ສູນສັດຕະວິທະຍາເຄື່ອນໄຫວວຽກງານ ຢູ່ກະເສດ ນາບົງ

ວັນທີ 8 ສິງຫາ ຜ່ານມານີ້, ທ່ານ ປອ. ວັນນະແສງ ພຸດທະປານ ຫົວໜ້າສູນສັດຕະວິທະຍາ, ສະຖາບັນ ນິເວດວິ

ທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ພ້ອມດ້ວຍຄະນະ ໄດ້ລົງ ເຄື່ອນໄຫວວຽກງານ ຢູ່ທີ່ ໂຮງຮຽນກະເສດນາບົງ ໃຫ້ກຽດຕ້ອນຮັບໂດຍ ຮອງອະທິບໍດີ ທ່ານ ນາງ ປອ. ສິຣິນ ທອນ ສັກລໍຄຳ, ພ້ອມດ້ວຍບັນດາຄູອາຈານ ແລະ ນັກສຶກສາ ຢ່າງອົບອຸ່ນ.

ໃນໂອກາດທີ່ເຮັດວຽກຮ່ວມກັນຄັ້ງນີ້, ທ່ານ ນາງ ປອ. ສິຣິນທອນ ສັກລໍຄຳ ຮອງຫົວໜ້າຄະນະບໍດີຄະ ນະກະເສດສາດວິທະຍາເຂດນາບົງໄດ້ສະແດງຄວາມຍິນດີຕ້ອນຮັບສູນສັດຕະວິທະ ຍາທີ່ໄດ້ມາຢ້ຽມຢາມ ແລະ ການຈັດສຳມະນາໃນຄັ້ງນີ້ເພາະຈະເປັນນິມິດໝາຍທີ່ສຳຄັນໃນການເສີມສ້າງສາຍພົວພັນ ແລະ ການຮ່ວມມືຄົ້ນ ຄວ້າທາງດ້ານສັດຕະວິທະຍາໃນອານາຄົດ ແລະ ທ່ານ ນາງ ປອ. ສິຣິນທອນ ສັກລໍຄຳ ຍັງໄດ້ແນະນໍາປະຫວັດ ຫຍໍ້ຄວາມເປັນມາ ແລະ ການເຕີບໃຫ່ຍຂະຫຍາຍຕົວຂອງໂຮງຮຽນ,ການພົວພັນກັບບັນດາຂະແໜງການຕ່າງໆ ການສ້າງບຸກຄະລະກອນ ແລະ ທ່າແຮງຂອງໂຮງຮຽນໃນການຄົ້ນຄ້ວາ.

ຫຼັງຈາກນັ້ນ, ທ່ານ ປອ. ວັນນະແສງ ພຸດທະປານກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ທາງໂຮງຮຽນສາມາດຍາດມາໄດ້ ໃນໄລຍະທີ່ຜ່ານມາ ພ້ອມ ກັນນັ້ນກໍ່ໄດ້ແນະນຳການສ້າງຕັ້ງສູນສັດຕະວິທະຍາ ແລະ ມີຄໍາເຫັນໃນການຮ່ວມມືທາງດ້ານການຄົ້ນຄົ້ວເພື່ອຮ່ວມກັນຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ມີຜົນງານ ການຄົ້ນຄົ້ວອອກມາສາມາດຮັບໃຊ້ສັງຄົມໄດ້ໃນອານາຄົດ, ໂດຍສະເພາະແມ່ນວຽກງານການຄົ້ນຄົວທາງດ້ານການຄັດເລືອກແນວພັນສັດພື້ນບ້ານ; ເຕັກນິກການລ້ຽງ ສັດ; ເຕັກນິກການຜະລິດຫົວອາຫານສັດ; ການຜະລິດວັກແຊັງສັດ ແລະ ການປຸງແຕ່ງຜະລິດຕະພັນສັດ.

ຕໍ່ການລົງເຮັດວຽກຂອງຄະນະຄັ້ງນີ້, ທາງໂຮງຮຽນກໍ່ມີຄວາມຍິນດີໃນການສ້າງສາຍພົວພັນ ແລະ ຮ່ວມມືຄົ້ນຄວ້າເຕັກນິກວິທະຍາສາດກະສິກຳໃນອານາຄົດ ແລະ ທັງສອງຝ່າຍໄດ້ຕົກລົງເປັນເອກະພາບໃນການຮ່ວມສ້າງບຸກຄະລາກອນ ແລະ ມີຍິນດີໃຫ້ມີການຈັດສຳມະນາເປັນປະຈຳເພື່ອມີການແລກປ່ຽນບົດຮຽນ ແລະ ຖ່າຍທອດ ຄວາມຮູ້,ຈິນຕະນາການ,ເຕັກນິກໃໝ່ໃຫ້ແກ່ນ້ອງໆນັກສຶກສາ.

ຈາກນັ້ນກໍໄດ້ມີການການຈັດສຳມະນາໃຫ້ບັນດາຄູອາຈານ ແລະ ນ້ອງນັກສຶກສາທີ່ມີຄວາມສົນໃຈຈຳນວນ 75 ທ່ານ, ໃນຫົວຂໍ້: ຈິນຕະນາການໃໝ່ຂອງເຕັກນິກ ການລ້ຽງໄກ່ ແລະ ປະສົບການການລ້ຽງໄກ່ພື້ນບ້ານເພື່ອໃຫ້ປະສົບຜົນສຳເລັດ ແລະ ມີການສົນທະນາ ແລກປ່ຽນຄຳເຫັນກັນຢ່າງຄຶກຄື້ນ,ເຮັດໃຫ້ການລົງເຄຶ່ອນໄຫວ ວຽກງານໃນຄັ້ງນີ້ ມີບັນຍາກາດຄຶ້ກຄຶ້ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ຮູບພາບ ແລະ ຂ່າວ: ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ

 

 

 

LEAVE A REPLY

Please enter your comment!
Please enter your name here