ກຳນົດໄລຍະເວລາຂອງການເກັບກ່ຽວຜົນຜະລິດ.

ຂັ້ນຕອນການຂະຫຍາຍເນື້ອເຍື່ອພືດ
ກໍານົດຊະນິດພັນກ້ວຍ ແລະ ຄັດເລືອກແນວພັນກ້ວຍເອົນໜໍ່ໃບດາບທີ່ເກີດຈາກຕາເຫົ້ງາໜໍ່, ໃບຈະມີລັກສະນະຮຽວ ແລະ ຍາວຄືກັນກັບມີດດາບເປັນໜໍ່ທີ່ມີເຫງົ້າຕິດ ທີ່ໃຫ່ຍມີຄວາມສົມບູນ ບໍ່ມີພະຍາດ ຫຼື ແມງໄມ້ເຈາະ ແລະ ໜໍ່ກ້ວຍທີ່ເກີດຈາກສຸມທີ່ໃຫ້ຜົນຜະລິດສູງ ນໍາມາຂ້າເຊື້ອ ແລະ ຂະຫຍາຍພັນ  ໂດຍເພາະລຽ້ງໃນອາຫານສັງເຄາະ MS (Murashige and Skoog, 1962) ທີ່ມີສ່ວນປະສົມຂອງຮໍໂມນກະຕຸ້ນການເກີດຍອດ BA (Benzylaminopurine) ແລະ ຮໍໂມນກະຕຸ້ນການເກີດຮາກ NAA (X-napthaleneacetic acid) ເມື່ອເບ້ຍມີຮາກ ແລະ ຕົ້ນສົມບູນຈື່ງນຳອອກມາອະນຸບານ.

ການອະນຸບານເບ້ຍກ້ວຍທີ່ໄດ້ຈາກການເພາະລຽ້ງເນື້ອເຍື່ອ
ພາຍຫຼັງທີ່ລຽ້ງເບ້ຍກ້ວຍຢູ່ໃນສູດອາຫານຂະຫຍາຍຮາກປະມານ 1 ເດືອນກໍ່ໃຫ່ຍພ້ອມທີ່ຈະເອົາລົງອະນຸບານໃນສ່ວນກ້າ, ໂດຍນໍາໃຊ້ດິນປູກຝັງທີ່ມີສ່ວນປະສົມດີນ ແລະ ແກບເຜົາໃນອັດຕາສ່ວນ 2:1  ຕາມລໍາດັບ, ອະນຸບານເບ້ຍກ້ວຍໄລຍະເວລາ 6 ອາທິດ ໃຫ້ເບ້ຍກ້ວຍໃຫ່ຍແຂງແຮງ, ເບ້ຍສູງປະມານ 20 cm ກໍ່ສາມາດເອົາລົງປູກ.

ເຕັກນິກການປູກກ້ວຍ
ເບ້ຍກ້ວຍທີ່ເໝາະສົມລົງສູ່ສວນປູກກ້ວຍຕ້ອງໄດ້ຜ່ານການອະນຸບານ 1  ເດືອນຂື້ນໄປ, ພື້ນທີ່ດິນທີ່ຈະປູກຕ້ອງໄດ້ຜ່ານການກະກຽມດິນຢ່າງຄັກແນ່ເສຍກ່ອນ, ໄລຍະຫ່າງລະຫວ່າງຂຸມແມ່ນ 2×2,5 ແມັດ ຫຼື 3×3 ແມັດ ແລ້ວແຕ່ຄວາມເໝາະສົມຂອງພື້ນທີ່ດິນ, ຂະໜາດຂອງຂຸມປູກປະມານ 40×40 ຊມ. ກ່ອນປູກຄວນຮອງພື້ນດ້ວຍຝຸ່ນຄອກ ຫຼື ຝຸ່ນຊີວະພາບປະມານ 1 ຊ້ວນ ແລ້ວເອົາດິນລົງປະສົມກັບຝຸ່ນ ຈາກນັ້ນຈຶ່ງນຳເອົາເບ້ຍກ້ວຍທີ່ກະກຽມໄວ້ລົງປູກ.

ການບົວລະບັດຮັກສາ
ເພື່ອຢາກໄດ້ຮັບຜົນຜະລິດດີ ຄຸນນະພາບສູງ  ຕ້ອງຫມັ່ນເອົາໃຈໃສ່ໃນການຖາງຫຍ້າ, ຊ້ອມແຊມໃບທີ່ຫັກຫ່ຽວຖິ້ມ, ໃສ່ຝຸ່ນຢ່າງນ້ອຍ 2-3 ຄັ້ງ/ເດືອນ ຫຼື ປີ, ໂດຍໃສ່ຝຸ່ນຄອກ ຫຼື ຝຸ່ນຊີວະພາບ ແລະ ປຸ໋ຍເຄມີສູດ 15-15-15 ແລະ ໃຫ້ສະຫມໍ່າສະເຫມີໃຫ້ດິນມີຄວາມຊຸ່ມຊື່ນ ຖ້າຫາກປູກໃນລະດູແລ້ງແມ່ນເອົາໃຈໃສ່ເປັນພິເສດບໍ່ໃຫ້ພືດຂາດນ້ຳ. ໃນໄລຍະໜຶ້່ງຕົ້ນກ້ວຍຈະມີການຈະເລີນເຕີບໂຕ ແລະ ແຕກໜໍ່ຫຼາຍ ເຊິ່ງຄວນເລືອກ 2-3 ໜໍ່ທຳອິດທີ່ສົມບູນໄວ້ເພື່ອທົດແທນຕົ້ນແມ່ ສ່ວນໜໍ່ທີ່ເກີດຕາມຫຼັງຄວນຕັດຖິ້ມ ເພາະຖ້າຫາກປ່ອຍໃຫ້ເກີດໜໍ່ຫຼາຍເກີນໄປ ຕົ້ນແມ່ ຫຼື ຕົ້ນທີ່ປະໄວ້ທົດແທນຈະບໍ່ມີອາຫານບຳລຸງລ້ຽງພຽງພໍ ແລະ ເຮັດໃຫ້ຕົ້ນກ້ວຍບໍ່ສົມບູນ.

ຂັ້ນຕອນການສັ່ງຜະລິດເບ້ຍກ້ວຍ
ຖ້າຫາກທ່ານໃດມີຄວາມສົນໃຈຢາກປູກກ້ວຍ ທາງສະຖາບັນຂອງພວກເຮົາມີແນວພັນກ້ວຍ (ກ້ວຍນ້ຳ, ກ້ວຍງ້າວ, ກ້ວຍໄຂ່, ກ້ວຍຫອມທອງ ແລະ ອື່ນໆ…) ຕອບສະໜອງໃຫ້ໄດ້ຕະຫຼອດປີ ເຊິ່ງທ່ານຕ້ອງສັ່ງຈອງເບ້ຍກ້ວຍລ່ວງໜ້າກ່ອນ 3 ເດືອນ ເພື່ອທີ່ທາງທີມງານຈະໄດ້ກະກຽມເບ້ຍກ້ວຍໃຫ້ທ່ານໄດ້ທັນເວລາທີ່ກຳນົດ.

ສອບຖາມຂໍ້ມູນເພີ່ມເຕີມ
ສູນເຕັກໂນໂລຊີ ຊີວະພາບ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ
ສູນບໍລິການນະວັດຕະກຳ ກະສິກຳ

 

LEAVE A REPLY

Please enter your comment!
Please enter your name here