ຝຶກອົບຮົມຖ່າຍທອດຜົນການຄົ້ນຄວ້າ ພັດທະນາ ວຽກງານນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ລົງສູ່ທ້ອງຖິ່ນ ທີ່ແຂວງຈຳປາສັກ

ໃນຕອນເຊົ້າຂອງວັນທີ 23 ສິງຫາ 2022 ທີ່ຫ້ອງປະຊຸມ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ພາກໃຕ້ ແຂວງຈໍາປາສັກ ໄດ້ມີພິ​ທີເປີດກອງປະຊຸມ ຝຶກອົບຮົມຖ່າຍທອດຜົນການຄົ້ນຄວ້າ ພັດທະນາ ວຽກງານນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ລົງສູ່ທ້ອງຖິ່ນ 3 ແຂວງ​ພາກ​ກາງ ແລະ 4 ແຂວງພາກໃຕ້. ໂດຍການເປັນປະທານ ຮ່ວມຂອງ ທ່ານ ປອ ນາງ ແກ້ວວິວອນ ອຸດທະຈັກ ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ແລະ ທ່ານ ສຸ​ລະ​ພົນ ກອງ​ມະ​ນີ, ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ຈຳ​ປາ​ສັກ, ກະຊວງ ກະສິກຳ ແລະ ປ່າໄມ້. ເຊິ່ງກອງປະຊຸມດຳເນີນເປັນເວລາ 3 ວັນ ໃນລະຫວ່າງວັນທີ 23-25 ສິງຫາ 2022 ໂດຍຜູ້ເຂົ້າຮ່ວມກອງປະຊຸມແມ່ນ ພະນັກງານວິຊາການໃນຂົງເຂດກະສິກຳ ແລະ ປ່າໄມ້, ກຸ່ມຊາວກະສິກອນ, ກຸ່ມຜູ້ຜະລິດທ້ອງຖິ່ນ, ນັກຮຽນ ນັກສຶກສາ, ປັນຍາຊົນ ພາຍໃນແຂວງພາກໃຕ້.wedding bouncy castle
ຈຸດປະສົງຂອງກອງປະຊຸມ ເພື່ອຖ່າຍທອດຜົນການຄົ້ນຄວ້າ ພັດທະນາ ວຽກງານນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ຂອງ ນັກຄົ້ນຄວ້າຈາກສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ເຊັ່ນ: ວິທີການຜະລິດຝຸ່ນບົ່ມຊີວະພາບ, ການຜະລິດສະບູສະໝູນໄພ, ລະບົບນິເວດກະສິກຳ, ເຕັກນິກການລ້ຽງໝູຄອນໂດ, ການສົ່ງເສີມຜະລິດຕະພັນພູມປັນຍາທ້ອງຖິ່ນໃຫ້ກາຍເປັນສິນຄ້າ ເພື່ອໃຫ້ປະຊາຊົນສາມາດນໍາໄປປະກອບອາຊີບຕົນເອງໄດ້ ແລະ ສາມາດສ້າງເປັນຜະລິດຕະພັນປະຈໍາທ້ອງຖິ່ນຂອງຕົນ.

LEAVE A REPLY

Please enter your comment!
Please enter your name here