ພິທີເຊັນສັນຍາຮ່ວມມືດ້ານພຶກສາສາດ

 

ໃນວັນທີ 21 ຕຸລາ 2014 ຢູ່ຫ້ອງປະຊຸມຊັ້ນ 4 ຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກວຕ ແຫ່ງ ສປປ ລາວ ແລະ ສວນພືກສາສາດ ຮົງກົງ, ສປ ຈີນ ໄດ້ຈັດພິທີເຊັນສັນຍາຮ່ວມມືໃນວຽກງານພຶກສາສາດ. ຕາງໜ້າຜູ້ລົງນາມຝ່າຍ ກວຕ, ສປປ ລາວ ແມ່ນ ທ່ານ ດຣ. ສຸລິອຸດົງ ສຸນດາລາ, ລັດຖະມົນຕີຊ່ວຍວ່າການ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຕາງໜ້າຜູ້ລົງນາມຝ່າຍ ຮົງກົງ, ສປ ຈີນ ແມ່ນ ທ່ານ Andy Brown, ຜູ້ອໍານວຍການສວນພືກສາສາດ ຮົງກົງໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຄີພິຍານຂອງ ທ່ານ ບັນດິດ, ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ວ່າການ ກວຕ. ຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ ແລະ ພະນັກງານ ທັງສອງຝ່າຍ ກໍເຂົ້າຮ່ວມເປັນສັກຄີພິຍານໃນພິທີເຊັນສັນຍາຮ່ວມມືຄັ້ງນີ້.

ຈຸດປະສົງຂອງການເຊັນສັນຍາການຮ່ວມມືດັ່ງກ່າວ ກໍເພື່ອສ້າງຄວາມເຂັ້ມແຂງດ້ານການສຶກສາຄົ້ນຄວ້າ ແລະ ສໍາຫຼວດຄວາມຫຼາກຫຼາຍທາງດ້ານຊີວະນາໆພັນພືດ ຢູ່ ສປປ ລາວ, ເປັນການສ້າງຖານຂໍ້ມູນດ້ານຊີວະນາໆພັນພືດ ຢູ່ ສປປ ລາວ. ພັນພືດນາໆຊະນິດ ເປັນປັດໄຈ ຫຼັກຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ, ການຟື້ນຟູລະບົບນິເວດ, ການຄໍ້າປະກັນດ້ານສະບຽງອາຫານ ແລະ ຢາປົວພະຍາດ.

ການເຊັນສັນຍາຮ່ວມມືລະຫວ່າງສອງຝ່າຍຄັ້ງນີ້ ຈະເນັ້ນໃສ່ການສໍາຫຼວດຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ເພື່ອສ້າງເປັນຖານຂໍ້ມູນພື້ນຖານ, ສ້າງ ຄວາມເຂັ້ມແຂງ ແລະ ພັດທະນາຄວາມອາດສາມາດໃຫ້ແກ່ນັກວິຊາການ ຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ທາງດ້ານການສຶກສາຄົ້ນຄວ້າ ແລະ ການຄຸ້ມຄອງຊີວະນາໆພັນ, ສົ່ງເສີມການອະນຸລັກຊະນິດພັນພືດທີ່ມີຄວາມສ່ຽງຕໍ່ການສູນພັນ.

 

LEAVE A REPLY

Please enter your comment!
Please enter your name here