ສຳມະນາວິທະຍາສາດ ວຽກງານ ນິເວດວິທະຍາ ຕໍ່ກັບ ການພັດທະນາເສດຖະກິດ-ສັງຄົມ

ວັນທີ 30 ເມສາ 2019 ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຈັດກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບວຽກງານນິເວດວິທະຍາ ຕໍ່ກັບການພັດ ທະນາເສດຖະກິດ-ສັງຄົມ ຢູ່ຫ້ອງປະຊຸມຂອງສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ, ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ບັນດາແຂກທີ່ຖືກເຊີນ 90 ກວ່າທ່ານເຂົ້າຮ່ວມການສຳມະນາຄັ້ງນີ້.

ຈຸດປະສົງຂອງການສຳມະນາດັ່ງກ່າວ ແມ່ນເພື່ອເຜີຍແຜ່ພາລະບົດບາດ, ຄວາມສຳຄັນ ແລະ ສະພາບບັນຫາຂອງ ການຄົ້ນຄວ້າ-ພັດທະນາໃນຂົງເຂດນິເວດວິທະຍາ ພ້ອມທັງເປັນເວທີການແລກປ່ຽນບົດຮຽນການຄົ້ນ ຄວ້າ ແລະ ການນຳໃຊ້ຜົນການຄົ້ນຄວ້າທາງດ້ານ ນິເວດວິທະຍາ ແລະ ເພື່ອເປັນການປຶກສາຫາລືທາງວິຊາການໃນ ການຄົ້ນຄວ້າ-ພັດທະນາ ວຽກງານນິເວດວິທະຍາ, ການອະນຸລັກຊີວະນາໆພັນ ເພື່ອຊຸກຍູ້ ແລະ ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ. ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ຫົວໜ້າ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໃຫ້ຮູ້ວ່າ: ນິເວດວິທະຍາ ໝາຍເຖິງການພົວພັນເຊິ່ງກັນ  ແລະ ກັນ ລະຫວ່າງສິ່ງທີ່ມີຊີວິດກັບສິ່ງທີມີຊີວິດ, ສິ່ງທີ່ມີຊີວິດ ກັບສິ່ງທີ່ບໍ່ມີຊີວິດ ແລະ ການຢູ່ຮ່ວມກັນ ຂອງ ສິ່ງທີ່ມີຊີວິດກັບສິ່ງແວດລ້ອມ ເພື່ອໃຫ້ການຢູ່ຮ່ວມກັບຂອງສິ່ງທີ່ມີຊີວິດ ມີຄວາມສົມດູນກັນ ທາງທຳມະຊາດ, ສິ່ງທີ່ມີຊີວິດມີຫຼາກຫຼາຍຊະນິດເຊັ່ນ: ຈຸລິນຊີ, ພືດ, ສັດ ແລະ ຄົນ ຊຶ່ງໄດ້ມີການແລກປ່ຽນທາດ, ແຮ່ທາດ, ພະລັງ ງານຜ່ານຕ່ອງໂສ້ ອາຫານ ໃນສິ່ງແວດລ້ອມທີ່ມີຊີວິດ ແລະ ບໍ່ມີຊີວິດເປັນທີ່ຢູ່ອາໄສ ເຮັດໃຫ້ມີການໝູນວຽນເປັນ ລະບົບ ຫຼື ເອີ້ນວ່າ(ລະບົບນິເວດ).

ສະເພາະກຸ່ມທີ່ມີຊີວິດປະກອບມີ ອາຕອມ, ໂມເລກຸນ, ຢີນ, ຈຸລັງ, ແພຈຸລັງ, ອະໄວຍະວະ ແລະ ອື່ນໆ…ລະບົບນິເວດມີຄວາມສຳຄັນຕໍ່ຄົນເຮົາຫຼາຍເພາະວ່າ ໃນສະພາບການຂອງໂລກແມ່ນຢູ່ໃນສະພາວະທາງວິທະຍາສາດ ທີ່ມະນຸດເຮົາເປັນຜູ້ປະດິດຄິດຄົ້ນ, ສະແຫວງຫາຄວາມຮູ້ ແລະ ສ້າງເຕັກນິກອັນໃໝ່ ເພື່ອຈະມານຳໃຊ້ເຂົ້າ ໃນຊີວິດປະຈຳວັນ ມະນຸດ ຫຼື ຄົນເຮົາເປັນສິ່ງທີ່ມີຊີວິດຊະນິດດຽວ ທີ່ມີອິດທິພົນຕໍ່ກັບການປ່ຽນແປງ ຂອງ ສິ່ງແວດລ້ອມເຊັ່ນ: ການຂຸດຄົ້ນຊັບພະຍາກອນທຳມະຊາດ ເພື່ອ ມາປຸງແຕ່ງຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ ແລະ ອື່ນໆ, ການເພີ່ມຂຶ້ນຂອງປະຊາກອນກໍເປັນບັນຫາໜຶ່ງ ທີ່ສາມາດເຮັດ ໃຫ້ສະພາບແວດລ້ອມມີ ການປ່ຽນແປງ ດັ່ງນັ້ນ, ການສຶກສາເຖິງລະບົບນິເວດວິທະຍາ ຈຶ່ງມີຄວາມສຳຄັນ ແລະ ຈຳເປັນຕໍ່ການຮັກສາສະພາບແວດລ້ອມໃຫ້ມີຄວາມສົມດູນ ແລະ ມີຄວາມສຳພັນ ຂອງສິ່ງທີ່ມີຊີວິດ ເປັນຕົ້ນແມ່ນ ຄວາມຫຼາກຫຼາຍດ້ານຊີວະນາໆພັນ, ຮັກສາແຫຼ່ງນ້ຳ, ການຜະລິດ, ການຫຼຸດຜ່ອນໄພພິບັດທາງທຳມະຊາດ ແລະ ການປ່ຽນແປງສະພາບ ຂອງດິນຟ້າອາກາດ.

ຜູ້ເຂົ້າຮ່ວມການສຳມະນາຄັ້ງນີ້ໄດ້ຮັບຟັງການນໍາສະເໜີກ່ຽວກັບສະພາບລວມການຄົ້ນຄວ້າ-ພັດທະນາຂົງເຂດວຽກງານນິເວດວິທະຍາ, ການຄົ້ນຄວ້າຊະນິດພັນ ພືດເພື່ອເຂົ້າໃນການພັດທະນາແບບຍືນຍົງ, ການສຶກສາເຫັດ ແລະ ຄວາມສຳຄັນຂອງເຫັດໃນການນຳໃຊ້ຢູ່ ສປປ ລາວ, ຄວາມສຳຄັນຂອງພິພິທະພັນວິທະຍາສາດຕໍ່ກັບ ການເກັບຮັກສາວັດຖຸພັນຊີວະນາໆພັນ, ການນຳໃຊ້ເຕັກໂນໂລຊີໃນການລ້ຽງ ແລະ ການປຸງແຕ່ຜະລິດຕະພັນສັດ ແລະ ການຄົ້ນຄວ້າ-ພັດທະນາ ສວນສາທິດວິທະຍາ ສາດ-ເຕັກໂນໂລຊີ ການກະເສດ ທີ່ທັນສະໄໝ.

ການສຳມະນາຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບຫົວຂໍ້ຕ່າງໆທີ່ສະເໜີໃນການສໍາມະນາຄັ້ງນີ້ເປັນຕົ້ນແມ່ນການຮັກສາ ແນວພັນທີ່ເປັນຂອງລາວ, ເນັ້ນເອົາຜົນການຄົ້ນຄວ້າໃຫ້ເກີດເປັນຜະລິດຕະພັນອອກສູ່ສັງຄົມ ແລະ ອື່ນໆ.

ພາບ ແລະ ຂ່າວ: ບຸນທັນ ນັນທະວົງ

LEAVE A REPLY

Please enter your comment!
Please enter your name here