ສູນເຕັກໂນໂລຊີເຄມີ ຊີວະ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກະຊວງກະສິກຳ ແລະ ປ່າໄມ້
ບົດຄັດຫຍໍ້ (Abstract)
ປະເທດລາວແມ່ນມີຄວາມອຸດົມສົມບູນດ້ານຊັບພະຍາກອນທຳມະຊາດ ແລະ ພູມປັນຍາທ້ອງຖິ່ນຂອງຊາວບ້ານ ທີ່ສຶບ ທອດກັນມາຈາກລຸ້ນສູ່ລຸ້ນໂດຍສະເພາະການນຳໃຊ້ພຶດສະມຸນໄພ ເຊັ່ນ: ເປັນຢາປົວພະຍາດ, ເປັນອາຫານ ໄປເຖິງເພື່ອ ຄວາມສວຍງາມ ຫຼື ເປັນກິ່ນຫອມໃຫ້ແກ່ຮ່າງກາຍ ແລະ ທີ່ຢູ່ອາໃສ. ການຄົ້ນຄວ້າສ້າງຜະລິດຕະພັນຖົງຫອມ ປັບອາກາດໃນຄັ້ງນີ້ແມ່ນສາມາດສ້າງສູດຖົງຫອມປັບອາກາດຈຳນວນ 04 ສູດຄື: ສູດໃບອົ້ມ, ສູດຫົວສີໄຄເຄື່ອງ, ສູດດອກໄມ້ ແລະ ສູດສະມຸນໄພເຢັນ ຊຶ່ງສ່ວນປະກອບຫລັກແມ່ນມາຈາກທຳມະຊາດ ນໍາໃຊ້ວັດຖຸດິບ ແລະ ສ່ວນປະ ກອບຈາກພືດສະມຸນໄພທີ່ມີກິ່ນຫອມສະເພາະໂຕກໍ່ຄືພືດທີ່ມີນ້ໍາມັນຫອມລະເຫີຍ ສາມາດຫາໄດ້ງ່າຍໃນ ສປປ ລາວ,
ຄຳສັບສຳຄັນ (Key word): ສະມຸນໄພ Herbal,ພືດກິ່ນຫອມ, ປະເທດລາວ
ບົດນຳ (Introduction)
ຖົງຫອມສະມຸນໄພກິ່ນຫອມທີ່ສົດຊື່ນທີ່ໄດ້ຈາກທຳມະຊາດຊ່ວຍສ້າງບັນຍາກາດທີ່ດີຄົນສ່ວນຫຼາຍມັກຈະນຳໃຊ້ຖົງຫອມສະມຸນໄພຕາມສະຖານທີ່ຕ່າງໆທີ່ຕ້ອງການໃຫ້ມີບັນຍາກາດທີ່ຫອມສົດຊື່ນ ບໍ່ວ່າຈະເປັນ ຕູ້ເສື້ອຜ້າ, ຫ້ອງນອນ, ຫ້ອງນ້ຳ, ລົດ…
ຖົງຫອມສະມຸນໄພ ມີສ່ວນປະກອບຂອງສະມຸນໄພຫລາຍໆຊະນິດ ທີ່ມີກິ່ນຫອມສະເພາະໂຕໄດ້ມາຈາກພືດຊະນິດ ຕ່າງໆ ເຊັ່ນ: ດອກໄມ້,ໃບໄມ້,ຢາງໄມ້,ອື່ນໆ ທີ່ມີຄຸນ ສົມບັດພິເສດໃນການປ້ອງກັນ ແລະ ຮັກສາພະຍາດ. ສະມຸນໄພແຕ່ລະຊະນິດຈະມີ ກິ່ນຫອມ ແລະ ຊັບພະຄຸນທາງຢາທີ່ແຕກຕ່າງກັນໄປ ຂື້ນກັບການຈະນຳໃຊ້ ແລະ ການປຸງແຕ່ງສູດ ໃຫ້ເໝາະສົມກັບຄວາມ ຕ້ອງການ. ການນໍາໃຊ້ກິ່ນຫອມຈາກສະມຸນໄພບໍາບັດຮັກສາສຸຂະພາບດ້ວຍກິ່ນ (Aromatherapy) ແມ່ນມີຄວາມນິຍົມຢ່າງ ກວ້າງຂວາງພໍສົມຄວນໂດຍສະເພາະການໃຊ້ກິ່ນຫອມຊ່ວຍກະຕຸ້ນລະບົບປະສາດເຮັດໃຫ້ສະໝອງປອດໂປງ, ຂັບໄລ່ຄວາມຊຸ່ມ ສິ່ງແປກປອມຈາກຮ່າງກາຍ, ປ້ອງກັນເຊື້ອໂລກ ສ້າງພູມຄຸ້ມກັນຮ່າງກາຍ, ໄລ່ແມ້ງໄມ້ສັດກັດຕ່ອຍ, ເຮັດໃຫ້ນອນຫຼັບສະບາຍ ຄາຍຄຽດ, ຊ່ວຍໃຫ້ເລືອດລົມໄຫລວຽນໄດ້ດີ ບັນເທົາອາການປວດເມື່ອຍ, ເສີມການເຮັດວຽກຂອງຕັບມ້າມ ກະເພາະລົດການ ຈຸກແຫນ້ນທ້ອງ ອາຫານບໍ່ຍ່ອຍ.
ຈາກການຄົ້ນຄວ້າສູດຖົງຫອມສະມຸນໄພຂອງທາງສູນເຕັກໂນໂລຊີ ເຄມີ ຊີວະ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ປະຈຸບັນພວກເຮົາຄົ້ນຄວ້າໄດ້ 04 ສູດຄື: ສູດກີ່ນຫົວສີໄຄເຄື່ອງ, ສູດກີ່ນໃບອົ້ມ, ສູດກີ່ນດອກໄມ້ ແລະ ສູດກີ່ນສະມຸນໄພເຢັນ ຊຶ່ງເປັນການຕໍ່ຍອດສ້າງຜະລິດຕະພັນຈາກການກັ່ນນໍ້າມັນຫອມລະເຫີຍ ຈາກພືດສະມຸນໄພໃນ ທຳມະຊາດ ເພື່ອສ້າງມູນຄ່າເພີ່ມພ້ມທັງເປັນການອະນຸລັກ ແລະ ສົ່ງເສີມການນໍາໃຊ້ຜະລິດຕະພັນພາຍໃນ.
ວິທີການຄົ້ນຄວ້າ (Methodology)
ການຄົ້ນຄວ້າຂອງທີມງານໄດ້ມີການເກັບກຳຂໍ້ມູນຂອງສະມຸນໄພທີ່ມີກິ່ນຫອມຕ່າງໆ ໂດຍຈະຄັດເລືອກສັບພະຄຸນຂອງກິ່ນຫອມ ໃນສະມຸນໄພທີ່ມີລິດຊ່ວຍໃນການຄາຍຄຽດ, ເຮັດໃຫ້ຈິດໃຈສົດຊື່ນ,ຜ່ອນຄາຍ, ບາງຊະນິດຊ່ວຍໄລ່ແມ້ງໄມ້ ແລະ ຫລຸດຜ່ອນ ກິ່ນທີ່ບໍ່ພຶງປະສົງໂດຍສະເພາະກິ່ນອັບຊື່ນນຳມາປຸງແຕ່ງເປັນຖົງຫອມປັບອາກາດຫລັງຈາກຄັດເລືອກມາໄດ້ພວກເຮົາໄດ້ນຳມາຜ່ານຂັ້ນຕອນການປຸງແຕ່ງໄດ້ 04 ສູດຄື:
ສູດກີ່ນໃບອົ້ມ: ໃຊ້ໃບອົ້ມ, ຫວ້ານຫອມ, ຂີ້ຫມີ້ນ (ໃບອົ້ມມີກິ່ນຫອມສະເພາະໂຕຄາຍຄືເຕີຍຫອມແຕ່ມີຄວາມລະມຸນກວ່າ ໃຫ້ຄວາມຮູ້ສຶກຜ່ອນຄາຍແກ່ລະບົບປະສາດໄດ້ດີ)
ວິທີປະຕິບັດ: ນໍາສະມຸນໄພມາລ້າງທໍາຄວາມສະອາດໃຫ້ດີ ຫລັງຈາກນັ້ນນໍາມາຊອຍ ແລ້ວນໍາມາຫນື້ງໂດຍຫໍ່ດ້ວຍຜ້າຂາວບາງ ຈາກນັ້ນຜື່ງໃສ່ກະຕ່າໂດຍຮອງດ້ວຍຜ້າຂວາບາງ ນຳໄປຕາກໃສ່ແດດຮ້ອນຈັດຈົນແຫ້ງດີ (ການໃຊ້ເວລາຂັ້ນຕອນດັ່ງກ່າວແມ່ນອີງໃສ່ປັດໃຈຂອງສະພາບອາກາດ) ນໍາມາບົດແລ້ວບັນຈຸໃສ່ຖົງນໍາໃຊ້ໄດ້
ສູດກີ່ນຫົວສີໄຄເຄື່ອງ: ໃບສີໄຄເຄື່ອງ, ນ້ໍາມັນຫອມລະເຫີຍກີ່ນຫົວສີໄຄເຄື່ອງ ( ກິ່ນຫົວສີໄຄເຄື່ອງເຮັດໃຫ້ຮູ້ສຶກຜ່ອນຄາຍ ສົດຊື່ນ ແລະ ຍັງມີລິດໃນການໄລ່ແມ້ງໄມ້ໂດຍສະເພາະຍຸງໄດ້ນຳອິກ)
ວິທີປະຕິບັດ: ນໍາເອົາໃບສີໄຄເຄື່ອງມາທໍາຄວາມສະອາດຜື່ງລົມໃຫ້ແຫ້ງດີແລ້ວຊອຍໃຫ້ນ້ອຍແລ້ວນໍາໄປຕາກໃນບ່ອນຮົ່ມອາ ກາດຖ່າຍເທດີຈົນແຫ້ງ (ການໃຊ້ເວລາຂັ້ນຕອນດັ່ງກ່າວແມ່ນອີງໃສ່ປັດໃຈຂອງສະພາບອາກາດ) ນຳເອົາໃບສີໄຄດັ່ງກ່າວມາປະ ສົມກັບນ້ຳມັນຫອມລະເຫີຍໃນໂຖແກ້ວແລ້ວປິດຝາໃຫ້ດີຫມັກໄວ້ໃຫ້ຄົບເວລາຈາກນັ້ນບັນຈຸໃສ່ຖົງນໍາໃຊ້ໄດ້.
ຮູບພາບການຕາກສີໄຄເຄື່ອງ
ສູດກີ່ນດອກໄມ້: ດອກໄມ້ແຫ້ງຊະນິດຕ່າງໆ, ນ້ຳມັນຫອມລະເຫີຍກີ່ນດອກໄມ້ (ທາງທີມງານໄດ້ເລືອກນໍາໃຊ້ກິ່ນກຸຫລາບ ມີລິດຊ່ວຍໃນການຜ່ອນຄາຍຂອງລະບົບປະສາດໄດ້ດີ)
ວິທີປະຕິບັດ: ນໍາດອກໄມ້ມາເດັດເລືອກເອົາແຕ່ກີບດອກ ເລືອກດອກໄມ້ທີ່ມີສີສັນຫລາກຫລາຍ ເພື່ອຄວາມສວຍງາມ ນໍາມາລ້າງທຳຄວາມສະອາດ ແລ້ວນຳໄປຕາກໃນທີ່ຮົ່ມອາກາດຖ່າຍເທດີ ຈົນແຫ້ງ (ການໃຊ້ເວລາຂັ້ນຕອນດັ່ງກ່າວ ແມ່ນອີງໃສ່ປັດໃຈຂອງສະພາບອາກາດ) ຈາກນັ້ນນໍາມາປະສົມກັບນໍ້າມັນຫອມລະເຫີຍຕາມອັດຕາສ່ວນໃນໂຖແກ້ວປິດຝາເມຶອຄົບເວລານໍາມາບັນ ຈຸໃສ່ຖົງນໍາໃຊ້ໄດ້
ຮູບພາບການຕາກດອກໄມ້
ສູດກີ່ນສະມຸນໄພເຢັນ: ໃບສີໄຄເຄື່ອງແຫ້ງ, ເປືອກຫມາກຂີ້ຫູດ, ໃບເຕີຍ, ກາລະບູນ, ນໍ້າມັນຫອມລະເຫີຍກີ່ນຂີ້ຫູດ ຫລື ກີ່ນສີໄຄເຄື່ອງ (ກີ່ນສະມຸນໄພລວມມີການປະສົມກັບກາລະບູນທີ່ມີລິດເຮັດໃຫ້ຮ່າງການຮູ້ສຶກສົດຊື່ນ,ຜ່ອນຄາຍຮູ້ສຶກສະບາຍໃຈ)
ວິທີປະຕິບັດ:ນໍາພືດສະມຸນໄພລ້າງທໍາຄວາມສະອາດຊອຍ ໃຫ້ເປັນທ່ອນປະມານ 1-2 ຊັງຕີແມັດ ແລ້ວນໍາໄປຕາກໃນທີ່ຮົ່ມ ອາກາດຖ່າຍເທດີຈົນແຫ້ງດີ (ການໃຊ້ເວລາຂັ້ນຕອນດັ່ງ ກ່າວແມ່ນອີງໃສ່ປັດໃຈຂອງສະພາບອາກາດ) ຈາກນັ້ນນໍາມາປະສົມກັບກາລະບຸນ ແລະ ນໍາມັນຫອມລະເຫີຍຕາມອັດຕາສ່ວນໃນໂຖແກ້ວຫມັກໄວ້ໂດຍມີການຄົນຄືນ1ຄັ້ງຫລັງຈາກຄົບເວລານໍາມາບັນ ຈຸໃສ່ຖົງນໍາໃຊ້ໄດ້.
ຜົນໄດ້ຮັບ ແລະ ການອະທິບາຍ (Result and Explanation)
ຮູບພາບຜະລິດຕະພັນຖົງຫອມ
ຜ່ານການຄົ້ນຄວ້າປັບປຸງສູດ ຊອກຫາວັດຖຸດິບ ໂດຍນຳໃຊ້ໄລຍະເວລາການປະຕິບັດໂຄງການໃນໄລຍະ 1 ປີ ທາງທີມງານໄດ້ ມີການເລືອກເຝັ້ນກິ່ນເພື່ອສ້າງຖົງຫອມປັບອາກາດຈໍານວນ 04 ສູດຄື: ສູດກີ່ນຫົວສີໄຄເຄື່ອງ, ສູດກີ່ນໃບອົ້ມ, ສູດກີ່ນດອກໄມ້ ແລະ ສູດກີ່ນສະມຸນໄພເຢັນ ທີມງານໄດ້ມີການທົດສອບຄຸນນະພາບຂອງຖົງຫອມ ດ້ວຍການທົດລອງນໍາໃຊ້ຕົວຈິ່ງ ເພື່ອທົດ ສອບກິ່ນ ແລະ ຄວາມຄົງທົນຂອງກິ່ນ ມີການແຍກຂະ ຫນາດຂອງຫ້ອງທີ່ນຳຖົງຫອມສະມຸນໄພໄປທົດສອບ ແລະ ນໍາໃຊ້ ໃນລົດໃຫຍ່ມີການບັນທຶກຕິດຕາມຜົນທີ່ໄດ້ຮັບເປັນໄລຍະຕາມຕາຕະລາງລຸ່ມນີ້:
ຕາຕາລາງ1: ການຕິດຕາມອາຍຸການນຳໃຊ້ຖົງຫອມຫ້ອງ 3x4ແມັດ
ລ/ດ | ສູດຖົງຫອມ | 1ອາທິດ | 2ອາທິດ | 3ອາທິດ | 4ອາທິດ |
1 | ສູດໃບອົ້ມ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມອ່ອນ | ກິ່ນຫອມອ່ອນ |
2 | ສູດດອກໄມ້ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ | ກິ່ນຫອມອ່ອນ |
3 | ສູດສະມຸນໄພເຢັນ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ | ກິ່ນຫອມອ່ອນ |
4 | ສູດສີໄຄເຄື່ອງ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ-ອ່ອນ |
ຕາຕາລາງ2: ການຕິດຕາມອາຍຸການນຳໃຊ້ຖົງຫອມຫ້ອງ 2x3ແມັດ
ລ/ດ | ສູດຖົງຫອມ | 1ອາທິດ | 2ອາທິດ | 3ອາທິດ | 4ອາທິດ |
1 | ສູດໃບອົ້ມ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ | ກິ່ນຫອມອ່ອນ |
2 | ສູດດອກໄມ້ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ | ກິ່ນຫອມອ່ອນ |
3 | ສູດສະມຸນໄພເຢັນ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ |
4 | ສູດສີໄຄເຄື່ອງ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ-ອ່ອນ |
ຕາຕາລາງ2: ການຕິດຕາມອາຍຸການນຳໃຊ້ຖົງຫອມລົດໃຫຍ່
ລ/ດ | ສູດຖົງຫອມ | 1ອາທິດ | 2ອາທິດ | 3ອາທິດ | 4ອາທິດ |
1 | ສູດໃບອົ້ມ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ | ກິ່ນຫອມກາງ |
2 | ສູດດອກໄມ້ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ |
3 | ສູດສະມຸນໄພເຢັນ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ |
4 | ສູດສີໄຄເຄື່ອງ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມດີ | ກິ່ນຫອມກາງ |
- ຜົນໄດ້ຮັບ ແລະ ປະໂຫຍດການຄົ້້ນຄວ້າ:
- ຜົນການທົດລອງການນຳໃຊ້ຖົງຫອມ ເຫັນໄດ້ວ່າການໃຊ້ງານຂອງຖົງຫອມທັງ 4 ສູດ ແມ່ນມີໄລຍະລະຫວ່າງ 1-4 ອາທິດໂດຍຈະໃຫ້ກິ່ນທີ່ດີເມືອເວລາຜ່ານໄປເກີນ 4 ອາທິດກິ່ນຈະມີຄວາມອ່ອນ ແລະ ຈາງຫາຍໄປ. ສຳລັບກິ່ນທີ່ໄດ້ ຮັບຄວາມນິຍົມຈາການນໍາໃຊ້ແມ່ນ ກິ່ນໃບອົ້ມ, ກິ່ນສີໄຄເຄື່່ອງໄດ້ຮັບຄວາມນິຍົມດີຮອງລົງມາຄືກິ່ນດອກໄມ້, ກິ່ນສະ ມຸນໄພເຢັນຕາມລຳດັບ.
- ການຄົ້ນຄວ້າໃນຄັ້ງນີ້ຍັງສາມາດເປັນຂໍ້ມູນພື້ນຖານໃນການຕໍ່ຍອດການສຶກສາຄຸນປະໂຫຍດຂອງພືດສະມູນໄພທີ່ມີກີ່ນຫອມພື້ນບ້ານໃຫ້ແກ່ບຸກຄົນທີ່ມີຄວາມສົນໃຈ ເພື່ອນໍາໄປພັດທະນາການຄົ້ນຄວ້າໃນດ້ານອື່ນໆເພີ່ມຕື່ມໃນອານາຄົດ.
ເອກະສານອ້າງອີງ (References)
- ບົດຄວາມ ຖົງຫອມສະມຸນໄພສົດ ເພື່ອຜ່ອນຄາຍເຫມາະກັບຫ້ອງຕ່າງໆ, ມະຫາວິທະຍາໄລທັກສິນ ສາຂາການແພດແຜນໄທ, ຄະນະວິທະຍາການສຸຂະພາບ ແລະ ການກິລາ June 18, 2020
- ບົດຄວາມ ຖົງຫອມສະມຸນໄພຈີນ, ມະຫາວິທະຍາໄລຫົວສ້ຽວສະເລີມພະກຽດ ຄະນະການແພດແຜນຈີນ 2003