ສົນທິສັນຍາ

ອະນຸສັນຍາຄາກຕາເຈນາ ວ່າດ້ວຍ ຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ

Test……..ອະນຸສັນຍາຄາກຕາເຈນາ ວ່າດ້ວຍຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ ພາຍໃຕ້ສົນທິສັນຍາຊີວະນາໆພັນ (CBD-Convention on Biological Diversity) ໄດ້ນໍາໃຊ້ເປັນລະບຽບການສາກົນ ເຊິ່ງມີຈຸດປະສົງ ເພື່ອປະກອບສ່ວນ ໃນການຄໍ້າປະກັນຄວາມປອດໄພ ໃນການເຄື່ອນຍ້າຍ, ການຖືສິດຄອບຄອງ ແລະ ການນໍາໃຊ້ ສິ່ງທີ່ມີຊີວິດ ທີ່ມີການປ່ຽນແປງ ຄຸນລັກສະນະດ້ານພັນທຸກໍາ ທີ່ອາດມີຜົນກະທົບອັນບໍ່ດີ ຕໍ່ການອະນຸລັກ ແລະ ການນໍາໃຊ້ແບບຍືນຍົງຂອງຊີວະນາໆພັນ.

ສປປ ລາວ ເຂົ້າເປັນພາຄີອະນຸສັນຍາຄາກຕາເຈນາ ວ່າດ້ວຍຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ ໃນວັນທີ 01 ພະຈິກ 2004. ຫຼັງຈາກນັ້ນ ລັດຖະບານໄດ້ສ້າງແຜນດໍາເນີນງານແຫ່ງຊາດ ວ່າດ້ວຍ ຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ ສໍາເລັດ ໃນວັນທີ 25 ທັນວາ 2004 ເຊິ່ງເປັນການລິເລີ່ມປະຕິບັດພັນທະຕໍ່ກັບອະນຸສັນຍາດັ່ງກ່າວ.

ຂໍ້ມູນເພີ່ມເຕີ່ມ:

ອະນຸສັນຍານາໂກຢາ ວ່າດ້ວຍ ການເຂົ້າເຖິງ ແລະ ການແບ່ງປັນຜົນປະໂຫຍດຈາກນໍາໃຊ້ຊັບພະຍາກອນພັນທຸກໍາ ແບບສະເໝີພາບ ແລະ ເປັນທໍາ

ອະນຸສັນຍານາໂກຢາ ວ່າດ້ວຍ ການເຂົ້າເຖິງ ແລະ ການແບ່ງປັນຜົນປະໂຫຍດຈາກການນໍາໃຊ້ຊັບພະຍາກອນພັນທຸກໍາ ແບບ ສະເໝີພາບ ແລະ ເປັນທໍາ ແມ່ນອະນຸສັນຍາ ພາຍ​ໃຕ້ສົນທິສັນຍາຊີວະນາໆພັນ​ (CBD) ໄດ້​ຖືກຮັບຮອງ​ເປັນ​ລະ​ບຽບ​ການ​ສາ​ກົນໃນກອງປະຊຸມບັນດາປະເທດທີ່ເປັນພາຄີຄັ້ງທີ 10 ໃນເດືອນ ຕຸລາ ປີ 2010 ​ທີ່​ປະ​ເທດ​ຍີ່​ປຸ່ນ ເຊິ່ງຈຸດປະສົງຫຼັກຂອງ​ອະ​ນຸ​ສັນ​ຍາ​ດັ່ງ​ກ່າວ ແມ່ນການແບ່ງປັນຜົນປະໂຫຍດແບບສະເໝີພາບ ແລະ ເປັນທໍາ ຈາກການນຳໃຊ້ຊັບພະຍາກອນພັນທຸກຳ ຫຼື ຊີວະນາໆພັນ ບົນພື້ນຖານການຂໍອະນຸຍາດ ຫຼື ຂະບວນການແຈ້ງການຂໍອະນຸມັດສິດ (PIC – Prior Informed Consent) ແລະ ຂໍ້ຕົກລົງຮ່ວມກັນ (MAT – Mutually Agreed Terms) ລະຫວ່າງ ຜູ້ເປັນເຈົ້າຂອງ ແລະ ຜູ້ນຳໃຊ້ ຊັບພະຍາກອນ ພ້ອມທັງເປັນການປະກອບສ່ວນເຂົ້າໃນການອະນຸລັກຊີວະນາໆພັນ ແລະ ການນໍາໃຊ້ແບບຍືນຍົງ.

ສປປ ລາວ ໄດ້ຍືນສານຕາຕັ້ງ ແລະ ໃຫ້ສັດຕະຍາບັນເຂົ້າເປັນພາຄີ ໃນ​ເດື​ອນກັນ​ຍາ ປີ 2012 ເຊິ່ງອະນຸສັນຍາດັ່ງກ່າວ ມີຜົນບັງຄັບໃຊ້ໃນເດືອນຕຸລາ ປີ 2014.

ຂໍ້ມູນເພີ່ມເຕີ່ມ: