ກວຕ ຈັດກິດຈະກຳປູກຈິດສຳນຶກດ້ານວິທະ ຍາສາດໃຫ້ນ້ອງນັກຮຽນ

ນັກຮຽນ ເນື່ອງໃນ ໂອກາດ

ສະເຫຼີມສະຫຼອງວັນເດັກນ້ອຍສາກົນ 1 ມິຖຸນາ, ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນຢຸດຕິ ການໃຊ້ແຮງງານເດັກ 12 ມິຖຸນາ ຂຶ້ນໃນວັນທີ 31 ພຶດສະພາ 2018, ທີ່ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ບ້ານດ່ານຊ່າງ ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ລັດສະໝີ ພັນທະວົງ, ຮັກ ສາການຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ.

ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້, ກໍເພື່ອໃຫ້ນັອງນັກຮຽນ-ຮຽນຮູ້ ການຄົ້ນຄວ້າ ວິເຄາະ, ວິໄຈ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ລວມທັງສັດນາໆພັນປະເພດຕ່າງໆໃນ ສປປ ລາວ. ກິດຈະກຳ ໃນຄັ້ງນີ້ ນ້ອງນັກຮຽນຍັງໄດ້ຢ້ຽມຊົມສະຖານທີ່ສຳຄັນ ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຄື: ຫ້ອງທົດລອງ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ; ຫ້ອງທົດລອງຫ້ອງການສະພາວິທະຍາສາດ ແຫ່ງຊາດ; ສູນພິິພິທະພັນວິທະຍາສາດ ແລະ ເຕັກໂນໂລຊີ; ສູນບໍລິການຂໍ້ມູນຂ່າວສານເອເລັກໂຕຣນິກ (Data center); ແລະ ຫ້ອງທົດລອງສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່.

ໃນໂອກາດດຽວກັນນີ້, ທ່ານ ລັດສະໜີ ພັນທະວົງ ໄດ້ກ່າວວ່າ: ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍ ສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ກວຕ ຈຶ່ງໄດ້ຈັດກິດຈະກຳປູກຈິດສຳນຶກສົ່ງເສີມສິດທິເດັກ, ເພື່ອໃຫ້ເດັກ ຮຽນຮູ້ນຳໃຊ້ເຕັກໂນໂລຊີແບບໃໝ່ໆ, ຮຽນຮູ້ອຸປະກອບການວັດແທກ, ຄົ້ນຄວ້າ, ວິເຄາະ, ວິໄຈ ຈາກນັກວິຊາການ ເພື່ອໃຫ້ນ້ອງນັກຮຽນໄດ້ເຂົ້າໃຈວຽກງານວິຊາສະເພາະດ້ານນີ້ອີກຕື່ມ. ພ້ອມນັ້ນ, ຍັງໃຫ້ພວກເຂົາເຈົ້າໄດ້ຮຽນຮູ້ ກ່ຽວກັບ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ການສຶກສາຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າມາໝູນໃຊ້ໃນຊີວິດປະຈໍາວັນອີກດ້ວຍ.

ໃນການຢ້ຽມຊົມສະຖານທີຕ່າງໆ ນ້ອງໆນັກຮຽນຍັງໄດ້ຮັບຟັງການບັນຍາຍຈາກວິທະຍາກອນທີ່ກ່ຽວຂ້ອງ ໃນແຕ່ລະສະຖານທີ່ດ້ວຍບັນຍາການຝົດຟື້ນ. ພາຍໃນກິດຈະກຳໃນຄັ້ງນີ້, ຍັງມີການມອບຂອງຂວັນໃຫ້ນ້ອງນັກຮຽນ ອີກດ້ວຍ. ເຂົ້າຮ່ວມກິດຈະກໍາດັ່ງກ່າວ ມີບັນດາພະນັກງານ ກວຕ, ຄູອາຈານ ແລະ ນ້ອງໆນັກ ຮຽນ ມາຈາກໂຮງຮຽນ ມັດທະຍົມສົມບູນ ມິດຕະພາບ ລາວ-ຫວຽດນາມ ຈຳນວນ 30 ກວ່າຄົນ.

ບົດຂ່າວ: ທັດສະນີ ພົງບັນດິດ

ຮູບພາບ: ພະແນກຂ່າວສານ ແລະ ປະຊໍາພັນ

 

LEAVE A REPLY

Please enter your comment!
Please enter your name here