ມອບ-ຮັບຊຸດ ແລະ ອຸປະກອນປ້ອງກັນສານພິດ ເພື່ອການຝຶກແອບ ແລະ ສິດສອນ

ພິທີມອບຊຸດ ແລະ ອຸປະກອນປ້ອງກັນສານພຶດ ເພື່ອນຳໃຊ້ເຂົ້າການຝຶກແອບຕົວຈິງ ແລະ ປະກອບເຂົ້າ ການສິດ

ສອນວຽກງານປ້ອງກັນເຄມີ, ຊີວະລັງສີ ແລະ ນິວເຄຼຍ ໄດ້ຈັດຂຶ້ນໃນວັນທີ 27 ມີນາ 2018 ທີ່ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ (ກວຕ) ໂດຍການເປັນປະທານຂອງ ທ່ານ ປອ. ຄຳເພັດ ວົງດາລາ, ຮັກສາການຫົວໜ້າ ກົມແຜນການ ແລະ ຮ່ວມມື.

ການມອບເຄື່ອງດັ່ງກ່າວ ເນື່ອງຈາກ ກົມແຜນການ ແລະ ຮ່ວມມື, ກວຕ ໄດ້ເຂົ້າຮ່ວມການຈັດຕັ້ງປະ ຕິບັດໂຄງການ 46 ຊຶ່ງເປັນໂຄງການລະບົບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພາຍໃຕ້ຫົວຂໍ້: “ສົ່ງເສີມຄວາມອາດ ສາມາດ ຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນການແກ້ໄຂບັນຫາຫລຸດຜ່ອນຄວາມສ່ຽງ ໃນວຽກງານການຕອບໂຕ້ສຸກເສີນ” ເຊັ່ນ: ຄວາມປອດໄພ, ຄວາມສະຫງົບ, ການປູກຈິດສຳນຶກ ແລະ ດ້ານລະ ບຽບທີ່ກ່ຽວຂ້ອງກັບເຄມີ, ຊີວະລັງສີ ແລະ ນິວເຄຼວ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນ 7 ປີ 2015 ເປັນຕົ້ນມາ ແລະ ຈະໄດ້ປິດໂຄງການນີ້ໃນຕົ້ນເດືອນ 7 ປີ 2018 ທີ່ນະຄອນຫຼວງວຽງຈັນ.

ກິດຈະກໍາຕົ້ນຕໍຂອງໂຄງການດັ່ງກ່າວ ປະກອບດ້ວຍ ການຝຶກອົບຮົບ, ກອງປະຊຸມສຳມະນາ, ການຝຶກແອບຕົວຈິງ ແລະ ຊ່ວຍເຫຼືອດ້ານວິຊາການໃນການສ້າງ ຄວາມເຂັ້ມແຂງດ້ານລະບຽບການພາຍໃຕ້ 3 ອົງປະກອບ ຄື: 1. ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງສະພາບສຸກເສີນໃຫ້ແກ່ໜ່ວຍງານຕອບໂຕ້ສຸກເສີນຂອງ CBRN; 2. ສ້າງຄວາມເຂັ້ມແຂງໃນວຽກງານຄວາມປອດໄພ, ຄວາມສະຫງົບທາງດ້ານຊີວະສາດ ລວມທັງການຄຸ້ມຄອງຄວາມສ່ຽງ ແລະ ສິ່ງເສດເຫຼືອຂອງວັດຖຸຊີວະພາບ ແລະ 3. ປູກຈິດສຳນຶກກ່ຽວກັບການຫຼຸດຜ່ອນຄວາມສ່ຽງຈາກ CBRN ແລະ ຊ່ວຍເຫຼືອດ້ານວິຊາການສ້າງຄວາມເຂັ້ມແຂງດ້ານລະບຽບການ.

ທ່ານ ຮັກສາການ ຫົວໜ້າກົມແຜນການ ແລະ ຮ່ວມມື ໄດ້ກ່າວວ່າ: ລະຫວ່າງວັນທີ 23-26 ມັງກອນ 2018 ຜ່ານມາ, ກົມແຜນການ ແລະ ຮ່ວມມື ຮ່ວມກັບ ຄະນະຈັດຕັ້ງໂຄງການໄດ້ຈັດຝຶກອົບຮົມຂຶ້ນພາຍໃຕ້ຫົວຂໍ້ “ສ້າງຄວາມອາດສາມາດໃຫ້ແກ່ໜ່ວຍງານຕອບໂຕ້ສຸກເສີນຢູ່ໃນເຫດການອຸບັດເຫດທາງດ້ານເຄມີ, ຊີວະລັງສີ ແລະ ນິວເຄຼຍ ທີ່ມະຫາວິທະຍາໄລແຫ່ງຊາດ”. ການຝຶກອົບຮົມຄັ້ງນັ້ນ ລວມມີທັງພາກທິດສະດີ, ພາກປະຕິບັດຕົວຈິງຊຶ່ງພາຍຫລັງສຳເລັດການຝຶກອົບຮົມຄະນະຮັບຜິດ ຊອບໂຄງການ 46 ໄດ້ມອບອຸປະກອນທັງໜົດປະກອບມີ: ຊຸດປ້ອງກັນສານເຄມີຈໍານວນ 20 ຊຸດ, ໜ້າກາກປ້ອງກັນສານເຄມີຈຳນວນ 10 ອັນ, ເຄື່ອງກອງອາກາດ ຈໍານວນ 10 ອັນ ທີ່ນໍາໃຊ້ໃນການຝຶກອົບຮົມໃຫ້ແກ່ກະຊວງ.

ເພື່ອສຶບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ, ໂດຍສະເພາະ ການນຳໃຊ້ອຸປະກອນ ເຂົ້າການຝຶກແອບຕົວຈິງ ແລະ ການສິດສອນ ຈຶ່ງຖືໂອກາດນີ້ ຈັດພິທີມອບ-ຮັບເຄື່ອງໃຫ້ແກ່ 4 ພາກສ່ວນຄື: 1. ກົມເຄມີ ກະຊວງປ້ອງກັນປະເທດ, 2. ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນ ຄວາມສະຫງົບ, 3. ພາກວິຊາຟີຊິກນິວເຄຼວ, ຄະນະວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ, 4. ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກວຕ. ຊຸດ ແລະ ອຸປະກອນ ປ້ອງກັນສານພິດຈໍານວນດັ່ງກ່າວ ຈະເປັນສ່ວນໜຶ່ງປະກອບເຂົ້າໃນການສິດສອນ ແລະ ຝຶກແອບຕົວຈິງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ໜ່ວຍງານຕອບໂຕ້ສຸກເສີນທາງດ້ານເຄມີ, ຊີວະລັງສີ ແລະ ນິວເຄຼວ.

ເຂົ້າຮ່ວມພິທີຄັ້ງນີ້ ມີບັນດາຫົວໜ້າກົມ, ສະຖາບັນ ແລະ ພະນັກງານທີ່ກ່ຽວຂ້ອງ ພາຍໃນ ກວຕ ແລະ ສາມພາກສ່ວນພາຍນອກດັ່ງກ່າວ.

 

ຂ່າວ ແລະ ພາບ: ນ. ທັດສະນີ ພົງບັນດິດ

 

 

LEAVE A REPLY

Please enter your comment!
Please enter your name here