ລາວ-ຈີນ ລົງນາມຮ່ວມມືພັດທະນາການ ປູກມອບ-ລ້ຽງມອນ ເປັນອຸດສາຫະກໍາ

ພິທີເຊັນສັນຍາຮ່ວມມືວ່າດ້ວຍ ການພັດທະນາການ ປູກມອນ-ລ້ຽງມ້ອນ ເປັນອຸດສາຫະກໍາ ແລະ ທັນສະໄໝລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແລະ ມະຫະວິທະຍາໄລ ຊູໂຈ, ສປ ຈີນ ໄດ້ຈັດຂຶ້ນ ໃນວັນທີ 29 ພະຈິກ 2017 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.

ຜູ້ລົງນາມໃນສັນຍາດັ່ງກ່າວ ຝ່າຍລາວ ແມ່ນທ່ານ ລັດສະໝີ ພັນທະວົງ, ຮັກສາການ ຫົວໜ້າສະຖາບັນ ນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກວຕ ແລະ ຝ່າຍ ສປ ຈີນ ແມ່ນ ທ່ານ ນາງ ລູ່ຈຽນເມີຍ, ຮອງອະ ທິການມະຫາວິທະຍາໄລ ຊູໂຈ ສປ ຈີນ. ທ່ານ ນາງ ແກ້ວສາຍໃຈ ໄຊຍະສອນ, ພັນລະຍາ ອະດີດປະທານປະເທດ ແຫ່ງ ສປປ ລາວ, ປະທານ ບໍລິສັດສອງມືນາງ ແລະ ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກວຕ ພ້ອມດ້ວຍແຂກຈາກສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານການລົງນາມດັ່ງກ່າວ.

ພາຍຫຼັງການລົງນາມສັນຍາຄັ້ງນີ້, ສອງຝ່າຍ ຮ່ວມມືກັນໃນການພັດທະນາເຕັກນິກການປູກມອນ-ລ້ຽງມ້ອນ ແລະ ການພັດທະນາໂຄງການ ຊຶ່ງມີ 3 ໄລຍະຄື: ໄລຍະທຳອິດ ສ້າງສວນສາທິດ ໃຊ້ເວລາ 3 ປີ ເພື່ອພັດທະນາເຕັກນິກການປູກມອນ-ລ້ຽງມ້ອນ ແລະ ສ້າງຮູບແບບການພັດທະນາສວນສາທິດ ຢູ່ ສປປ ລາວ; ມະຫະວິ ທະຍາໄລຊູໂຈ ຈຸລົງ ທຶນໃສ່ແຕ່ລະປີ 1,5 ລ້ານຢວນ ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງການນໍາເຂົ້າເຕັກໂນໂລຊີ ແລະ ອຸປະກອນນໍາໃຊ້ລ້ຽງມ້ອນ ສ່າວໄໝ ກ້າວໄປເຖິງການຢືນຢັນ ຮັບຮອງ ໄໝອິນຊີຂອງລາວ ແລະ ຄ່າໃຊ້ຈ່າຍໃນການຝຶກອັບຮົມພະນັກງານຢູ່ ສປປ ລາວ. ສໍາລັບການກໍ່ສ້າງບ່ອນບໍລິການສວນສາທິດໃນການ ປູກມອນ-ລ້ຽງມ້ອນ ແມ່ນສ້າງສວນສາທິດປູກມອນຂອງບໍລິສັດສອງມືນາງ ແລະ ສ່ວນການຝຶກອົບຮົມພະນັກງານ ແມ່ນຢູ່ວິທະຍາໄລຊູໂຈ ຢູ່ ສປປ ລາວ ຫຼື ສປ ຈີນ.

ໄລຍະທີສອງ ສ້າງຕັ້ງສູນສົ່ງເສີມ ການພັດທະນາເຕັກນິກການປູກມອນ-ລ້ຽງມ້ອນ ໂດຍອີງຕາມພື້ນຖານຂອງສ່ວນສາທິດ ມະຫາວິທະຍາໄລຊູໂຈ ຈະໄດ້ຮ່ວມ ກັບພາກລັດຂອງແຂວງຈຽງຊູ, ສະຖາບັນຄົ້ນຄວ້າອຸດສາຫະກໍາແຂວງຈຽງຊູ ແລະ ອົງການຕ່າງໆຂອງແຂວງຈຽງຊູ ຮ່ວມມືກັບ ກວຕ, ສປປ ລາວ. ການສ້າງຕັ້ງສູນດັ່ງ ກ່າວ ຈະສໍາເລັດພາຍໃນ 2 ປີ. ທຶນການສ້າງຕັ້ງສູນ ຮັບຜິດຊອບໂດຍພາກລັດນະຄອນຊູໂຈ, ສະຖາບັນຄົ້ນຄວ້າອຸດສາຫະກໍາແຂວງຈຽງຊູ ແລະ ລັດຖະບານລາວ. ຝ່າຍຈີນ ຈະປະຊາສຳພັນໃນສ້າງສູນ ເພື່ອແນະນຳ ແລະ ດຶງດູດບັນດານັກທຸລະກິດໃຫຍ່ໆ ຂອງ ສປ ຈີນ ເຂົ້າຮ່ວມໃນການສ້າງພື້ນຖານໂຄງລ່າງ ທີ່ມີມູນຄ່າການກໍ່ສ້າງ 2,1 ລ້ານໂດລາສະຫະລັດ.

ໄລຍະສຸດທ້າຍ ແມ່ນກໍ່ສ້າງເຂດການປູກມອນ-ລ້ຽງມ້ອນ ໃຫ້ເປັນແບບອຸດສາຫະກໍາ ແລະ ທັນສະໄໝ ຢູ່ ສປປ ລາວ ໂດຍມອບໝາຍໃຫ້ສູນສົ່ງເສີມ ຮັບຜິດຊອບການພັດທະນາການປູກມອນ-ລ້ຽງມ້ອນ ໃນເນື້ອທີ່ ປະມານ 1.334 ເຮັກຕາ ໂດຍມີບໍລິສັດໃຫຍ່ໆທີ່ເຮັດທຸລະກິດເສັ້ນໄໝຈະໄດ້ເຂົ້າມາຮ່ວມນໍາ ແລະ ສາມາດສ້າງທຸລະກິດການຜະລິດໃຫ້ມີກໍາໄລ; ການເຮັດໃຫ້ໂຄງການດັ່ງກ່າວພັດທະນາໄປຢ່າງໝັ້ນຄົງ ແລະ ໃຫ້ບໍລິສັດຈີນ ຊ່ວຍຊອກຕະຫຼາດເພື່ອຮັບຮອງການຂາຍ ແລະ ຈໍາໜ່າຍຜົນຜະລິດ.

ບົດຂ່າວ ແລະ ພາບ: ນ. ທັດສະນີ ພົງບັນດິດ

LEAVE A REPLY

Please enter your comment!
Please enter your name here