ຄົ້ນຄວ້າ & ພັດທະນາການຄົ້ນຄວ້າການຄົ້ນຄວ້າ ແລະ ພັດທະນາການພັດທະນາຂ່າວສານ & ກິດຈະກໍາງານການຮ່ວມມື ກອງປະຊຸມໃຫຍ່ຂອງໜ່ວຍຊາວໜຸ່ມຮາກຖານ ສນຕ. ຄັ້ງທີ III ແລະ ປ່ອນບັດເລືອກຕັ້ງຄະນະໜ່ວຍຊາວໜຸ່ມຮາກຖານ ຊຸດໃຫມ່ 04/03/2025 ໃນຕອນບາຍວັນຈັນທີ 03 ມີນາ 2025 ໜ່ວຍຊາວໜຸ່ມຮາກຖານສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ໄດ້ຈັດກອງປະຊຸມໃຫຍ່ຂອງໜ່ວຍຊາວໜຸ່ມຮາກຖານ ສນຕ. ຄັ້ງທີ III ແລະ ປ່ອນບັດເລືອກຕັ້ງຄະນະໜ່ວຍຊາວໜຸ່ມຮາກຖານ ຊຸດໃຫມ່; ໂດຍການເປັນປະທານ ຂອງສະຫາຍ ຄຳແສນ ອຸ່ນຄຳ ເລຂາໜ່ວຍພັກຮາກຖານ ຫົວຫນ້າສະຖາບັນ, ສະຫາຍ ບຸນເຫຼືອ ສີຫາລາດ ຮອງເລຂາຄະນະ ຊປປລ ກະຊວງກະສິກຳ ແລະ ປ່າໄມ້, ສະຫາຍ ພູທົງ ໂພທິສັດ ເລຂາໜ່ວຍຊາວໜຸ່ມຮາກຖານສະຖາບັນ, ເຊິ່ງຄະນະຊາວໜຸ່ມຊຸດໃຫມ່ມີດັ່ງນີ້: 1. ສະຫາຍ ນ. ເກດອຸດອນ ສີຫາລາດ, ເປັນເລຂາ ໜ່ວຍຊາວໜຸ່ມຮາກຖານ ສນຕ. 2. ສະຫາຍ ແສງວິໄລ ລໍແພງສີ, ເປັນຮອງເລຂາໜ່ວຍຊາວໜຸ່ມຮາກຖານ ສນຕ. 3. ສະຫາຍ ມັກຊິ່ມ ພົມມາທາ, ເປັນຄະນະ, ທັງເປັນປະທານກວດກາ ໜ່ວຍຊາວໜຸ່ມຮາກຖານ ສນຕ.