ສຳມະນາ ວິທະຍາສາດ ກ່ຽວກັບເຕັກໂນໂລຊີ ຊີວະພາບ

ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້

ຈັດກອງປະຊຸມສຳມະນາ ວິທະຍາສາດ ກ່ຽວກັບເຕັກໂນໂລຊີ ຊີວະພາບ ທີເປັນ 1 ໃນ 3 ເສົາຄ້ຳຂອງ ຍຸກ 4.0 ໃນຕອນເຊົ້າວັນທີ 27 ມີນາ 2019 ຢູ່ຫ້ອງປະຊຸມສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກວຕ.

ກອງປະຊຸມຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮັບຮູ້ກ່ຽວກັບບົດບາດ, ຄວາມສຳຄັນ ແລະ ສະພາບບັນຫາຂອງການຄົ້ນຄວ້າ- ພັດທະນາຂົງເຂດເຕັກໂນໂລຊີ ຊີວະພາບ, ການແລກປ່ຽນບົດຮຽນການຄົ້ນ ຄວ້າ ແລະ ການນຳໃຊ້ຜົນການຄົ້ນຄວ້າເຕັກໂນໂລຊີຊີວະພາບ, ປຶກສາຫາລືດ້ານວິຊາການເປັນທິດທາງການຄົ້ນຄວ້າ-ພັດທະນາເຕັກໂນໂລຊີຊີວະພາບ ເພື່ອຊຸກຍູ້ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງ ຄົມ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ໂອກາດນີ້, ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ, ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ກ່າວວ່າ: ເຕັກໂນໂລຊີ ຊີວະພາບ ຢູ່ ສປປ ລາວ ມີຄວາມສອດຄ່ອງກັບການເປັນອຸດສາຫະກຳ ແລະ ທັນສະໄໝໃນຫຼາຍຂົງເຂດບຸລິມະສິດ ເຊັ່ນ: ດ້ານກະສິກຳ, ອຸດສາຫະກຳ, ການແພດ-ການຢາ, ພະລັງງານ-ວັດສະດຸໃໝ່ ແລະ ສິ່ງແວດລ້ອມ ເປັນຕົ້ນ.

ເຕັກໂນໂລຊີ ຊີວະພາບ ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ເພື່ອຍົກລະດັບຊີວິດການ ເປັນຢູ່ຂອງຄົນ, ລວມທັງການສ້າງມູນຄ່າເພີ່ມໃນການຜະລິດ, ສ້າງສາຍພັນໃໝ່, ຮັບປະກັນສະ ບຽງ ອາຫານພຽງພໍ.

ເຕັກໂນໂລຊີ ຊີວະພາບ ຢູ່ ສປປ ລາວ ມີໂອກາດ, ທ່າແຮງ, ແລະ ເປັນສິ່ງທ້າທາຍຕໍ່ຄວາມສາມາດຂອງຄົນຍຸກໃໝ່.

ນັກສຳມະນາກອນທີ່ເຂົ້າຮ່ວມການສຳມະນາຄັ້ງນີ້ ໄດ້ຮັບຟັງການນໍາສະເໜີກ່ຽວກັບການຄົ້ນຄວ້າເຊື້ອຣາແມງໄມ້ Hypocreales ເພື່ອພັດທະນາເປັນຢາປາບສັດຕູພຶດ, ການຄົ້ນຄວ້ານໍາໃຊ້ແຫຼ່ງຊັບພະ ຍາກອນພັນທຸກຳພຶດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ພັດທະນາການປຸກມອນ-ລ້ຽງມອນ, ການພັດທະນາເຕັກໂນໂລຊີເຄມີ ເພື່ອສົ່ງເສີມວຽກງານການຜະລິດເປັນສິນຄ້າ, ນິຕິກໍາການຄຸ້ມຄອງ ແລະ ສົ່ງເສີມວຽກງານຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ ຢູ່ ສປປ ລາວ.

ຜູ້ເຂົ້າຮ່ວມຟັງການສຳມະນາ ຍັງໄດ້ສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບຫົວຂໍ້ຕ່າງໆທີ່ສະເໜີໃນການສໍາມະນາຄັ້ງນີ້ດ້ວຍ.

ໂອກາດດຽວກັນນີ້, ທ່ານປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຕໍ່ກອງປະຊຸມວ່າ: ສະແດງຄວາມຊົມເຊີຍມາຍັງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ທີ່ເຫັນໄດ້ຄວາມສຳຄັນຂອງຍຸກ 4.0 ໃນການປະຕິບັດວຽກງານການຄົ້ນຄວ້າເຕັກໂນໂລຊີ ຊີວະພບາບ, ໃຫ້ຮູ້ເຖິງການສ້າງພັນພຶດໃໝ່ ແລະ ການເຂົ້າເຖິງການນຳໃຊ້ບຣ໋ອກເຈນ 4.0, ການນໍາໃຊ້ຢາພື້ນເມືອງ, ການນຳໃຊ້ຈຸລະຊີບ ເພື່ອທຳລາຍສັດຕູ້ພຶດ ແລະ ປົກປັກຮັກສາສິ່ງແວດລ້ອມ, ບໍາບັດນໍ້າເສຍ ແລະ ທ່ານ ສະເໜີໃຫ້ມີການຈັດສໍາມະນາ ຍຸກ 4.0 ເຂົ້າໃນແຕ່ລະຂະແໜງການ, ຍົກສູງພາລະບົດບາດຂອງສະຖາບັນ ເພື່ອໃຫ້ເປັນສູນແຫ່ງຄວາມຮູ້.

ບັນດາທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຫ້ອງການ, ກົມ, ສະຖາບັນ ແລະ ບັນດາພະນັກງານວິຊາການພາຍໃນ ກວຕ ເຂົ້າຮ່ວມການສຳມະນາຄັ້ງນີ້.

ຂ່າວ ແລະ ຮູບ: ແສງທອງ ວັນນະທຳ.

LEAVE A REPLY

Please enter your comment!
Please enter your name here