ກອງປະຊຸມສໍາມະນາວິຊາການ ນິເວດວິທະຍາ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ໃນການອະນຸລັກແບບຍືນຍົງ ແລະ ແລກປ່ຽນທາງວິຊາການ, 27-28 ພຶດສະພາ 2024 ທີ່ໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ

  • ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຮ່ວມກັບ ສວນພຶກສາສາດສິບສອງປັນນາ (XTBG) ສະພາບັນດິດວິທະຍາສາດ ສປ ຈີນ. ໄດ້ຈັດກກອງປະຊຸມສໍາມະນາວິຊາການ ນິເວດວິທະຍາ ແລະ ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນໃນການອະນຸລັກແບບຍືນຍົງ ແລະ ແລກປ່ຽນທາງວິຊາການ ຊຶ່ງມີຈຸດປະສົງດັ່ງນີ້:
  • ເພື່ອໃຫ້ຮູ້ເຖິງຄວາມໜາຍຄວາມສຳຄັນຂອງລະບົບນິເວດວິທະຍາ ແລະ ປະໂຫຍດຄວາມຫຼາກຫຼາຍຊີວະນາໆພັນ.
  • ເພື່ອຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານວິຊາການໃນການສຶກສາຄົ້ນຄວ້າການສຳຫຼວດ ແລະ ການອະນຸລັກບັນດາລະບົບນິເວດວິທະຍາ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນ.
  • ນອກຈາກນີ້ ຍັງເປັນການສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາ ຈາກ ສປ ຈີນ ແລະ ບັນດາຂະແໜງການສູນກາງ ແລະ ທ້ອງຖິ່ນ ທີ່ມີບົດຮຽນ ແລະ ປະສົບການໃນຂົງເຂດວຽກງານດັ່ງກ່າວ.
  • ກອງປະຊຸມຄັ້ງນີ້ ພາຍໃຕ້ການເປັນປະທານໂດຍ ທ່ານ ປອ ນ. ແກ້ວວິວອນ ອຸດທະຈັກ, ຫົວໜ້າສະຖາບັນ ນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ແລະ ທ່ານ ສຈ. ດຣ. ຢ່າງ ໂຢງປິງ ( Dr. Yang Yongping) ຫົວໜ້າສວນພຶກສາສາດສິບສອງປັນນາ (XTBG), ສະພາບັນດິດວິທະຍາສາດ ສປ ຈີນ.
  • ຜູ້ເຂົ້າຮ່ວມທັງໝົດ 70 ທ່ານ, ໃນນັ້ນຕາງໜ້າໃຫ້ ບັນດາທ່ານຫົວໜ້າ, ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ພາກເໜືອ ແລະ ພາກກາງ 13 ແຂວງ, ກົມກອງ ອ້ອມຂ້າງພາຍໃນກະຊວງ  10 ພາກສ່ວນ ແລະ ຊ່ຽວຊານ ສປ ຈີນ 26 ທ່ານ ຊຶ່ງຕ່າງໜ້າຈາກ 7 ພາກສ່ວນຄື:
  • ສວນພືກສາສາດສິບສອງປັນນາ
  • ມະຫາວິທະຍາໄລເຈີຈຽງ
  • ສະຖາບັນ ສັດຕະສາດຄຸນມິງ
  • ສະຖາບັນ ຈຸນລະວິທະຍາ
  • ສະຖາບັນ ພືກສາສາດ
  • ສະຖາບັນ ຊີວະວິທະຍາ ເສີນຕູ່
  • ສະພາບັນດິດວິທະຍາສາດກະສິກຳ ຈີນ.

LEAVE A REPLY

Please enter your comment!
Please enter your name here