ກອງປະຊຸມ ຖ່າຍທອດຜົນການຄົ້ນຄວ້າ-ພັດທະນາ ວຽກງານນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ທີ່ແຂວງຫຼວງພະບາງ

ໃນຕອນເຊົ້າຂອງວັນທີ 27 ກັນ​ຍາ 2022 ທີ່ຫ້ອງປະຊຸມ ພະ​ແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງ​ພະ​ບາງ ໄດ້ມີພິ​ທີເປີດກອງປະຊຸມຖ່າຍທອດຜົນການຄົ້ນຄວ້າ ພັດທະນາ ວຽກງານນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ໃຫ້ 11 ແຂວງ​ພາກ​ກາງ ແລະ ພາກ​ເໝືອ(ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ຊຽງຂວາງ, ຫົວພັນ, ຫຼວງພະບາງ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ ແລະ ຜົ້ງສາລີ). ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ນາງ ແກ້ວວິວອນ ອຸດທະຈັກ ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ແລະ ທ່ານ ປອ ສົມເພັດ ເພັງຈັນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫລວງພະບາງ, ເຊິ່ງກອງປະຊຸມດຳເນີນເປັນເວລາ 2 ວັນ ແລະ 1 ວັນ ລົງພາກສະໜາມ, ໃນລະຫວ່າງວັນທີ 27-29 ກັນ​ຍາ 2022.

ຈຸດປະສົງຂອງ​ກອງ​ປະ​ຊຸມ: (1)ເພື່ອນໍາເອົາບາງຜົນການຄົ້ນຄວ້າ-ພັດທະນາ, ບໍລິການໃຫ້ຂັ້ນທ້ອງຖີ່ນ; (2) ແນະນໍາພາລະບົດບາດຂອງສະຖາບັນ ໃນ​ການຮຽນຮູ້ ແລະ ແລກປ່ຽນບາງປະສົບການນໍາບັນດາແຂວງຕ່າງໆ ແລະ (3)ເພື່ອເກັບກໍາບັນຫາ, ຄວາມຕ້ອງການທ້ອງຖີ່ນໃນການຮ່ວມມືວຽກງານທີ່ກ່ຽວຂ້ອງ ກັບ​ການຄົ້ນຄວ້າ-ພັດທະນາ ໃນຕໍ່ໜ້າ.

ພ້ອມ​ກັນ​ນັ້ນ ຄະນະ​ທີມງານວິຊາການສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ກໍ່​ໄດ້​ເຂົ້າ​ພົບ ທ່ານ ນ. ສຸລິພອນ ສຸພັນທອງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ ແລະ ແຜນການ ເພື່ອລາຍງານຜົນກອງປະຊຸມ ພ້ອມທັງໃຫ້ທິດຊີ້ນໍາໃນການນໍາໄປຈັດຕັ້ງຜັນຂະຫຍາຍໃນຕໍ່ໜ້າ ໃນການຄົ້ນຄວ້າ-ພັດທະນາ ເປັນຜະລິດຕະພັນທີ່ມີທ່າແຮງ ແລະ ເອກະລັກຂອງທ້ອງຖີ່ນໃຫ້ຜູ້ປະກອບການ, ຊາວກະສິກອນນໍາໄປຈັດຕັ້ງຜັນຂະຫຍາຍ.
inflatable cube tent

LEAVE A REPLY

Please enter your comment!
Please enter your name here