ກອງປະຊຸມເຜີຍແຜ່ຜົນຂອງການຄົ້ນຄວ້າ-ພັດທະນາ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກປ.

ໃນຕອນເຊົ້າວັນພຸດ 12 ມີນາ 2025 ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ສູນບໍລິການນະວັດຕະກຳ ກະສິກຳ, ໄດ້ຈັດກອງປະຊຸມເຜີຍແຜ່ຜົນຂອງການຄົ້ນຄວ້າ-ພັດທະນາ ທີ່ຫ້ອງປະຊຸມ ຂອງສະຖາບັນ. ພາຍໃຕ້ການເປັນປະທານຂອງ ທ່ານ ຄຳແພງ ໂພທິຈິດໂຕ ຮອງຫົວຫນ້າສະຖາບັນ, ເຊິ່ງມີບັນດາແຂກ ຜູ້ຕາງຫນ້າຈາກ ຫ້ອງການກະຊວງ, ບັນດາກົມ/ສະຖາບັນ, ສູນ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້, ພ້ອມດ້ວຍ ພະນັກງານລັດຖະກອນ ສນຕ ເຂົ້າຮ່ວມ;
# ເຊິ່ງການເຜີຍແຜ່ໄດ້ນຳສະເໜີບົດດັ່ງນີ້:
1. ການນຳໃຊ້ສິງເສດເຫຼືອຈາກຄົວເຮືອນມານຳໃຊ້ລ້ຽງຂີ້ກະເດືອນ (ທ່ານ ພູທົງ ໂພທິສັດ, ຫົວຫນ້າສູນນິເວດວິທະຍາ)
2. ການຄົ້ນຄວ້າຈຸລິນຊີຍ່ອຍສະຫຼາຍສີ່ງເສດເຫຼືອຈາກການຜະລິດກະສິກຳ ທົດແທນການເຜົາຈູດ ຫຼຸດຜ່ອນປະລິມານ ຄ່າຝຸ່ນລະອອງ PM 2,5. ( ທ່ານ ນ. ເພັດສະໝອນ ພົມມະໄຊ, ຫົວຫນ້າສູນເຕັກໂນໂລຊີ ຊີວະພາບ)
3. ການຕິດຕາມ-ກວດກາພັນພືດທີ່ໄດ້ຈາກສິ່ງທີ່ມີຊີວິດທີ່ມີການປ່ຽນແປງຄຸນລັກສະນະທາງພັນທຸກຳ ໃນອາຫານ ແລະ ພືດກະຊິກຳ (ທ່ານ ນ. ເພັດສະໝອນ ພົມມະໄຊ, ຫົວຫນ້າສູນເຕັກໂນໂລຊີ ຊີວະພາບ)
4. ສຶກສາສະພາບການຜະລິດ ແລະ ວິທີປູກພືດບໍ່ໃຊ້ດິນ ໃນນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ (ທ່ານ ນ. ເພັດມະນີ ບຸດຈັນທະລາດ, ຮອງຫົວຫນ້າສູນເຕັກໂນໂລຊີ ເຄມີ-ຊີວະ)
5. ເຕັກນິກການລ້ຽງໜອນ (ທ່ານ ບົວພັນ ຈິດຕະວົງສາ, ຮອງຫົວຫນ້າສູນ ເຕັກໂນໂລຊີ ຜະລິດຕະພັນສັດ)

LEAVE A REPLY

Please enter your comment!
Please enter your name here