ກອງປະຊຸມປຶກສາຫາລືກຽ່ວກັບການ ສ້າງສວນສາທິດວິທະຍາສາດ ແລະ ເຕັກໂນໂລຊີ ການກະເສດ ທີ່ທັນສະໄໝ ລາວ – ຈີນ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແຫ່ງ ສປປ ລາວ ແລະ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ແຫ່ງ ສປ ຈີນ ຮ່ວມກັນຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນຈິດໃຈຂອງບົດບັນທຶກຄວາມ ເຂົ້າ ໃຈວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ສອງກະຊວງ ກ່ຽວກັບການພັດທະນາສັງ ຄົມຂອງ ສປປ ລາວ ໂດຍນຳໃຊ້ທ່າແຮງທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຊີວະພາບ, ບວກກັບຊັບພະຍາ ກອນທຳມະຊາດທີ່ອຸດົມສົມບູນຂອງ ສປປ ລາວ ໃນການເພາະພັນຊີວະພາບ ແລະ ອື່ນໆທີ່ເປັນອຸດສາຫະກຳຊີວະ ພາບອັນທັນສະໄໝ ພ້ອມທັງເປັນການຊຸກຍູ້ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ ໃຫ້ພັດທະ ນາຂຶ້ນເລື້ອຍໆ.

ໃນວັນທີ 27 ພະຈິກ 2013, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກວຕ ຂອງ ສປປ ລາວ ຮ່ວມກັບ ບໍລິສັດ BGI ຂອງ ສປ ຈີນ ໄດ້ຈັດກອງປະຊຸມປຶກສາຫາລືກຽ່ວກັບການສ້າງສວນສາທິດວິທະຍາ ສາດ ແລະ ເຕັກໂນໂລຊີ ການກະເສດທີ່ທັນສະໄໝ ລາວ – ຈີນ ຊຶ່ງໄດ້ຮັບກຽດຈາກ ທ່ານ ສຈ. ດຣ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີວ່າການ ກວຕ ເຂົ້າຮ່ວມເປັນປະ ທານກອງປະຊຸມຄັ້ງນີ້.

ຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນ ແລະ ພະນັກງານວິຊາການທັງສອງຝ່າຍກໍໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ໂອກາດນີ້, ບໍລິສັດ BGI ໄດ້ລາຍງານຄວາມເປັນມາ ແລະ ການຈັດຕັ້ງປະຕິບັດໂຄງການ ເຊັ່ນ: ສ້າງສູນກາງຄຸ້ມຄອງບໍລິຫານໂດຍລວມ, ສູນປັບປຸງແນວພັນ ແລະ ເພາະພັນຊີວະພາບ, ສູນຝຶກອົບຮົມ, ເຂດປູກເຂົ້າໜຽວພັນລູກປະສົມ, ເຂດປົກປັກຮັກສາຊັບພະຍາກອນທາງພັນທຸກຳເຂດຮ້ອນ ແລະ ເຂດວາງສະແດງດ້ານ ກະສິກຳທີ່ທັນສະໄໝ, ຜົນໄດ້ຮັບການເພາະປູກເຂົ້າໜຽວລູກພັນປະສົມ ຈາກການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ແຜນທິດທາງໃນຕໍ່ໜ້າ.

ພາຍຫຼັງການລາຍງານຈາກ ບໍລິສັດດັ່ງກ່າວ ແລ້ວ, ທ່ານລັດຖະມົນຕີວ່າການ ໄດ້ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຕ່າງໆເຊັ່ນ: ໃຫ້ເອົາໃຈໃສ່ເພີ່ມ ທະວີການຮ່ວມມື ແລະ ຂະຫຍາຍພັນເຂົ້າ ແລະ ພຶດຊະນິດຕ່າງໆ ໃຫ້ຫຼາຍຂຶ້ນ, ໃຫ້ພະນັກງານວິຊາການມີສ່ວນຮ່ວມໃນການຂະຫຍາຍພັນພຶດຊະນິດຕ່າງໆ, ຈັດວາງ ພະນັກງານວິຊາການໃຫ້ມີໜ້າທີ່ຮັບຜິດຊອບແຕ່ລະໜ້າວຽກຢ່າງຈະແຈ້ງ, ຍົກສູງລະດັບຄວາມຮູ້ໃຫ້ແກ່ພະນັກງານວິຊາການທາງດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ສູງຂຶ້ນ, ໂຄສະນາເຜີຍແຜ່ຜົນສຳເລັດຈາກການປະຕິຕິບັດວຽກງານຂອງຕົນໃນຮູບແບບສື່ຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ເພຶ່ອປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.

ຫຼັງຈາກນັ້ນ, ທ່ານລັດຖະມົນຕີວ່າການ ພ້ອມດ້ວຍຄະນະ ໄປຢ້ຽມຢາມສວນສາທິດວິທີການເພາະປູກແນວພັນເຂົ້າລູກປະສົມ ແລະ ພຶດສະນິດອື່ນໆອີກ ດ້ວຍ.

 

LEAVE A REPLY

Please enter your comment!
Please enter your name here