ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຂອງ ລາວ ແລະ ສະຖາບັນ ຊີວະເຕັກໂນໂລຊີ ຫວຽດນາມ ເສີມຂະຫຍາຍການຮ່ວມມື .

 

ສະຖາບັນນິເວດວິທະຍາ   ແລະ  ຊີວະເຕັກໂນໂລຊີ, ກະຊວງວິທະຍາສາດ  ແລະ  ເຕັກໂນໂລຊີ (Biotechnology and Ecology Institute (BEI), Ministry of Science  and  Technology (MOST)  ພວມປະຕິບັດໂຄງການຮ່ວມມືກັບສະຖາບັນ ຊີວະເຕັກໂນໂລຊີ, ສະພາ ວິທະຍາສາດ  ແລະ  ເຕັກໂນໂລຊີ  ຫວຽດນາມ ( Instite of Biotechnology (IBT), Vietnam Academy of Science and Technology (VAST).
ໂຄງການຮ່ວມມືຂອງສອງຝ່າຍດັ່ງກ່າວ ມີຊື່ວ່າ “ການນຳໃຊ້ໂມເລກຸນ ຊີວະເຕັກນິກ ເຂົ້າໃນການວິໄຈພະຍາດ  ພືດ  ແລະ  ສັດ.” ໄລຍະເວລາຂອງການຈັດຕັ້ງປະຕິບັດໂຄງການແມ່ນ 2 ປີເຄິ່ງ ຫຼື 30 ເດືອນ (1/2011-6/2013) ຊຶ່ງງົບປະມານທີ່ໃຊ້ໃນໂຄງການ ແມ່ນ 3.360 ລ້ານດົງ.

ຈຸດປະສົງຂອງໂຄງການ ແມ່ນເພື່ອປັບປຸງພື້ນຖານໂຄງລ່າງຂອງສະຖາບັນ   ນິເວດວິທະຍາ   ແລະ    ຊີວະເຕັກໂນໂລຊີ, ກະຊວງ  ວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມທັງຍົກລະດັບຄວາມຮູ້ ດ້ານວິຊາການສຳລັບພະນັກງານວິຊາການຂອງສະຖາບັນດັ່ງກ່າວ ໃຫ້ມີຄວາມສາມາດໃນການວິເຄາະ  ແລະ  ຈຳແນກພະຍາດທີ່ເກີດຈາກ  ໄວຣັດສ  (Virus)  ຢູ່ໃນພືດ ແລະ ສັດ.
ກິດຈະກຳຕ່າງໆທີ່ທັງສອງຝ່າຍ ຮ່ວມກັນປະຕິບັດສຳເລັດຜົນໃນໄລຍະທີ່ຜ່ານມາ ປະກອບດ້ວຍ 1)  ຝ່າຍຫວຽດນາມ ສຳເລັດການຝຶກອົບຮົມໃຫ້ແກ່ນັກວິຊາການລາວ 8 ຄົນ ໜຶ່ງຄັ້ງ (7-8/2012 ); 2)  ຄະນະຊ່ຽວຊານຫວຽດນາມ   ແລະ   ວິຊາການຂອງຝ່າຍລາວ ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນ  ແລະ  ຕົວ ແບບພະຍາດ ພືດ ແລະ ສັດ ຢູ່ແຂວງຈຳປາສັກ.

ນອກຈາກນີ້, ໃນວັນທີ  29/10/2012 ທີ່ ກະຊວງ  ວິທະຍາສາດ  ແລະ  ເຕັກໂນໂລຊີ,   ສະຖາບັນຊີວະເຕັກໂນໂລຊີ, ສສ ຫວຽດນາມ ໄດ້ມອບອຸປະກອນການທົດລອງ ແລະ ສານເຄມີຈຳນວນ ໜຶ່ງທີ່ຈຳເປັນໃຊ້ເຂົ້າໃນການວິເຄາະພະຍາດພືດ ແລະ ສັດ ໃຫ້ແກ່ສະຖາບັນນິເວດວິທະຍາ ແລະ ຊີວະເຕັກໂນໂລຊີ, ສປປ ລາວ.
ອຸປະກອນດັ່ງກ່າວ ຊຶ່ງມີ 69 ລາຍການ ມີມູນຄ່າທັງໝົດ 1.930 ລ້ານດົງ.

LEAVE A REPLY

Please enter your comment!
Please enter your name here