ສະຫຼຸບການຈັດຕັ້ງປະຕິບັດວຽກງານ ໂຄງການ 1 ພະແນກ/ສູນ 1 ຜະລິດຕະພັນ ແລະ ຜ່ານແຜນການທິດທາງໃນຕໍ່ໜ້າ ຂອງ ສນຕ

ວັນທີ 30 ທັນວາ 2020 ຜ່ານມານີ້, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ(ສນຕ), ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ(ກວຕ) ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2020, ແຜນການ ປະຈຳປີ2021 ແລະ ສະຫຼຸບໂຄງການ 1 ພະແນກ ສູນ 1 ຜະລິດຕະພັນ ໂດຍເປັນກຽດຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາ ຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສະຖາບັນ ພາຍໃນ ກວຕ ພ້ອມດ້ວຍພະນັກງານຂອງສະຖາບັນດັ່ງກ່າວເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຄຳແພງ ໂພທິຈິດໂຕ, ຮອງຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຜ່ານບົດສະຫຼຸບປະຈຳປີ 2020 ແລະ ທິດທາງແຜນການປີ 2021 ວ່າ: ສນຕ ປະກອບມີ 6 ພະແນກ 4 ສູນ, ພະນັກງານທັງໝົດມີ 67 ຄົນ, ຍິງ 39 ທ່ານ, ໃນນີ້ປະລິນຍາເອກ 3 ທ່ານ, ປະລິນຍາໂທ 21 ທ່ານ , ປະລິນຍາຕີ 42 ທ່ານ ແລະ ຊັ້ນສູງ 1 ທ່ານ, ກຳລັງສຶກສາຕໍ່ປະລິນຍາໂທ ແລະ ເອກ ຈຳນວນ 9 ທ່ານ, ຍິງ 5 ທ່ານ, ໃນນັ້ນ ຮຽນພາຍໃນປະເທດ 1 ທ່ານ ເປັນຍິງ. ຕະຫຼອດໄລຍະ 1 ປີທີ່ຜ່ານມາ ສນຕ ສາມາດຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຊຶ່ງສາມາດຍາດຜົນງານໄດ້ຫຼາຍດ້ານເຊັ່ນ: ວຽກງນຄົ້ນຄວ້າ ແລະ ພັດທະນາ ໄດ້ສຶກສາຊະນິດພັນພຶດຜັກທຳມະຊາດທີ່ເປັນອາຫານຢູ່ 6 ແຂວງພາກເໜືອ ຈຳນວນ 506 ຊະນິດ, ຄົ້ນຄວ້າຫຍິບຕົວແບບພຶດແຫ້ງ, ຊັບຊ້ອນຕົວແບບຊາກພຶດແຫ້ງຫາຊື່ວິທະຍາສາດ ແລະ ບັນທຶກຂໍ້ມູນເຂົ້າໃນໂປຣແກຣມເພື່ອຄຸ້ມຄອງ ແລະ ເກັບຮັກສາໄວ້ ໄດ້ຈຳນວນ 60 ຕົວຢ່າງ; ຄົ້ນຄວ້າອະນຸລັກທຶກໄວ້ໃນເຮືອນຮົມເຊັ່ນ: ພຶດເປັນອາຫານ, ດອກເຜີ້ງທີ່ເປັນຢາ ແລະ ໄມ້ປະດັບ, ຂະຫຍາຍຊະນິດແນວພັນພຶດຈາກການເພາະລ້ຽງເນື້ອເຫື້ອເປັນຕົ້ນບອນສີ 09 ຊະນິດ, ດອກເຜີ້ງປ່າ, ໝາກຫຸ່ງພັນດີ, ພຶດນ້ຳ, ມັນຂາໄກ່(ໂສມດາກຈິງ) ແລະ ສຶກສາວິທີການອະນຸບານພຶດກິນແມງໄມ້; ສຶກສາຄົ້ນຄວ້າສູດອາຫານໃນການເພາະລ້ຽງຖັງເຊົ່າ ໄດ້ຈຳນວນ 6 ສູດ; ສຶກສາຄົ້ນຄວ້ານ້ຳໝັກຊີວະພາບ ແລັກໂຕບາຊີລັດ, ເຕັກນິກການປຸງແຕ່ງ ກະທຽມດຳ, ເຊື້ອຣາທາຍໂກຣໍເດີມາ ເພື່ອໃຊ້ໃນການຄວບຄຸ້ມເຊື້ອພະຍາດພຶດ, ຄົ້ນຄວ້າປຸງແຕ່ງຝຸ່ນປົ່ມຊີວະພາບ ໄດ້ 4 ຜະລິດຕະພັນ(4ສູດ); ສຶກສາຂະຫຍາຍເຊື້ອເຫັດປ່າ; ສຶກສາຄົ້ນຄວ້າເຕັກນິກການປຸງແຕ່ງຜະລິດຕະພັນສັດ ໄດ້ 5 ສູດ , ເຕັກນິກການເຮັດສະຕາບສັດແຫ້ງ 1 ສູດ; ສຶກສາຄົ້ນຄວ້າເຕັກນິກກ່ນລ້ຽງມອນ-ລ້ຽງມ້ອນ ແລະ ການປຸງແຕ່ງຊາໃບມອນ, ຊາຂີ້ມອນ, ສະກັດນ້ຳມັນຫອມລະເຫີຍຈາກພຶດ. ວຽກງານພັດທະນາແມ່ນ: ສຳເລັດການພິມປື້ມ ຜົນການຄົ້ນຄວ້າ ກວດສອບ ແລະ ປະເມີນຄວາມສ່ຽງຂອງທາດກຳມັນຕະພາບລັງສີ; ສຳເລັດການປຸງແຕ່ງຜະລິດຕະພັນສັດ ເປັນຕົ້ນໄຂ່ເຄັມ, ໄສ້ກອກ, ໄຂ່ຕູນ, ໄຂ່ກາເຟ, ຊີ້ນຢ້າງ ເພື່ອເປັນສິນຄ້າ; ຂະຫຍາຍເບ້ຍກ້ວຍ ຈຳນວນ 1300 ເບ້ຍ ແລະ ບອນສີ 390 ໂຖ, ຜະລິດຫົວເຊື້ອເຫັດ ໄດ້ຈຳນວນ 100 ຂວດ; ຕິດຕາມຜົນການຄົ້ນຄວ້າ ແລະ ທົດລອງສູດອາຫານໃນການເພາະລ້ຽງເຫັດຖັງເຊົາສັງເຄາະ.
ດ້ານວຽກງານຄຸ້ມຄອງ: ສຳເລັດຮ່າງຄູ່ມື, ແບບຟອມສັນຍາ ວ່າດ້ວຍການເຂົ້າເຖິງ ແລະ ການແບ່ງປັນຜົນປະໂຫຍດຈາກການນຳໃຊ້ຊັບພະຍາກອນພັນທຸກຳ ເພື່ອເປັນການຄ້າ ໃນມາດຕາທີ 24 ຂອງກົດໝາຍວ່າດ້ວຍຄວາມປອດໄພດ້ານເຕັກໂນໂລຊີ ຊີວະພາບ.
ສຳລັບໂຄງການ 1 ພະແນກ/ສູນ 1 ຜະລິດຕະພັນ, ມີ 11 ໂຄງການຍ່ອຍ ລວມມີ 10 ກວ່າຜະລິດພັນ ຄື: ຄົ້ນຄວ້າການປູກໄມ້ປະດັບ ແລະ ດິນປູກສຳເລັດຮູບເປັນສິນຄ້າ; ຄົ້ນຄວ້າສ້າງຝຸ່ນບົ່ມຊີວະພາບ ໂດຍການສ້າງຫົວເຊື້ອໝັກຈຸລິນຊີ EM (Effective microorgsnism ) ແລະ ຫົວເຊື້ອ Trichodermasp ຄວບຄຸມສາເຫດການເກີດຂອງພະຍາດພຶດ; ຄົ້ນຄວ້າການຖອດຮີດນ້ຳມັນຫອມລະເຫີຍຈາກພືດ, ແປຮູບເປັນສະເປໄລ່ຍຸງ ແລະ ອື່ນໆ. ຄົ້ນຄວ້າຂະຫຍາຍພັນພັນດອກໄມ້ປະດັບ ແລະ ພຶດໃຫ້ໝາກຈາກເນື້ອເຍື່ອເປັນສິນຄ້າ; ສ້າງຄູ່ມືການເຖິງ ແບ່ງປັນຜົນປະໂຫຍດໃນການນຳໃຊ້ພັນທຸກຳແບບສະເໜີພາບດ້ານການຄ້າ (ABS-Bio-Trade); ສ້າງເວບໄຊ໌ສະຖາບັນນິເວ້ວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ; ຄົ້ນຄວ້າການປຸງແຕ່ງ ແລະ ຫຸ່ມຫໍ່ຜະລິດຕະພັນສັດເປັນສິນຄ້າ; ຄົ້ນຄວ້າການເຮັດສັດແຫ້ງ(ສະຫຼາບ)ໃກ້ຈະສູນພັນ; ຄົ້ນຄວ້າສ້າງຜະລິດຕະພັນຊາໃບມອນ; ຄົ້ນຄວ້າວິທີການສົ່ງເສີມ ແລະ ບໍລິການຜົນການຄົ້ນຄວ້າ-ພັດທະນາ ແລະ ຄົ້ນຄວ້າສ້າງຂໍ້ກຳນົດການຄຸ້ມຄອງບໍລິຫານຂອງ ສນຕ.
ນອກຈາກນັ້ນ, ຍັງໄດ້ມີວຽກງານຮ່ວມມືພາຍໃນ ແລະ ຕ່າງປະເທດ ໄດ້ສຳເລັດການເຊັນບົດບັນທຶກຮ່ວມມືວ່າດ້ວຍການຄົ້ນຄວ້າ ແລະ ທົດລອງຜະລິດຕະພັນເຫຼົ້າ 90 ໃນສປປ ລາວ, ຮ່ວມກັບບໍລິສັດເຫຼົ້າລາວຈຳກັດ; ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ, ຮ່ວມມືການປູກມອນ-ລ້ຽງມ້ອນ ກັບ ບໍລິສັດ ສອງມືນາງ. ພ້ອມກັນນັ້ນ, ຍັງໄດ້ຮ່ວມມືກັບ ສປ ຈີນ ເຊັ່ນ: ມະຫາວິທະຍາໄລ ຊູໂຈ, ສວນພຶກສາສາດ ສິບສອງພັນນາ, ສວນພຶກສາສາດ ຮົງກົງ ແລະ ອື່ນໆ.
ສຳລັບທິດທາງແຜນການໃນປີ 2021 ແມ່ນສືບຕໍ່ການຜັນຂະຫາຍຜົນສຳເລັດໃນການສ້າງຜະລິດຕະພັນ ຈາກການຄົ້ນຄວ້າອອກສູ່ສັງຄົມໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນສະກັດນ້ຳມັນຫອມລະເຫີຍຈາກໝາກຂີ້ຫູດ, ຫົວສີໄຄ ເພື່ອໃຫ້ໄດ້ປະລິມານເພີ່ມຂຶ້ນ, ການອະນຸລັກພຶດສົດໄວ້ໃນເຮືອນຮົ່ມເຊັ່ນ: ພຶດເປັນຢາ, ພຶດເປັນອາຫານ, ດອກເຜີ້ງທີ່ເປັນຢາ ແລະ ໄມ້ປະດັບ, ຂະຫຍາຍຊະນິດແນວພັນພຶດອື່ນໆຈາກການເພາະລ້ຽງເນື້ອເຍື່ອ; ຕິດຕາມຜົນການທົດລອງປູກພຶດ ໂດຍນຳໃຊ້ຝຸ່ນໝັກໃບໄມ້ ເພື່ອສຶກສາຄ່າອັດຕາຄວາມເໝາະສົມການນຳໃຊ້ຝຸ່ນກັບແຕ່ລະຊະນິດພຶດ; ດຳເນີນການຄົ້ນຄວ້າທົດລອງສູດອາຫານໃນການເພາະລ້ຽງເຊື້ອຖັງເຊົາ ແລະ ຕິດຕາມຜົນຂອງການຄົ້ນຄວ້າ; ການອະນຸລັກດອກເຜີ້ງປ່າທີ່ໄດ້ຈາກການເພາະລ້ຽງເນື້ອເຍື່ອ ຈຳນວນ 30 ຊະນິດ ຢູ່ເຮືອນອະນຸບານ ແລະ ສືບຕໍ່ສຶກສາການຄົ້ນຄວ້າວິທີການຂະຫຍາຍພັນພຶດນ້ຳ ຈຳນວນ 9 ຊະນິດ; ສືບຕໍ່ກະກຽມເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືສຶກສາຄົ້ນຄວ້າການປຸງແຕ່ງຜະລິດຕະພັນພຶດເປັນຢາຮ່ວມກັບບໍລິສັດເຫຼົ້າມິດຕະພາບ ຈຳກັດ.
ຂ່າວ ແລະ ພາບ: ແສງທອງ ວັນນະທຳ.

LEAVE A REPLY

Please enter your comment!
Please enter your name here