ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຈັບມືແຂ່ງຂັນ “ໜຶ່ງພະແນກ, ໜຶ່ງ ສູນ ຜະລິດໜຶ່ງ ຜະລິດຕະພັນ”

ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ (ສນຕ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

(ກວຕ) ຈັດກອງປະຊຸມຈັບມືແຂ່ງຂັນພາຍໃຕ້ຫົວຂໍ້ “ໜຶ່ງພະແນກ, ໜຶ່ງສູນ ຜະລິດ ໜຶ່ງຜະລິດຕະພັນ” ຂຶ້ນໃນ ວັນທີ 3 ກໍລະກົດ 2019 ຊຶ່ງໄດ້ຮັບກຽດການເຂົ້າຮ່ວມເປັນປະທານຂອງ ທ່ານ ບັນດິດ. ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ.

ການຈັບມືແຂ່ງຂັນດັ່ງກ່າວ ເປັນການສ້າງຂະບວນການດ້ານວິຊາການ, ຈັດຕັ້ງຜັນຂະຫຍາຍພາລະບົບ ບາດຂອງສະຖາບັນນິເວດວິທະຍາສາດ ແລະ ເຕັກໂນໂລຊີຊີວະພາບ ໃຫ້ເປັນຮູບປະທຳ, ຊຸກຍູ້ ແລະ ນຳເອົາຜົນ ການຄົ້ນຄວ້າມາພັດທະນາຕໍ່ຍອດຜະລິດເປັນຜະລິດຕະພັນອອກຮັບໃຊ້ສັງຄົມ.

ໂອກາດນີ້, ທ່ານ ປອ. ນາງ. ແກ້ວວິວອນ ອຸດທະຈັກ, ຫົວໜ້າ ສນຕ ຂຶ້ນຜ່ານເນື້ອໃນກ່ຽວກັບການ ຈັບມືແຂ່ງຂັນ “ໜຶ່ງພະແນກ, ໜຶ່ງສູນ ຜະລິດໜຶ່ງຜະລິດຕະພັນ” ຊຶ່ງແມ່ນການຜັນຂະຫຍາຍແຜນການໄລຍະສັ້ນ ຊຶ່ງປະກອບມີ 10 ຫົວຂໍ້ຂອງການຄົ້ນຄວ້າດັ່ງນີ້: ພະແນກນິເວດວິທະຍາ ຄົ້ນຄວ້າ ແລະ ພັດທະນາ ໃນຫົວຂໍ້ “ໄມ້ ປະດັບ ແລະ ດິນປູກສຳເລັດຮູບເປັນສິນຄ້າ”; ພະແນກເຕັກໂນໂລ ຊີຊີວະພາບ ຄົ້ນຄວ້າ ແລະ ພັດທະນາ ໃນຫົວຂໍ້ “ຫົວເຊື້ອ EM, ປຸ໋ຍໝັກຊີວະພາບ ແລະ ຫົວເຊື້ອ Trichodermasp, ຄວບຄຸມສາເຫດການເກີດພະຍາດພືດ; ພະແນກເຕັກໂນໂລຊີເຄມີ ຄົ້ນຄວ້າ ແລະ ພັດທະນາ ໃນຫົວຂໍ້ “ຄົ້ນຄວ້າການຖອດຮີດນໍ້າມັນຫອມລະ ເຫີຍຈາກພືດ ແປຮູບເປັນສະເປໄລ່ຍຸງ; ພະແນກຊັບພະຍາກອນພັນທຸກຳ ຄົ້ນຄວ້າ ແລະ ພັດທະນາ ໃນຫົວຂໍ້ “ການຂະຫຍາຍພັນໄມ້ປະດັບຈາກເນື້ນເຍື່ອເປັນສິນຄ້າ (ດອກເຜິ້ງ ແລະ ຫຍ້າໃບລາຍ)”; ພະແນກຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ ຄົ້ນຄວ້າ ແລະ ພັດທະນາ ໃນຫົວຂໍ້ “ສ້າງເວບໄຊທ໌ ສນຕ ເພື່ອເຜີຍແຜ່ຜົນການ ຄົ້ນຄວ້າ, ສ້າງຄູ່ມືວິຊາການກ່ຽວກັບ ການເຂົ້າເຖິງ ແລະ ການແບ່ງຜົນປະໂຫຍດແບບສະເໝີພາບ ກ່ຽວກັບການ ນຳໃຊ້ຊັບພະຍາກອນພັນທຸກຳ ໃນດ້ານການຄ້າ (ABS-Bio-Trade); ສູນສັດຕະວິທະຍາ ຄົ້້ນຄວ້າ ແລະ ພັດທະນາ ໃນຫົວຂໍ້ “ການປຸງແຕ່ງ ແລະ ການຫຸ້ມຫໍ່ຜະລິດຕະພັນສັດ; ສູນພິພິທະພັນ ແລະ ອຸດທິຍານວິທະຍາດ ຄົ້ນ ຄວ້າ ແລະ ພັດທະນາໃນຫົວຂໍ້ “ສ້າງຫຸ່ນຈໍາລອງຊາກສັດແຫ້ງ (ສະຕາບສັດ); ສູນເຕັກໂນໂລຊີໄໝຊີວະພາບ ຄົ້ນຄວ້າ ແລະ ພັດທະນາໃນຫົວຂໍ້ “ການຜະລິດຊາໃບມອນ”; ສູນບໍລິການວິຊາການ ຄົ້ນຄວ້າ ແລະ ພັດທະນາໃນຫົວຂໍ້ “ການສົ່ງເສີມ ແລະ ບໍລິການຜົນຂອງການຄົ້ນ ຄວ້າ ດ້ານນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ” ແລະ ພະແນກສັງລວມ ຄົ້ນຄວ້າ ແລະ ພັດທະນາ ໃນຫົວຂໍ້ “ກຳນົດການຄຸ້ມຄອງ-ບໍລິ ຫານພາຍໃນ ສນຕ”.

ກອງປະຊຸມ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບນຳກັນ ຕໍ່ກັບເນື້ອໃນທີ່ນຳມາແຂ່ງຂັນດັ່ງກ່າວ.

ໂອກາດດຽວກັນນີ້, ທ່ານ ລັດຖະມົນຕີ ກວຕ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃນຄັ້ງນີ້ຊຶ່ງທ່ານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ທີ່ມີບາດກ້າວໃໝ່ໃນການຈັບມືແຂ່ງຂັນ “ໜຶ່ງພະແນກ, ໜຶ່ງສູນ ຜະລິດໜຶ່ງຜະລິຕະພັນ” ຄັ້ງນີ້.

ທ່ານ ກ່າວວ່າ: ວຽກງານເຕັກໂນໂລຊີ ຊີວະພາບ ແມ່ນນອນຢູ່ໃນ 3 ເສົາຄໍ້າຂອງການປະຕິວັດອຸດສາຫະກຳໃນຍຸກ 4.0 ແລະ ທ່ານ ໄດ້ໃຫ້ທິດຊີ້ນຳໃນການ ນຳເອົາວຽກງານວິຊາການດ້ານນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຖ່າຍທອດໃຫ້ແກ່ທ້ອງຖິ່ນ ແລະ ສ້າງບຸກຄະລາກອນໃຫ້ມີຄວາມສາມາດໃນການຄົ້ນຄວ້າ ແລະ ພັດທະນາເປັນຜະລິດຕະພັນສິນຄ້າ ເພື່ອຮັບໃຊ້ສັງຄົມ, ເອົາພືດບາງຊະນິດທີ່ສຳຄັນສາມາດນຳມາຄົ້ນຄວ້າ ແລະ ພັດທະນາເປັນສິນຄ້າ ແລະ ສົ່ງເສີມໃຫ້ປະຊາຊົນ ປູກພືດດັ່ງກ່າວເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວຊຶ່ງຈະຊ່ວຍປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ.

ຜົນການຄົ້ນຄວ້າ ແລະ ພັັດທະນາທັງໝົດ ນໍາສະເໜີຕໍ່ບໍລິສັດຕ່າງໆ ເພື່ອປຶກສາຫາລືເຖິງຄວາມເປັນໄປໄດ້ໃນການຮ່ວມມືນໍາກັນໃນອະນາຄດ.

ທ່ານກາວຕື່ມວ່າ: ໃຫ້ເອົາວຽກງານການຄົ້ນຄວ້າດ້ານນິເວດວິທະຍາດ ແລະ ເຕັກໂນໂລຊີ ຊີວະພາບ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ການ ແກ້ໄຂສະພາບການອັບຮີບດ່ວນໃນສັງຄົມ, ໂດຍສະເພາະ ການຄົ້ນຄວ້າເລື່ອງເຊື້ອລາ ແລະ ການສ້າງວັກແຊ໋ງ ແລະ ວຽກງານອື່ນໆ.

ສຳຄັນທີ່ສຸດ ແມ່ນການພັດທະນາຊັບພະຍາກອນມະນຸດ, ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານດ້ານວິ ຊາການ ເພື່ອເປັນກຳລັງແຮງຊຸດດັນ ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຈະເລີນຂຶ້ນເທື່ອລະກ້າວ.

ທ່ານ ບຸນຕີ ທະມິດ, ທ່ານ ຫຸມພັນ ອິນທະຣາດ, ຮອງລັດຖະມົນຕີ ກວຕ, ບັນດາຫົວໜ້າ, ຮອງຫົວໜ້າ, ຫ້ອງການ, ກົມສະຖາບັນ ແລະ ພະນັກງານ ວິຊາການຂອງ ສນຕ ທັງໝົດ 80 ກວ່າທ່ານ ເຂົ້າຮ່ວມກອງປະຊຸມຄັ້ງນີ້.

LEAVE A REPLY

Please enter your comment!
Please enter your name here