ພິທີມອບ-ຮັບ ສູນພິພິທະພັນ ແລະ ອຸທິຍານ ວິທະຍາສາດ

ໃນຕອນແລງຂອງ ວັນທີ 25 ພະຈິກ 2016 ຢູ່ຫ້ອງ ປະຊຸມຊັ້ນ 4 ກະຊວງ ວິທະຍາສາດ ແລະ ເຕັກໂນ ໂລຊີ

(ກວຕ), ຫ້ອງການ ກວຕ ໄດ້ຈັດພິທີມອບ-ຮັບສູນພິພິທະພັນ ແລະ ອຸທິຍານວິທະຍາສາດ ລະຫວ່າງ ຫ້ອງການ ແລະ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກວຕ.

ເຫດຜົນການຍົກຍ້າຍສູນພິພິທະພັນ ແລະ ອຸທິຍານວິທະຍາສາດຈາກຫ້ອງການກະຊວງ ໄປສັງກັດຢູ່ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ກໍເພື່ອຕອບສະໜອງຕໍ່ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານສູນພິພິທະພັນ ແລະ ອຸທິຍານວິທະຍາສາດ ພ້ອມທັງເປັນການສົ່ງເສີມການຮຽນຮູ້ ແລະ ລົງເລີກ ວິຊາສະເພາະກ່ຽວກັບນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ເຊັ່ນ: ແນວພັນກ້ວຍໄມ້ ແລະ ຫຸ່ນຈຳລອງ ຕ່າງໆ.

ຜູ້ລົງນາມໃນບົດບັນທຶກການ ມອບ-ຮັບ ສູນພິພິທະພັນ ແລະ ອຸທິຍານວິທະຍາສາດ ແມ່ນທ່ານ ພຸດທະສັກ ວິຈິດຕຣາ, ຮັກສາການຫົວໜ້າຫ້ອງການ ແລະ ທ່ານ ລັດສະໝີ ພັນທະວົງ, ຮັກສາການຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ.

ເຂົ້າຮ່ວມພິທີດັ່ງກ່າວ ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ກົມ, ສະຖາບັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ.

 

ຮູບພາບ ແລະ ບົດຂ່າວ: ນ. ທັດສະນີ ພົງບັນດິດ

 

LEAVE A REPLY

Please enter your comment!
Please enter your name here