ລາວ-ຈີນ ປຶກສາຫາລືຄວາມຄືບໜ້າ ໂຄງການ ຄົ້ນຄວ້າ, ປົກປ້ອງ ແລະ ນໍາໃຊ້ພັນໄກ່ພື້ນເມືອງລາວ

ເພື່ອເປັນການສະຫຼຸບຜົນການຄົ້ນຄວ້າ ແລະ ສືບຕໍ່ ຄົ້ນຄວ້າການພັດທະນາຮູບແບບທຸລະກິດການລ້ຽງ ໄກ່ພື້ນ

ເມືອງລາວ, ເພື່ອເພີ່ມທະວີການຮ່ວມມື ແລະ ການແລກປ່ຽນບົດຮຽນ ຜູ້ຮັບຜິດຊອບໂຄງການ. ທ່ານ ລັດສະໝີ ພັນທະວົງ, ຮັກສາການຫົວໜ້າສະຖາບັນນິເວດວິທະຍາສາດ ແລະ ເຕັກໂນໂລຊີ ຊີວະພາບ ພ້ອມດ້ວຍຄະນະ ໄດ້ຮັບການເຊື້ອເຊີນ ຈາກ ທ່ານ ສຈ. ເກີສາງຫຼົງ, ຮອງອະທິບໍດີມະຫາວິທະຍາໄລກະສິກໍາຢູນນານ ເຂົ້າຮ່ວມ ກອງປະຊຸມລາຍງານໂຄງການ “ຄົ້ນຄວ້າ, ປົກປ້ອງ ແລະ ນຳໃຊ້ພັນທຸກໍາໄກ່ພື້ນເມືອງລາວ” ຊຶ່ງໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 22-27 ສິງຫາ 2016 ຜ່ານມາ ທີ່ມະຫາວິທະຍາໄລກະສິກໍາຢູນນານ, ຄຸນມິງ, ສປ ຈີນ. ນອກ ຈາກນັ້ນກອງປະຊຸມຍັງໄດ້ເຊີນທ່ານຫົວໜ້າສູນສາທິດເຕັກນິກກະສິກໍາລາວ-ຈີນ ແຂວງ ອຸດົມໄຊ; ທ່ານຫົວ ໜ້າພະແນກລ້ຽງສັດ ແຂວງ ອຸດົມໄຊ,ທ່ານຫົວໜ້າພະແນກຮ່ວມມືວິທະຍາສາດ ເມືອງ ຄູນມິງ; ທ່ານຫົວ ໜ້າສະຖາບັນພົວພັນຕ່າງປະເທດ ມະຫາວິທະຍາໄລ ຢູນນານ; ພະແນກວິທະຍາສາດ ຢູນນານ;ບັນດາອາ ຈານມະຫາວິທະຍາໄລກະສິກຳຢູນນານ ແລະ ຕົວແທນບໍລິສັດທີ່ເຂົ້າຮ່ວມໂຄງການກໍ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມທັງໝົດ 30 ທ່ານ.

ໂຄງການດັ່ງກ່າວແມ່ນໄດ້ເລີ່ມແຕ່ປີ 2014-2016, ໂດຍໄດ້ຮັບການສະໜັບສະໜູນຈາກກະຊວງວິທະຍາສາດ ສປ ຈີນ. ຜ່ານການຈັດຕັ້ງປະຕິບັດໂດຍ ມະຫາ ວິທະຍາໄລກະສິກໍາຢູນນານ ສປ ຈີນ ແລະ ສະຖາບັນນິເວດວິທະຍາ ແລະ ເຕັກໂຕໂລ ຊີຊີວະພາບ, ກວຕ ສປປ ລາວ ໂດຍມີແຜນການຈັດຕັ້ງປະຕິບັດໂຄງການຄື: ຮ່ວມກັນດຳເນີນການລົງສຳຫຼວດແນວພັນໄກ່ພື້ນເມືອງຂອງ ສປປ ລາວ, ສ້າງໂຮງເຮືອນພໍ່ແມ່ພັນໄກ່ ແລະ ໂຮງເຮືອນຟັກໄຂ່, ຈັດຝຶກອົບຮົມຖ່າຍທອດເຕັກນິກການ ຄຸ້ມຄອງການລ້ຽງໄກ່,ຄົ້ນຄວ້າການພັດທະນາຮູບແບບທຸລະກິດການລ້ຽງໄກ່ພື້ນເມືອງລາວ ຊຶ່ງມາເຖິງປັດຈຸບັນ, ທັງສອງຝ່າຍໄດ້ຈັດຕັ້ງປະຕິບັດສຳເລັດໂຄງການແລ້ວ 90 ສ່ວນຮ້ອຍ.

ພາຍຫຼັງໄດ້ຮັບຟັງການລາຍງານກ່ຽວກັບຜົນຂອງການຈັດຕັ້ງປະຕິບັດໂຄງການ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ດຳເນີນການປຶກສາຫາລື ແລະ ປະກອບຄຳຄິດຄຳ ເຫັນຢ່າງກົງໄປກົງມາກ່ຽວກັບຄວາມໝາຍຄວາມສຳຄັນຂອງໂຄງການ, ຜົນສຳເລັດທີ່ໄດ້ຮັບ, ຂໍ້ຄົງຄ້າງ, ບັນຫາທີ່ຈະຕ້ອງແກ້ໄຂ ແລະ ການວາງແຜນການສືບຕໍ່ປະຕິ ບັດໂຄງການໃຫ້ສຳເລັດໃນອານາຄົດ. ພ້ອມດຽວກັນ ກອງປະຊຸມຍັງໄດ້ຕົກລົງເຫັນດີເປັນເອກະພາບກັນ ໃຫ້ຝ່າຍຈີນ ໂດຍແມ່ນ ທ່ານ ຮຈ. ເສິງຈື້ປິ່ນ ມະຫາວິທະຍາ ໄລກະສິກຳຢູນນານ ສປ ຈີນ ແລະ ຝ່າຍລາວແມ່ນ ທ່ານ ປອ. ວັນນະແສງ ພຸດທະປານ, ຫົວໜ້າສູນສັດຕະວິທະຍາ, ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກວຕ ສປປ ລາວ ຮ່ວມປະສານງານສືບຕໍ່ດຳເນີນການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດຕາມແຜນການ ແລະ ເວລາທີ່ກຳນົດໄວ້ ແລະ ໃນຕົ້ນປີ 2017 ຕ້ອງລາຍງານໃຫ້ຂັ້ນເທິງແຕ່ລະຂັ້ນ ຮັບຊາບເພື່ອສະເໜີປິດໂຄງການ. ພາຍຫຼັງປິດໂຄງການແລ້ວ, ຂໍ້ມູນຂອງຜົນການຄົ້ນຄວ້າ ແລະ ໂຮງເຮືອນລ້ຽງໄກ່ພໍ່ແມ່ພັນ ແລະ ໂຮງເຮືອນຟັກໄຂ່, ແມ່ນມອບໃຫ້ “ສະຖາບັນນິເວດວິທະຍາ ແລະ ເຕັກໂຕໂລຊີ ຊີວະພາບ” ແລະ “ສູນສາທິດເຕັກນິກກະສິກໍາລາວ-ຈີນ” ສືບຕໍ່ນໍາໃຊ້. ໂດຍຜ່ານການ ຄຸ້ມຄອງ ແລະ ໄດ້ຮັບການສະໜັບສະໜູນຈາກພາກສ່ວນກຽວຂ້ອງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກະຊວງກະສິກຳ ແລະ ປ່າໄມ້, ເພື່ອສືບຕໍ່ ຮັບຈັດຕັ້ງປະຕີິບັດການຖ່າຍທອດ, ເຜີຍແຜ່ເຕັກນິກການລ້ຽງໄກ່ໃຫ້ປະຊາຊົນພາຍໃນປະເທດພາຍຫຼັງປິດໂຄງການ.

ຮູບພາບ ແລະ ຂ່າວ: ສູນສັດຕະວິທະຍາ

LEAVE A REPLY

Please enter your comment!
Please enter your name here