ລັດຖະມົນຕີວ່າການ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນະ ໄດ້ລົງໄປເຮັດວຽກກັບ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ

ທ່ານ ສຈ.ດຣ ບໍ່ວຽງຄຳ ວົງດາລາ, ລັດ ຖະມົນຕີວ່າ ການ ກະຊວງ ວິທະຍາສາດ ແລະ ເຕັກ ໂນໂລຊີພ້ອມ ດ້ວຍຄະນະ ໄດ້ລົງໄປເຮັດວຽກກັບ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໃນຕອນເຊົ້າຂອງ ວັນທີ່ 15 ພຶດ ສະພາ 2014, ທີ່ ຫ້ອງປະຊຸມຂອງສະຖາບັນ. ໃນການເຮັດວຽກຄັ້ງນີ້, ທ່ານ ສຸລິອຸດົງ ສູນດາລາ ຫົວໜ້າສະຖາບັນ ນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໄດ້ລາຍງານໂດຍຫຍໍ້ກ່ຽວໂຄງຮ່າງການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະຖາບັນ ຊື່ງທ່ານໄດ້ ເວົ້າເຖີງວຽກງານຮ່ວມມືພາຍໃນ, ຕ່າງປະເທດ ແລະ ເຊື່ອມໂຍງສາກົນ ເປັນຕົ້ນແມ່ນທາງສະຖາບັນເປັນຈຸດປະ ສານງານ ຂອງອະນຸສັນຍາຄາດຕາເຈນາວ່າ ດ້ວຍຄວາມປອດໄພເຕັກໂນໂລຊີ ຊີວະພາບ (Cartagena Protocol Biosafety), ອະນຸສັນຍາ ນາໂກຢາ ວ່າດ້ວຍການເຂົ້າເຖີງ ແລະ ແບ່ງປັນຜົນປະໂຫຍດ ຈາກຊັບພະຍາກອນພັນ ທຸກຳ (Nakoya Protocol on Access to Genetic Resources and the fair and equiable sharing of benerfits arising from their utilization), ດ້ານວິທະຍາສາດ ຂອງສົນທິສັນຍາວ່າດ້ວຍການຄ້າຂາຍສັດ-ພຶດ ໄກ້ຈະສູນພັນ(CITTES), ສູນຄວາມເປັນເລີດ ດ້ານເຄມີສາດ, ຊີວະສາດ, ກຳມັນຕະພາບລັງສີ ແລະ ນິວເຄຍ(Center of Excellence on CBRN), ໄດ້ປະສານງານກັບມະຫາວິທະຍາໄລ ໂອສະກາ ປະເທດ ຍີ່ປຸ່ນ ຮ່າງບົດສະເໜີຄົ້ນຄວ້ານຳໃຊ້ຊັບພະຍາກອນຊີວະພາບ ແລະ ພັນທຸກຳ, ປະສານງານດ້ານການຄຸ່ມຄອງ ການປະເມີນຄວາມສຽງ ແລະ ກວດສອບ GMO, ຊ່ວຍ ປະສານທຶນ UNESCO ໃຫ້ນັກສຶກສາລາວ ແລະ ພະນັກງານທີ່ມີຄວາມສົນໃຈສະມັກທຶນຮຽນຕໍ່ປະລິນຍາໂທ ໃນຫົວຂໍ້ ເຕັກໂນໂລຊີຊີວະພາບ ສົກປີ 2013-2014, ຮ່ວມມືປະສານງານກັບສະມາຄົມ OPERATION CANOPEE ຂອງປະເທດຝຣັ່ງ ເພຶ່ອຮ່າງຂໍ້ຕົກລົງການຮ່ວມມືໃນຂົງເຂດນິເວດວິທະຍາ, ຮ່ວມມືປະສານກັບສູນ ຊີວະນາໆພັນຂອງອາຊຽນ ເພຶ່ອຍາດແຍ່ງທຶນຊ່ວຍເຫຼືອ ໃນຂົງເຂດຊີວະນາໆພັນ, ຮ່ວມມືປະສານງານກັບສູນຮ່ວມມືໃນການຄົ້ນຄວ້າ ຂອງສະຫະພາບເອີລົບ ເພຶ່ອຂໍ ຄວາມຊ່ວຍເຫຼືອໃນການປະເມີນຄວາມສຽ່ງ ຂອງເຕັກໂນໂລຊີຊີວະພາບ ແລະ ລະບົບນິເວດວິທະຍາ, ໄດ້ຮ່ວມມືກັບສະຖາບັນຊີວະເຕັກໂນໂລຊີ ສາພາບັນດິດວິທະ ຍາສາດ ຂອງ ສສ ຫວຽດນາມ ໃນໂຄງການວິໃຈພຶດ ແລະ ສັດ, ໄດ້ຮ່ວມມືກັບໂຄງການຄົ້ນຄວ້າ ແລະ ປັບປຸງແນວພັນເຂົ້າພື້ນເມືອງລາວ ຮ່ວມກັບສະຖາບັນພັນທຸກຳ ກະສິກຳ ຂອງ ສສ ຫວຽດນາມ, ໄດ້ຮ່ວມມືກັບໂຄງການສູນສາທິດວິໃຈເຕັກນິກທາງດ້ານການກະເສດ ຮ່ວມກັບ ບໍລິສັດ ບີຈີໄອ ໃນນັ້ນກໍຍັງໄດ້ສືບຕໍ່ ຈັດຕັ້ງປະຕິບັດ ບັນດາໂຄງການ ແລະ ກິດຈະກຳຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ກັບ ສສ ຫວຽດນາມ, ສປ ຈີນ ແລະ ບັນດາປະເທດອຶ່ນໆ, ຄົ້ນຄວ້າ ແລະ ຍາດແຍ່ງ ບັນດາຜົນປະໂຫຍດ ຈາກການຮ່ວມມືນຳບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ, ພົວພັນ ແລະ ຂະຫຍາຍການຮ່ວມມືກັບບັນດາອົງການຈັດຕັ້ງ ແລະ ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ ເພຶ່ອພັດທະນາເຕັກໂນໂລຊີ ເຄມີ.

ພ້ອມດຽວກັນນັ້ນ, ຮອງຫົວໜ້າສະຖາບັນ, ບັນດາຫົວໜ້າພະແນກກໍ່ໄດ້ປະກອບຄຳຄິດຄຳເຫັນເຖິງຂໍ້ສະດວກ ແລະ ຂໍ້ຫຍຸງຫຍາກ ກ່ຽວກັບການຈັດຕັ້ງປະ ຕິບັດວຽກງານ ເພຶ່ອປຶກສາຫາລື, ແລກປ່ຽນບົດຮຽນປະສົບການຊຶ່ງກັນ ແລະ ກັນ ໃນການແກ້ໄຂວຽກງານໃຫ້ດີຂຶ້ນເລື້ອຍໆ.

ຕໍ່ການລົງເຮັດວຽກຄັ້ງນີ້, ທ່ານລັດຖະມົນຕີວ່າການ ກວຕ ກໍໄດ້ຍ້ອງເຖິງການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນຳ ແລະ ອ້າຍນ້ອງວິຊາການພາຍໃນ ສະຖາບັນ ແລະ ໃນນັ້ນ, ທ່ານກໍຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ເຄື່ອນໄຫວວຽກງານ ເພຶ່ອກະກຽມຕ້ອນຮັບກອງປະຊຸມຄົບຄະນະພັກຂອງກະຊວງ, ເອົາໃສ່ປັບປຸງແບບ ແຜນວິທີເຮັດວຽກໂດຍສະເພາະແມ່ນ: ແຜນເງີນ, ແຜນຄົນ, ແຜນວຽກ ແລະ ການເຮັດວຽກຕ້ອງມີຈຸດສຸມ ເພຶ່ອຈະເຮັດໃຫ້ຜົນຂອງການຄົ້ນຄວ້າຕ່າງໆອອກສູ່ສັງຄົມ.

ຫຼັງຈາກນັ້ນ, ທ່ານລັດຖະມົນຕີວ່າການ ກວຕ ພ້ອມດ້ວຍຄະນະ ກໍໄດ້ລົງໄປຢ້ຽມຊົມໂຄງການສາທິດການກະເສດທີ່ທັນສະໄໝ ລາວ-ຈີນ ໂດຍການຮ່ວມມື ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກັບ ບໍລິສັດ BGI ຈໍາກັດ.

ໂຄງການໄດ້ມີການທົດລອງ (ປະສົມພັນເຂົ້າຫອມ) ການທົດລອງແນວພັນເຂົ້າຂອງໂຄງການແມ່ນເພື່ອຄັດເລືອກແນວພັນທີ່ມີຄຸນະພາບ, ໃຫ້ຜົນຜະລິດສູງ, ທົນຕໍ່ພະຍາດ, ດິນຟ້າອາກາດ ແລະ ອາຍຸການເກັບກ່ຽວສິ້ນລົງ.

ໂຄງການດັ່ງກ່າວ ໄດ້ລິເລີ່ມມາໄດ້ 2 ປີ ສາມາດປະສົມພັນເຂົ້າໄດ້ ລຸ້ນທີ 1- ລຸ້ນທີ 4(ຄື F,F2, ,F,F4); ໃນການປະສົມພັນເຂົ້າຫອມ ລູກປະສົມ ແມ່ນເຮົາຄັດເອົາເຂົ້າພໍ່ພັນທີ່ປູກຢູ່ລາວ, ສ່ວນແມ່ພັນແມ່ນເອົາມາແຕ່ຈີນ.

ໃນການປູກເຂົ້າພັນລູກປະສົມ F,F2, ,F,F4 ແມ່ນຈະປູກກ້າກີບດຽວ; ສະມັດຕະພາບຜົນຜະລິດໃນການປູກເຂົ້າຫອມພັນປູກປະສົມໂດຍສະເລ່ຍແມ່ນ 7-8 ໂຕນ/ເຮັກຕາ ແລະ ໃຊ້ເນື້ອທີ່ດິນ 13 ເຮັກຕາ.

 

LEAVE A REPLY

Please enter your comment!
Please enter your name here