ພາລະບົດບາດ ແລະ ຂອບເຂດສິດ

  • ພາລະບົດບາດ
            ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຂຽນດ້ວຍຕົວອັກສອນຫຍໍ້ວ່າ ສນຕແມ່ນໂຄງປະກອບກົງຈັກ ຂອງກະຊວງກະສິກໍາ ແລະ ປ່າໄມ້, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ກະຊວງກະສິກຳ ແລະ ປ່າໄມ້ ໃນການຄົ້ນຄວ້າວິທະຍາສາດກະສິກຳ, ຄົ້ນຄວ້າ-ພັດທະນາ ລະບົບນິເວດກະສິກຳ ແລະ ປ່າໄມ້, ເຕັກໂນໂລຊີ ຊີວະພາບ ແລະ ບໍລິການວິຊາການ ເພື່ອຮັບໃຊ້ການຜະລິດ-ການປຸງແຕ່ງ ດ້ານກະສິກໍາ ແລະ ປ່າໄມ້ ຕາມທິດກະສິກໍາສະອາດ, ສີຂຽວ ແລະ ຍືນຍົງ.
  • ຂອບເຂດສິດ
    ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ມີສິດດັ່ງນີ້:
  1. ນໍາສະເໜີ ຮ່າງຍຸດທະສາດ, ແຜນງານ, ແຜນການ, ໂຄງການ ຈັດຕັ້ງປະຕິບັດວາລະແຫ່ງຊາດຂອງສະຖາບັນ ແລະ ຂະແໜງການ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາອະນຸມັດ; ຄົ້ົ້ນຄວ້າ ແລະ ນຳສະເໜີ ຮ່າງຂໍ້ຕົກ ລົງ, ຄຳສັ່ງ, ຄຳແນະນຳ, ແຈ້ງການ ແລະ ລະບຽບການຕ່າງໆ ກ່ຽວກັບຜົນການຄົ້ນຄວ້າ-ພັດທະນາ ເຕັກໂນໂລຊີ ຊີວະພາບ ແລະ ລະບົບນິເວດວິທະຍາ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາອອກເປັນນິຕິກຳ;
  2. ອອກຂໍ້ຕົກລົງ, ອອກແຈ້ງການ, ຄໍາແນະນໍາ, ຄູ່ມືວິຊາການ, ໜັງສືສະເໜີເຖິງຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດວຽກງານຄົ້ນຄວ້າລະບົບນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ພ້ອມທັງກວດກາຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
  3. ປະກອບເອກະສານຢັ້ງຢືນ ແນວພັນພືດ, ແນວພັນສັດ, ໄມ້ປະດັບ, ເຫັດ, ເຕັກນິກ ແລະ ເຕັກໂນໂລຊີໃໝ່ ເພື່ອສະເໜີສະພາວິທະຍາສາດຂອງກະຊວງຮັບຮອງ;
  4. ຄົ້ນຄວ້າ ແລະ ປະກອບຄຳເຫັນ ກ່ຽວກັບການລົງທຶນພາຍໃນ ແລະ ຕ່າງປະເທດ ດ້ານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ບົນພື້ນຖານກົດໝາຍ ແລະ ລະບຽບການໃນແຕ່ລະໄລຍະ;
  5. ດໍາເນີນການສຶກສາ, ຄົ້ນຄວ້າ-ພັດທະນາ, ສົ່ງເສີມນຳໃຊ້ ແລະ ບໍລິການຜົນການຄົ້ນຄວ້າ ໃນຂົງເຂດນິເວດວິ ທະຍາ ແລະ ເຕັກໂນໂລຊີ ຊີວະພາບ;
  6. ເຂົ້າຮ່ວມ, ສະເໜີຄຳຄິດເຫັນທີ່ພົວພັນເຖິງວຽກງານການຄົ້ນຄວ້າພື້ນຖານ, ຄົ້ນຄວ້ານໍາໃຊ້, ຄົ້ນຄວ້າ-ພັດທະ ນາ, ຝຶກອົບຮົມ ແລະ ໃຫ້ການບໍລິການດ້ານວິຊາການ ຂົງເຂດນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ຈຸລິນຊີ, ພືດ, ສັດ, ເຕັກໂນໂລຊີເຄມີ-ຊີວະ ໃຫ້ແກ່ບຸກຄົນ ຫຼື ການຈັດຕັ້ງ;
  7. ສ້າງແຜນການຄົ້ນຄວ້າ, ຂຶ້ນທະບຽນປ້ອງກັນໂຄງການຄົ້ນຄວ້າ ແລະ ເຂົ້າຮ່ວມບັນດາກອງປະຊຸມວິທະຍາ ສາດ ວິຊາການທີ່ຕິດພັນ ພ້ອມທັງໃຫ້ຄໍາປຶກສາວິຊາການທີ່ຕົນຮັບຜິດຊອບ;
  8. ຄຸ້ມຄອງ, ນຳໃຊ້ພາຫະນະ, ວັດຖຸອຸປະກອນເຕັກນິກ, ຊັບສົມບັດສ່ວນລວມ, ງົບປະມານ ແລະ ລາຍຮັບວິຊາການ ຕາມແຜນການອະນຸມັດ ຂອງກະຊວງ ແລະ ພາຍໃຕ້ຄວາມຮັບຜິດຊອບ ຂອງສະຖາບັນ;
  9. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ຊັບສິນຂອງລັດ, ການຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນຕາມກົດໝາຍ ແລະ ລະບຽບການກຳນົດໄວ້;
  10. ສະເໜີລັດຖະມົນຕີ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ກຳນົດຕຳແໜ່ງງານ, ບັນຈຸ-ສັບຊ້ອນ, ຈັດວາງແຕ່ງຕັ້ງ ແລະ ປະຕິບັດນະໂຍບາຍຕໍ່ບຸກຄະລາກອນ ຕາມການແບ່ງຂັ້ນຄຸ້ມຄອງ ແລະ ທິດກະທັດຮັດ, ເຂັ້ມ ແຂງ ແລະ ມີປະສິດທິພາບ ທີ່ກົດໝາຍ ແລະ ລະບຽບການກໍານົດໄວ້;
  11. ຮຽກໂຮມພະນັກງານນຳພາ, ຄຸ້ມຄອງ ແລະ ນັກວິຊາການຂອງຕົນ ໃນການເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານປະຈຳອາທິດ, ເຂົ້າຮ່ວມງານວາງສະແດງສິນຄ້າ, ກົນຈັກ ແລະ ຕະຫຼາດນັດກະສິກຳ, ການຈັດຝຶກອົບຮົມ-ສຳມະນາວິຊາການ ແລະ ລົງເຮັດວຽກພາກສະໜາມ ຢູ່ທ້ອງຖິ່ນ-ຮາກຖານ ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ຕາມທີ່ໄດ້ກໍານົດໃນລະບຽບການ ທີ່ກ່ຽວຂ້ອງ;
  12. ພົວພັນຮ່ວມມື, ພົບປະເຈລະຈາ, ເຊັນບົດບັນທຶກ, ອະນຸສັນຍາ ແລະ ສັນຍາ ກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະ​ເທດ​ຕາມ​ການ​ມອບ​ສິດ​ ຂອງ​ກະຊວງ;
  13. ປະຕິບັດສິດອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ,​ ຮອງລັດຖະມົນຕີ ຜູ້ຊີ້້ນຳ.