ການສຶກສາວິທີການຖ່າຍທອດຜົນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ໄປສູ່ການຜະລິດເປັນສິນຄ້າ

ວິ​ທີ​ການ​ຖ່າຍ​ທອດເຕັກ​ໂນ​ໂລ​ຊີ ຂອງ ສປປ ລາວ ​ທີ່​​ຖືກນຳ​ໃຊ້​ປະ​ຈຸ​ບັນ ​ແບ່ງ​ເປັນ​ 2 ປະ​ເພດ​ຄື: ຖ່າຍ​ທອດ​ຄວາມ​ຮູ້ ແລະ ​ນຳ​ພາ​ປະ​ຕິ​ບັດ​ຕົວ​ຈິງ.  ອີງ​ຕາມ​ຂໍ້​ມູນ​ທີ່​ໄດ້​ຈາກ​ການສຶກ​ສາເຫັນວ່າ ວິ​ທີ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ໂດຍຜ່ານການນຳ​ພາປະຕິບັດຕົວຈິງ ຖືວ່າມີປະສິດທີຜົນ ຖ້າທຽບໃສ່ ວິທີການຖ່າຍທອດເຕັກໂນໂລຊີອື່ນໆ.​ ຜົນຂອງການ​ສຶກ​ສາໃນຄັ້ງນີ້ ​ຍັງ​ພົບອີກ​ວ່າ ວຽກງານການ​ຄົ້ນ​ຄວ້າຂອງ​ອົງ​ກອນ​ລັດ ສ່ວນໃຫ່ຍ ແມ່ນການ​ຄົ້ນ​ຄວ້າ​ນຳ​ໃຊ້, ສຳລັບ ສະຖາບັນການສຶກສາແມ່ນໃຫ້ຄວາມສຳຄັນໃນການຄົ້ນຄວ້າພື້ນ ຖານ ແລະ ສ່ວນ​​ພາກ​​ເອ​ກະ​ຊົນ​​ ແມ່ນອາ​ໃສ​ການ​ນຳ​ເຂົ້າ​ເຕັກ​ໂນ​ໂລ​ຊີ​ຈາກ​ຕ່າງ​ປະ​ເທດເປັນ ຕົ້ນຕໍ. ໃນການສຶກສາຄັ້ງນີ້ ຍັງພົບອີກວ່າ ມີຫຼາຍປັດ​ໃຈ​ທີ່​ເປັນ​ທັງຂໍ້ສະດວກ ແລະ ​ຂໍ້ຫຍຸ້ງ​ຍາກໃນ​ການຄົ້ນຄວ້າ ແລະ ພັດທະນາ​​​. ບັນ​ດາຂໍ້​ສະ​ເໜີ​ໃນການຈັດຕັ້ງປະຕິບັດວຽກ​ງານ ຄົ້ນ​ຄວ້າພັດ​ທະ​ນາ​ ແລະ ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ຂອງ ສ​ປ​ປ ລາວ ປະ​ຈຸ​ບັນ​ ​ເຖິງ 2030 ກໍ່ໄດ້​ລະ​ບຸ​ໄວ້ໃນ​ປື້ມຫົວ​ນີ້. ນອກ​ຈາກ​ນີ້ ການ​ປະ​ເມີນວິ​ທີ​ການ​ດຳ​ເນີນການ​ຄົ້ນ ຄວ້າ ພ້ອມ​ຄຳ​ແນະ​ນຳ​ສຳ​ລັບ ​ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ຫຼື ອົງ​ການ​ຈັດ​ຕັ້ງ ທີ່​ມີ​ຄວາມ​ສົນ​ໃຈ​ຈະ​ເຮັດ​ການ​ສຶກ​ສາ​​ກ່ຽວ​ກັບການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີໃນ​ອະ​ນາ​ຄົດ ກໍ່ໄດ້ຖືກນຳສະເໜີເຊັ່ນ ດຽວກັນ.

LEAVE A REPLY

Please enter your comment!
Please enter your name here