ຖ່າຍທອດຄວາມຮູ້ການຄົ້ນຄວ້າ-ພັດທະນາໃຫ້ນັກສຶກສາ ມະຫາວິທະຍາໄລ ວິທະຍາສາດສຸກຂະພາບ, ຄະນະເພສັຊສາດ ພາກວິຊາ ການຢາພື້ນເມືອງ


ໃນຕອນເຊົ້າຂອງວັນອັງຄານ ທີ 04 ຕຸລາ 2022 ທາງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ໄດ້ຕ້ອນຮັບນັກສຶກສາຄະນະເພສັຊສາດ ມະຫາວິທະຍາໄລ ວິທະຍາສາດສຸກຂະພາບ ພາກວິຊາ ການຢາພຶ້ນເມືອງ ປີທີ່ 5 ລຸ້ນທີ່ 2 ສົກສຶກສາ 2021-2022 ຈໍານວນ 25 ຄົນ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ພ້ອມດ້ວຍຄະນະພະແນກ/ສູນ ຢ່າງອົບອຸ່ນ.ໄລຍະຝຶກຫັດແມ່ນເລີ່ມແຕ່ ວັນທີ 15/08/2022 ເຖິງ 28/10/2022. ໂດຍແບ່ງອອກເປັນ 3 ຈຸຄື: ຈຸທີ1 ເລີ່ມແຕ່ວັນທີ 15/08/2022-02/09/2022; ຈຸທີ2 ເລີ່ມແຕ່ວັນທີ 05/09/2022-30/09/2022;  ຈຸທີ3 ເລີ່ມແຕ່ວັນທີ 03/10/2022-28/10/2022. ຈຸດປະສົງ ໂດຍແນ່ໃສການຝຶກຫັດຕົວຈິງໃນຫ້ອງທົດລອງ ໃນຂົງເຂດການຄົ້ນຄວ້າ-ພັດທະນາ ຂອງສະຖາບັນ.

LEAVE A REPLY

Please enter your comment!
Please enter your name here