ເຂົ້າແຜ່, ປູກເຂົ້າຄັ້ງດຽວ ເກັບກ່ຽວຫຼາຍຄັ້ງ

ປູກເຂົ້າແຜ່ຫຼາຍປີ ພຽງຄັ້ງດຽວ ເກັບກ່ຽວຜົນຜະລິດຫຼາຍຄັ້ງ
                                                                                                          ໂດຍ. ປອ ແກ້ວວິວອນ ອຸດທະຈັກ
                                                                                ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ
  1. ບົດຂັດຫຍໍ້.
              ການທົດລອງປູກແນວພັນເຂົ້າແຜ່ຫຼາຍປີ Perennials Rice (PR) ເປັນໜຶ່ງໃນຫຼາຍວິທີການ ທີ່ປະກອບສ່ວນການຄົ້ນຄວ້າແນວພັນໃນການຜະລິດກະສິກຳ ເພື່ອຄໍ້າປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານພຽງພໍຕອບສະໜອງໃຫ້ແກ່ການບໍລິໂພກພາຍໃນ ແລະ ມີສ່ວນແຮໄວ້, ດ້ານໂພຊະນາການໄດ້ປັບປຸງດີຂຶ້ນ; ທິມງານການຄົ້ນຄວ້າໄດ້ມີການທົດລອງປູກແນວພັນເຂົ້າແຜ່ຫຼາຍປີ Perennials Rice (PR) 2 ແນວພັນ PR25 ແລະ PR107 ນໍາມາປູກເທື່ອດຽວ ສາມາດເກັບກ່ຽວຫຼາຍລະດູການຕິດຕໍ່ກັນ ເຊິ່ງປີໜຶ່ງສາມາດເກັບກ່ຽວໄດ້ 4 ລະດູການ. ເມື່ອທຽບກັບປູກເຂົ້າແນວພັນອື່ນ ການປູກແນວພັນເຂົ້າແຜ່ຫຼາຍປີນີ້ ເພີ່ມມູນຄ່າທາງເສດຖະກິດສູງ, ປະຢັດເວລາຫວ່ານກ້າ, ເງິນຊຶ້ແນວພັນ ແລະ ແຮງງານໄຖຄາດນາ ເຊິ່ງພຽງລົງທຶນປູກຄັ້ງດຽວ ສາມາດເກັບກ່ຽວໄດ້ຫຼາຍຄັ້ງ. ນັກຄົ້ນຄວ້າໄດ້ມີຄວາມເພິງພໍໃຈຕໍ່ຜົນການທົດລອງປຸກ ເຊິ່ງຈະຕ້ອງໄດ້ສືບຕໍ່ຂະຫຍາຍໃນຂອບເຂດກວ້າງ ແລະ ຄົ້ນຄວ້າວິທີການຄວບຄຸມຄວາມເສຍຫາຍຂອງພະຍາດ, ສັດຕູພືດທໍາລາຍ ເພີື່ອໃຫ້ຊາວກະສິກອນສາມາດແກ້ບັນຫາທີ່ພົບພໍ້ ແລະ ຮັກສາໜາກຜົນອອກນອກລະດູການໄດ້ດີຂຶ້ນ.
  1. ຄວາມເປັນມາ.
             ແນວພັນເຂົ້າແຜ່ຫຼາຍປີ ເປັນຊື່ທີ່ປະຊາຊົນເຄີຍເອີ້ນວ່າ “ເຂົ້າແຜ່” ມາແຕ່ດົນແລ້ວ. ສໍາລັບເຂົ້າແຜ່ຫຼາຍປີນີ້ ມີຊື່ Perennials Rice (PR)  ຫຼື ເຂົ້າ ratoon ເປັນແນວພັນເຂົ້າທີ່ປູກຄັ້ງດຽວເກັບກ່ຽວໄດ້ຫຼາຍຄັ້ງ ເຊິ່ງຕົ້ນໃໝ່ຈະອອກຮາກຈາກເຫງົ້າຂອງຕົ້ນເດີມແລ້ວກາຍເປັນຕົ້ນໃໝ່. ການທົດລອງປູກແນວພັນເຂົ້າແຜ່ຫຼາຍປີ Perennials Rice (PR) ໄດ້ດໍາເນີນຢູ່​ຫຼາຍ​ກວ່າ 10 ປະ​ເທດ ຄື ຈີນ, ຫວຽດນາມ, ລາວ, ​ໄທ, ກຳປູ​ເຈຍ, ມຽນມາ, ບັງ​ກລາ​ແດັສ, ອີຣານ, ອູ​ການ​ດາ, ​ໄອ​ວຣີ​ໂຄ​ສ. ຜົນການທົດລອງເຫັນວ່າ ຜົນຜະລິດເຂົ້ານາປີເປັນທີ່ພໍໃຈ ແລະ ຄວາມສວຍງາມຂອງ “ຄື່ນເຂົ້າສຸກເຫຼືອງ” ນອກລະດູການຍັງເປັນທີ່ດຶງດູດນັກທ້ອງທ່ຽວ ເຂົ້າມາຊົມເປັນຈໍານວນຫຼວງຫຼາຍ.

             ແນວພັນເຂົ້າແຜ່ຫຼາຍປີຕົ້ນສະບັບ ໄດ້ມາຈາກການປັບປຸງພັນດວ້ຍເຕັກໂນໂລຊີຊີວະພາບ ເຊິ່ງປະສົມປະສານເອົາລັກສະນະດີເລີດອງ “ເຂົ້າMammoth” (Oryza longitam) ແລະ ເຂົ້າທີ່ປູກປະຈໍາປີຂອງອາຊີ. ເມື່ອປູກແລ້ວສາມາດເກັບກ່ຽວຢ່າງຕໍ່ເນື່ອງ ເປັນເວລາ 2-4 ປີ.  ເລີ່ມແຕ່ປີ 2011 ເປັນຕົ້ນມາ, ແນວພັນເຂົ້າ PR23, PR25 ແລະ PR107 ກໍໄດ້ມີ​ການ​ທົດ​ສອບ​ປູກ ຢູ່ຫຼາຍ​ກວ່າ 10 ​ແຂວງ ຂອງປະເທດ ສປຈີນ ທັງລະດູຝົນ ແລະ ລະດູແລ້ງ.  ເມື່ອທຽບກັບແນວພັນເຂົ້າປະຈໍາປີ Adverbials Rice (AR), ເຂົ້າແຜ່ຫຼາຍປີ ສາມາດຫຼຸດຜ່ອນຕົ້ນທຶນການຜະລິດໄດ້ຫຼາຍກວ່າ 50%. ເນື່ອງຈາກການຜະລິດແບບບໍ່ມີການໄຖຄາດນາ; ມັນສາມາດແກ້ໄຂກາກບອນໄດອອກໄຊ ແລະ ເພີ່ມທາດອິນຊີໃຫ້ດິນປຸກຝັງໄດ້ຫຼາຍກວ່າ ຈຶ່ງເຮັດໃຫ້ສາມາດຜະລິດຕົ້ນທຶນການຜະລິດ ແລະ ມີຜົນປະໂຫຍດທາງເສດຖະກິດຫຼາຍກວ່າ, ເຊິ່ງບໍ່ພຽງແຕ່ຮັກສາຄວາມໝັ້ນຄົງດ້ານສະບຽງອາຫານເທົ່ານັ້ນ ມັນຍັງຊ່ວຍຮັກສາຄວາມສົມບູນຂອງລະບົບນິເວດວິທະຍາ ແລະ ນໍາໃຊ້ຊັບພະຍາກອນດິນໃຫ້ມີຜົນ​ປະ​ໂຫຍດສູງສຸດ. ແນວພັນດັ່ງກ່າວ ຍັງສາມາດທົນທານຕໍ່ອາກາດໜາວ, ອາກາດຮ້ອນ ແລະ ທົນທານຕໍ່ພະຍາດ, ຜົນຜະລິດສະເລ່ຍໃນ 4 ປີທໍາອິດ ແມ່ນ 6,8ໂຕນ/ເຮັກຕາ/ລະດູການ.
              ນັບແຕ່ ປີ 2018 ເປັນຕົ້ນມາ, ຜົນການຜະລິດເຂົ້າ ໄດ້ສ້າງຄວາມເພິ່ງພໍໃຈໃຫ້ນັກຄົ້ນຄວ້າ ແລະ ຊາວກະສີກອນ, ແຕ່ສຶກສາຄົ້ນຄວ້າ ຍັງຕ້ອງໄດ້ສືບຕໍ່ດໍາເນີນພາຍໃຕ້ເງື່ອນໄຂຕ່າງໆ ໃນສະພາບດິນຟ້າອາກາດ, ພະຍາດ, ສັດຕູພືດ ແລະ ຫຍ້າ. ໃນ​ເດືອນ​ພຶດ​ສະ​ພາ 2022, Huada ແລະ Yunda ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ​ບໍ​ລິ​ສັດ Shenzhen Huada Yungu Technology Co., Ltd ເປັນ​ເວ​ທີ​ການ​ຫັນ​ປ່ຽນ​​ ມາປູກ​ເຂົ້າແຜ່​ຫຼາຍ​ປີ ​ໃນ​ໂລກ.
             ບໍລິສັດ ບີຈີໄອ (ລາວ) ຈໍາກັດ ໄດ້ຮ່ວມມືກັບສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ກໍ່ສ້າງສວນສາທິດວິທະຍາສາດ ແລະ ເຕັກໂນໂລຊີ ການກະສິກໍາທີ່ທັນສະໄໝລາວ-ຈີນ ໂດຍເຫັນໄດ້ຄວາມສໍາຄັນ ແລະ ທ່າແຮງຂອງການທົດລອງປູກແນວພັນເຂົ້າແຜ່ຫຼາຍປີດັ່ງກ່າວ. ໃນປີ 2022, ບໍລິສັດ ບີຈີໄອ (ລາວ) ຈໍາກັດ ໄດ້ນໍາແນວພັນເຂົ້າແຜ່ 2 ຊະນິດ ມາເລີ່ມທົດລອງປູກທັງລະດູນາປີ ແລະ ນາແຊງ ເຊິ່ງໄດ້ມີການສຶກສາຫຼາຍປັດໃຈ. ຖ້າຫາກວ່າການທົດລອງນີ້ ສໍາເລັດຈະສ້າງຄວາມໝັ້ນໃຈ ແລະ ຄວາມພຸມໃຈໃຫ້ຊາວກະສິກອນເປັນຫຼວງຫຼາຍ ທີ່ສາມາດລຸດຜ່ອນການໃຊ້ຈ່າຍໃນການເຮັດນາ; ພ້ອມກັນນັ້ນຍັງຈະເພີ່ມທະວີຄວາມໄດ້ປຽບໃນການຜະລິດກະສິກໍາ, ນໍາໃຊ້ດິນນາຢ່າງມີປະສິດທິຜົນ, ຫຼີກເວັນບໍ່ໃຫ້ມີນາຮົກເຮື້ອເປົ່າຫວ່າງ  ແລະ ປັບປຸງຄຸນນະພາບຂອງດິນດີຂຶ້ນ.
  2. ວິທີການທົດລອງ.
  • ແນວພັນ, ກຽມດິນ ແລະ ປູກ: ແນວພັນເຂົ້າ PR107, PR​25 ມາປູກທົດລອງທັງລະດູນາປີ ແລະ ນາແຊງ; ການກະຕຸ້ນໃຫ້ເມັດເຂົ້າງອກ, ຫວ່ານກ້າ, ໄລຍະຫ່າງປັກດໍາ 30-35 ຊຸມ/ຕາແມັດ, ນໍາໃຊ້ຝຸ່ນ NPK, ການຄວບຄຸມນໍ້າ ແລະ ສັດຕູພືດ.
  • ສຶກສາ ຕີລາຄາລັກສະນະພາຍນອກ ຄື ສີ, ຂະໜາດ, ອາຍຸ ຮອບວຽນການຈະເລີນເຕີບໂຕ, ການປັບຕົວໃນສະພາບແວດລ້ອມ, ການເຕີບໃຫຍ່ຂະຫຍາຍຕົວ, ຄວາມທົນທານຕໍ່ສະພາບແວດລ້ອມ, ຜົນຜະລິດ ແລະ ລັກສະນະອື່ນໆ.
  • ແບບການທົດລອງ ແຕ່ລະແນວພັນມີການທົດລອງຊໍ້າ 3 ຄັ້ງຂຶ້ນໄປ ແລະ ການວິເຄາະຂໍ້ມຸນການທົດລອງ ຕາມຫຼັກວິຊາການ.
  1. ຜົນໄດ້ຮັບ.
            ເລີ່ມລະດູການ ໃນປີ 2022, ທິມງານໄດ້ນໍາແນວເຂົ້າແຜ່ຫຼາຍປີ PR107, PR​25 ມາປູກທົດລອງທີ່ສວນສາທິດວິທະຍາສາດ ແລະ ເຕັກໂນໂລຊີ ການກະເສດທີ່ທັນສະໄໝລາວ-ຈີນ ຕັ້ງຢູ່ບ້ານດອນຕີ້ວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍໄດ້ໃສ່ໃຈການບົວລະບັດໃສ່ຝຸ່ນ, ເສຍຫຍ້າ, ຄວບຄຸມນໍ້າ ແລະ ສັດຕູພືດ ເຊິ່ງໄດ້ເກັບກ່ຽວ 4 ລະດູການແລ້ວ ແລະ ໃນຊ່ວງລະດູການຕໍ່ໄປຄາດວ່າຍັງຈະເຮັດໃຫ້ຜົນຜະລິດໄດ້ດີ.

             ໄລຍະຕົ້ນກ້າ ອຸນຫະພູມເໝາະສົມ 25-30 ອົງສາເຊ, ເມື່ອຕົ້ນກ້າມີອາຍຸປະມານ 5-14 ວັນ ຈະງອກ 1-3 ໃບ ອຸນຫະພູມ 20-25 ອົງສາເຊ, ປະມານ 7-9 ວັນ ຕໍ່ມາ ຈະມີ 3-4 ໃບ ແລະ ໃບມີຄວາມຍາວເຖິງ 8 ຊມ. ຫຼັງຈາກທີ່ຫວ່ານກ້າໄດ້  3 ອາທິດ ຫຼື ຕົ້ນກ້າມີ 5-6 ໃບ ກໍສາມາດນໍາໄປປັກດໍາ. ໄລຍະແຕກກໍ ແມ່ນຫຼັງຈາກປັກດໍາ 7-9 ວັນ ຕົ້ນກ້າເລີ່ມແຕກກໍ ແລະ ໃຊ້ເວລາປະມານ 45 ວັນ (ປັກດໍາໃນກາງເດືອນ 5 ຮອດຕົ້ນເດືອນ7 ເປັນໄລຍະແຕກກໍ). ໄລຍະຈະເລີນເຕີບໂຕ ແມ່ນປະມານ 20 ວັນ ຕໍ່ຈາກໄລຍະການແຕກກໍ ຕົ້ນເຂົ້າຂຶ້ນຂໍ້ ແລະ ເຂົ້າມານ ມີໃບຮອງຮວງເຂົ້າ. ໄລຍະຖອກຮວງ ແລະ ອອກດອກ ແມ່ນ 15 ວັນຕໍ່ມາ ແລະ ອີກ 18 ວັນຕໍ່ມາກໍ່ເປັນໄລຍະເຂົ້ານໍ້ານົມ (ປະມານຕົ້ນຫາທ້າຍເດືອນ 8 ເຂົ້າຖອກຮວງກາຍເປັນເຂົ້ານໍ້ານົມ) ແລະ ໃຊ້ເວລາ​ປະມານ 21 ວັນຕໍ່ມາອີກຈະເປັນໄລຍະເຂົ້າສຸກເຫຼືອງ. ຂະບວນການເຕີບໃຫຍ່ຂອງເຂົ້າແຜ່ຫຼາຍປີ ເລີ່ມຈາກການປັກດໍາລະດູການທໍາອິດ ໃນກາງເດືອນ 5 ຮອດທ້າຍເດືອນ 8 ຫາ ກາງເດືອນ 9 ຈະໄດ້ເກັບກ່ຽວ ແລະ ຮອບ 3 ເດືອນກວ່າ ຕໍ່ມາຈະໄດ້ເກັບກ່ຽວອີກຄັ້ງ;ການປຸກເຂົ້າແຜ່ຫຼາຍປີ ສາມາດເກັບກ່ຽວໄດ້ 3-4 ຄັ້ງຕໍ່ປີ.
             ລະດູການປູກທໍາອິດ, ເລີ່ມຈາກການກຽມດິນຫວ່ານກ້າ ເລືອກດິນທີ່ອຸດົມສົມບູນໄຖຄາດເຮັດເປັນໜານກວ້າງ 1-1,5 ມ, ຍາວຕາມຄວາມຕ້ອງການ, ຮ່ອງໜານກວ້າງ 30 ຊມ, ຮ່ອງເລິກ 15 ຊມ. ເມັດພັນແຊ່ນໍ້າ 1-2 ວັນ, ແຊ່ນໍ້າອຸ່ນ 3-5 ນາທີ ເພື່ອກະຕຸ້ນການງອກ; ເມື່ອເມັດງອກ ຍາວເທົ່າເຄິງຂອງເມັດ ຈິ່ງວ່ານລົງໜານທີ່ກຽມໄວ້ ໂດຍວ່ານເມັດສະໝໍ່າສະເໝີ. ການບົວລະບັດ ລະດູການທໍາອິດ, ກ່ອນປັກດໍາ 2 ວັນ (ເວລາຄາດນາ)ໃສ່ຝຸ່ນປະສົມ (N:P:K 15:15:15)ຮອງພື້ນ.  ການປັກດໍາເປັນ 2 ແຖວຄູ່ 20 X 20 ຊມ ເວັ້ນຫ່ວາງແຖວ 40 ຊັງຕີແມັດ. ປັກດໍາ 20-36 ຊຸມ/ຕາແມັດ (ກໍລະນີປູກແບບທົ່ວໄປບໍ່ເວັ້ນຫວ່າງແຖວ 36 ຊຸມ/ຕາແມັດ), ເບ້ຍກ້າປັກດໍາລະດູການທໍາອິດມີ 3-4 ຕົ້ນ/ຊຸມ. ຫຼັງຈາກປັກດໍາ ໄດ້ 7-10 ວັນ, ໃສ່ຝຸ່ນຢູເຣຍ (46:0:0) ເພື່ອແຕກກໍ, 75 ວັນຫຼັງການປັກດໍາໃສ່ຝຸ່ນຢູເຣຍ ແລະ ໂປຕາຊຽມ ເພື່ອບໍາລຸງຮວງເຂົ້າ ແລະ ຮາກ. ການເກັບກ່ຽວເຂົ້າແຜ່ຫຼາຍປີ ລະດູການທໍາອິດໃຫ້ຈົ່ງຕໍເຂົ້າ(ຕໍເຟືອງ)ໄວ້ 5-10 ຊມ ແລ້ວປະໄວ້ປະມານ 10 ວັນ, ຈາກນັ້ນໃຫ້ເອົານໍ້າເຂົ້ານາເລິກ 1-2 ຊມ, ຫຼົກຫຍ້າ, ໃສ່ຝຸ່ນ ເພື່ອກະຕຸ້ນຮາກ ແລະ ແຕກກໍ. ເມື່ອສັງເກດເຫັນການແຕກກໍໄດ້ປະມານ 70% ແລ້ວໃຫ້ເອົານໍ້າອອກ(ຕາກນາ); ສໍາລັບໄລຍະຕົ້ນເຂົ້າອອກດອກ ແລະ ຖອກຮວງປະມານ 15 ວັນໃຫ້ຮັກສາລະດັບນໍ້າສະໝໍ່າສະເໜີ 3-5 ຊມ. ຊ່ວງຕົ້ນເຂົ້າມີຮວງເຂົ້າສຸກເຫຼືອງ ໃຫ້ເອົານໍ້າອອກເພື່ອຕາກ​ນາ​ ​ຮັກສາ​ຮາກ ​ແລະ ​ກະຕຸ້ນການງອກ. ລະດູການທີ່ຕໍ່ໄປ ແມ່ນຫຼັງການເກັບກ່ຽວແຕ່ລະຄັ້ງແລ້ວ ກໍສ້າງເງື່ອນໄຂທີ່ເໝາະສົມ (ໃຫ້ນໍ້າ, ເສຍຫຍ້າ, ໃສ່ຝຸ່ນ) ຮາກກໍຈະກາຍເປັນຕົ້ນເຂົ້າໃໝ່, ລະດູການທີ2-3 ແຜ່ອອກ 8-15 ຕົ້ນ/ຊຸມ ທີ່ສາມາດເກັບກ່ຽວໄດ້ອີກໃນລະດູການຕໍ່່ໄປ.
             ຜົນການທົດລອງເຫັນວ່າ 2 ແນວພັນມີຄວາມແຕກຕ່າງກັນເລັກນ້ອຍ ເມື່ອທຽບກັບແນວພັນເຂົ້າປະຈໍາລະດູການ ເປັນຕົ້ນ: ແນວພັນເຂົ້າຫຼາຍປີ PR25, ລໍາຕົ້ນສູງ 110 ຊມ ໜ້າຕັດລໍາຕົ້ນໃຫຍ່ຕັ້ງຊື່, ກາບໃບເຫງົ້າສີຂຽວ, ໃບຮອງ ຮວງເຂົ້າມ້ວນ, ຍາວ 25,3 ຊມ, ກວ້າງ 1,3 ຊມ, ຖອກຮວງດີ, ຮວງເຂົ້າຍາວ 20,1 ຊມ, ຈໍານວນເມັດທັງໝົດຕໍ່ຮວງ 106,3 ເມັດ, ຈໍານວນເມັດເຕັມຕໍ່ຮວງ 87,8  ມີເມັດເຕັມ 76,66%, ນໍ້າໜັກພັນເມັດ 24,24g, ລັກສະນະຮວງກ່ອງລົງ, ເມັດເຂົ້າມີຂົນອ່ອນໆຢູ່ເປືອກນອກ ແລະ ຕໍເຂົ້າມີຊີວິດ​ຢູ່​ລອດ 93%. ຜົນຜະລິດຂອງເຂົ້າແຜ່ຫຼາຍປີ PR25 ໃນປີທີ1 ໄດ້ເຂົ້າເປືອກແຫ້ງ 8,2 ກິໂລກຼາມຕໍ່ 3 ຕາແມັດ ເຊິ່ງສາມາດເກັບກ່ຽວ 3 ລະດູ ໄດ້ຜົນຜະລິດເພີ່ມຂຶ້ນເຖິງ 6-9% ແລະ 3 ລະດູເກັບກ່ຽວປິທີ2 ໄດ້ເພີ່ມ 7% ເມື່ອທຽບກັບເຂົ້າປະຈໍາລະດູການ ແລະ ຍັງຂຶ້ນກັບການເອົາໃຈໃສ່ດູແລ ໃສ່ຝຸ່ນ ແລະ ປ້ອງກັນ ຄວບຄຸມສັດຕູພືດ.                                                      ແນວພັນເຂົ້າແຜ່ຫຼາຍປີ PR25

             ສໍາລັບແນວພັນເຂົ້າແຜ່ຫຼາຍປີ PR 107 ລໍາຕົ້ນສູງ 103,9 ຊມ, ລໍາຕົ້ນໃຫຍ່ຕັ້ງຊື່, ກາບໃບຫຸ້ມຂໍ້ ເຫງົ້າສີຂຽວ, ໃບຮອງຮວງເຂົ້າຕັ້ງຊື່, ຍາວ 32,20 ຊມ, ກວ້າງ 1,90 ຊມ, ຖອກຮວງດີ. ຮວງເຂົ້າຍາວ 23,7ຊມ, ຈໍານວນເມັດທັງໝົດຕໍ່ຮວງ 102,1 ເມັດ, ຈໍານວນເມັດເຕັມຕໍ່ຮວງ 83,8 ເມັດ, ມີເມັດເຕັມ 77,04%, ນໍ້າໜັກພັນເມັດ 32,66g, ລັກສະນະຮວງກ່ອງລົງ, ເມັດມີຂົນສີຂາວອ່ອນໆຢູ່ເປືອກນອກ ແລະ ຕໍ​ເຂົ້າມີຊີວິດ​ຢູ່​ລອດ​ 92,25%.  ຜົນຜະລິດຂອງເຂົ້າແຜ່ຫຼາຍປີ PR107 ໃນປີທີ1 ສາມາດເກັບກ່ຽວ 3 ລະດູການ ໄດ້ຜົນຜະລິດເພີ່ມຂຶ້ນ 2,6-7,4 % ແລະ 3 ລະດູເກັບກ່ຽວປິທີ2 ໄດ້ເພີ່ມ 6-7% ເມື່ອທຽບກັບເຂົ້າປະຈໍາລະດູການ.                                                    ແນວພັນເຂົ້າແຜ່ຫຼາຍປີ PR 107
  1. ສະຫຼຸບຜົນການທົດລອງ.
            ຜ່ານການທົດລອງປູກ2 ແນວພັນ ເຂົ້າແຜ່ຫຼາຍປີ PR25 ແລະ PR 107  ເຫັນວ່າໄລຍະເວລາຂອງການເກັບກ່ຽວສັ້ນ 3-4 ລະດູຕໍ່ປີ, ການເຕີບໃຫຍ່ຂະຫຍາຍຕົວເໝາະກັບສະພາບດິນຟ້າອາກາດ, ຜົນຜະລິດໄດ້ດີສະໝໍ່າສະເໝີ ຄິດສະເລ່ຍ 6ໂຕນ/ຮຕ, ການບົວລະບັດງ່າຍ, ປະຍັດແຮງງານ ແລະ ງົບປະມານໃນການຊື້ແນວພັນ, ໄຖຄາດ, ປັກດໍາ. ຜົນການທົດລອງນີ້ ມີຄວາມສໍາຄັນພິເສດໃໝ່, ນອກຈາກໄດ້ຜົນຜະລິດດີແລ້ວ ຍັງສາມາດຊ່ວຍປົກປັກຮັກສາດິນນາບໍ່ກາຍເປັນດິນເສຍ ຫຼື ນາຮົກເຮື້ອ; ທັງສອງແນວພັນເຂົ້ານີ້ ໄດ້ຜົນຜະລິດດີ ເນື່ອງຈາກລະດູການທໍາອິດ ເຖິງວ່າຈະໄດ້ຮວງເຂົ້າໃຫຍ່ກວ່າ ແຕ່ຈໍານວນຮວງພັດມີໜ້ອຍ ແລະ ກົງກັນຂ້າມໃນລະດູການຕໍ່ມາຈະໄດ້ຮວງນ້ອຍກວ່າ ແລະ ມີຮວງເຂົ້າຫຼາຍກວ່າ ຍ້ອນຈໍານວນການແຜ່ເປັນຕົ້ນໃໝ່ຂອງແຕ່ລະຊຸມເພີ່ມຫຼາຍຂຶ້ນ ຈຶ່ງເຮັດໃຫ້ຜົນຜະລິດຍັງຢູ່ໃນປະລິມານຄືເກົ່າ.

              ຂະບວນການ ໄລຍະການຂະຫຍາຍຕົວຂອງແນວພັນເຂົ້າແຜ່ຫຼາຍປີ PR25 ແລະ PR 107 ມີຄວາມແຕກຕ່າງກັນເລັກນ້ອຍ; ແນວພັນເຂົ້າແຜ່ຫຼາຍປີ PR 107 ການຂະຫຍາຍຕົວໄວກວ່າ ໃນລະດູນາປີ ມີພະຍາດ ແລະ ສັດຕູພືດໜ້ອຍກວ່າ. ແນວພັນເຂົ້າແຜ່ຫຼາຍປີ PR25 ໃນລະດູນາແຊງມີການຂະຫຍາຍຕົວດີ ແລະ ຜົນຜະລິດໄດ້ດີກວ່າ ແຕ່ມັກມີຄວາມສ່ຽງຈາການເສຍຫາຍຂອງນົກ ແລະ ສັດຕູພືດທໍາລາຍ. ຜົນການທົດລອງເບື້ອງຕົ້ນເຫັນວ່າແນວພັນ PR25 ມີຜົນໄດ້ຮັບສູງກວ່າ ຖ້າຫາກມີມາດຕະການສະກັດກັ້ນຢ່າງມີປະສິດທິຜົນ ເພື່ອປ້ອງກັນການເສຍຫາຍຈາກນົກໃນຊວງລະດູດນາແຊງ. ດັ່ງນັ້ນ ຂຶ້ນກັບສະພາບເງື່ອນໄຂ ທີ່ນໍາແນວພັນນີ້ໄປປູກເພື່ອໃຫ້ໄດ້ຜົນຜະລິດສູງ.

ເອກະສານອ້າງອີງ  

  • ຜົນການຄົ້ນຄວ້າທົດລອງປູກແນວພັນເຂົ້າແຜ່ຫຼາຍປີ PR25 ແລະ PR 107 ປີ 2022-2023 ທີ່ສວນສາທິດວິທະຍາສາດ ແລະ ເຕັກໂນໂລຊີການກະສິກໍາທີ່ທັນສະໄໝລາວ-ຈີນ, ບ້ານດອນຕີ້ວ ເມືອງໄຊຖານີ ນະຄອນຫຼວງວຽງຈັນ.
  • https://org/10.21203/rs.3.rs-1302277/v1
  • https://nghean.gov.vn ແລະ https://ttt.ninhbinh.gov.vn

LEAVE A REPLY

Please enter your comment!
Please enter your name here