ພິທີປະກາດສ້າງຕັ້ງສູນສັດຕະວິທະຍາ

ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຂຽນດ້ວຍຕົວອັກສອນຫຍໍ້ວ່າ: “ສນຕ” ສັງກັດໃນ

ໂຄງປະກອບກົງຈັກຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີພາລະບົດບາດເປັນເສນາທິການໃຫ້ແກ່ ກະຊວງໃນການສຶກສາ, ຄົ້ນຄວ້າ, ພັດທະນາ, ນຳໃຊ້ແລະບໍລິການໃນຂົງເຂດນິເວດວິທະຍາ ແລະ ເຕັກໂນ ໂລຊີຊີວະພາບ ໂດຍມີໂຄງປະກອບການຈັດຕັ້ງ 4 ພະແນກ ແລະ 1 ສູນຄື: 1. ພະແນກສັງລວມ;2. ພະແນກ ນິເວດວິທະຍາ;3. ພະແນກເຕັກໂນໂລຊີຊີວະພາບ;4. ພະແນກເຕັກໂນໂລຊີເຄມີ;5. ພະແນກຊັບພະຍາກອນ ພັນທຸກຳ;6. ສູນບໍລິການນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ;7. ສູນສຶກສານິເວດວິທະຍາປາກຊັນ.

ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ໄດ້ມີການຂະຫຍາຍຕົວ ແລະ ເພື່ອເປັນການສຶກສາຄົ້ນຄວ້າ ລົງເລິກ ດ້ານນິເວດວິທະຍາ ດັ່ງນັ້ນ ຈຶ່ງໄດ້ຈັດພິທີປະກາດການສ້າງຕັ້ງ “ສູນສັດຕະວິທະຍາ” ເພີ່ມຕື່ມປະກອບ ເຂົ້າໃນກົງຈັກການຈັດຕັ້ງ ຂອງ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກວຕ. ພິທີດັ່ງກ່າວ ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2016 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ທ່ານ ລັດສະເໝີ ພັນທະວົງ, ຮັກສາການ ຫົວໜ້າ ສະຖາບັນນິເວດ ວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ (ສນຕ), ທ່ານ ບຸນປອນ ບົວແພງ, ຮັກສາການ ຫົວໜ້າກົມຈັດຕັ້ງ ພະນັກງານ ແລະ ພະນັກງານພາຍໃນສະຖາບັນ ໃຫ້ກຽດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ບຸນປອນ ບົວແພງ, ຮັກສາການ ຫົວໜ້າກົມຈັດຕັ້ງ ພະນັກງານ ໄດ້ຜ່ານ ດໍາລັດ ຂອງນາຍຍົກລັດຖະມົນຕີ ສະບັບເລກທີ 309/ນຍ, ລົງວັນທີ 28 ກັນຍາ 2011 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ; ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 0476/ກວຕ, ລົງວັນທີ 18 ພຶດສະພາ 2016 ວ່າດ້ວຍ ການສ້າງຕັ້ງສູນສັດຕະວິທະຍາ ໂດຍມີຖານະທຽບເທົ່າພະແນກ ຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ; ການສະເໜີຂອງກົມຈັດຕັ້ງ ພະນັກງານ ສະບັບເລກທີ 0370/ກວຕ. ກຈພ, ລັງວັນທີ 05 ພຶດສະພາ 2016 ແລະ ການຕົກລົງເຫັນດີ ຂອງຄະນະພັກ ຄະນະນຳ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຄັ້ງວັນທີ 13 ພຶດສະພາ 2016 ວ່າດ້ວຍການສ້າງຕັ້ງສູນສັດ ຕະວິທະຍາ ໂດຍມິຖານະທຽບເທົ່າພະແນກປະກອບເຂົ້າໃນກົງຈັກການຈັດຕັ້ງ ຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຊັບຊ້ອນປະກອບບຸກຄະລາກອນ ເຂົ້າໃນສູນສັດຕະວິທະຍາ ຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ.

ຮູບພາບ ແລະ ບົດຂ່າວ: ທັດສະນີ ພົງບັນດິດ

 

LEAVE A REPLY

Please enter your comment!
Please enter your name here