ຄວາມຄືບໜ້າຂອງໂຄງການຄົ້ນຄວ້າ, ປົກປ້ອງ ແລະ ນຳໃຊ້ພັນທຸກໍາໄກ່ພື້ນເມືອງລາວ

ໂດຍອີງຕາມສັນຍາວ່າດ້ວຍການຮ່ວມມືສ້າງໂຄງການ ຄົ້ນຄວ້າ, ປົກປ້ອງ ແລະ ນຳໃຊ້ຊັບພະຍາກອນພັນ ທຸກໍາໄກ່

ພື້ນເມືອງລາວລະຫວ່າງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ ແລະ ມະຫາວິທະຍາໄລກະສິກໍາ ຢູນນານ, ສປ ຈີນ ສະບັບລົງວັນທີ 9/10/2013 ແລະ ສັນຍາວ່າດ້ວຍການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ສະບັບລົງວັນທີ 11/08/2015.

ໂຄງການດັ່ງກ່າວແມ່ນທາງມະຫາວິທະຍາໄລກະສິກໍາຢູນນານເປັນຜູ້ຈັດຫາ ແລະ ສະໜອງແຫຼ່ງທຶນທັງໝົດ ໃນມູນຄ່າເບື້ອງຕົ້ນແມ່ນ 1.500.000 ຢວນ, ຊິ່ງຈະໄດ້ດໍາເນີນກິດຈະກໍາຂອງໂຄງການລວມມີການລົງສຳ ຫຼວດຄັດເລືອກແນວພັນໄກ່ພື້ນເມືອງລາວ, ການສ້າງໂຮງເຮືອນພໍ່ແມ່ພັນໄກ່, ໂຮງເຮືອນລ້ຽງໄກ່ອານຸບານ, ໂຮງ ເຮືອນຟັກໄຂ່, ນຳເອົາອຸປະກອນລ້ຽງໄກ່ ແລະ ອຸປະກອນວິໄຈພະຍາດສັດປີກຈຳນວນໜຶ່ງເຂົ້າມາຕິດຕັ້ງ. ພ້ອມ ກັນນັ້ນກໍ່ຍັງຈະດໍາເນີນການຝຶກອົບຮົມທາງດ້ານເຕັກນິກການລ້ຽງໄກ່ໃຫ້ແກ່ພະນັກງານ ແລະ ຈັດພິມເຜີຍແຜ່ປຶ້ມ ຄູ່ມືເຕັກນິກການຄຸ້ມຄອງການລ້ຽງໄກ່ ແລະ ຖ່າຍທອດຄວາມຮູ້ເຕັກນິກວິຊາການໃໝ່ທີ່ມີຜົນສຳເລັດມາແລ້ວ ຈາກບັນດ ສາດສະດາຈານຂອງມະຫາວິທະຍາໄລກະສິກໍາ ຢູນນານ.

ເພື່ອຮັບຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແລະ ຖ້າໂຄງການມີປະສິດທິຜົນດີຈະມີການສືບຕໍ່ຂໍແຫຼ່ງທຶນສົມທົບເພີ່ມໃນຂັ້ນຕໍ່ໄປ, ເຊິ່ງເປັນໂຄງການທີ່ມີການຄົ້ນ ຄວ້າ ແລະພັດທະນາຊັບພະຍາກອນພັນທຸກຳໄກ່, ສຶກສາວິໄຈ ແລະ ວິທີປ້ອງກັນພະຍາດສັດປີກ ແລະ ດຳເນີນການຜະລິດ ແລະ ປຸງແຕ່ງຜະລິດຕະພັນຈາກໄກ່ແບບຄົບ ວົງຈອນ,ເພື່ອເປັນບົດຮຽນໃຫ້ແກ່ວິຊາການຝ່າຍລາວ ແລະ ຊຸກຍູ້ທ້ອງຖິ່ນນຳໃຊ້ເຂົ້າໃນການສ້າງເສດຖະກິດຄອບຄົວ ແລະ ຊຸກຍູ້ການຜະລິດເປັນສິນຄ້າ. ເນື່ອງຈາກ ໂຄງການດັ່ງກ່າວເບື້ອງຕົ້ນໄດ້ມີການປະສານງານກັບ ສູນສາທິດ ແລະ ບໍລິການເຕັກນິກກະສິກຳຮ່ວມມືລາວຈີນ, ຂອງກະຊວງກະສິກໍາ ແລະ ປ່າໄມ້ທີ່ຕັ້ງຢູ່ ແຂວງອຸດົມ ໄຊ, ເພາະສູນດັ່ງກ່າວມີເງື່ອນໄຂເໝາະສົມ ແລະ ເປັນໄປໄດ້ໃນການຮັບຈັດຕັ້ງປະຕິບັດໂຄງການ ແລະ ທາງຝ່າຍມະຫາວິທະຍາໄລກໍມີຈຸດປະສົງຢາກຊຸກຍູ້ສູນດັ່ງກ່າວ ໃຫ້ມີການຂະຫຍາຍກິດຈະກໍາການຜະລິດ ແລະ ປຸງແຕ່ງຜະລິດຕະບັນຈາກໄກ່ພື້ນເມືອງລາວ ເພື່ອຜະລິດເປັນສິນຄ້າຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍ ໃນຢູ່ໃນບັນດາແຂວງພາກເໜືອ ແລະ ສາມາດສົ່ງອອກໄດ້ໃນຕໍ່ໜ້າ.

ໂດຍຜ່ານການຕົກລົງເຫັນດີຈາກລັດຖະມົນຕີຂອງທັງສອງກະຊວງ, ໂຄງການຈຶ່ງໄດ້ມອບໃຫ້ສູນດັ່ງກ່າວເປັນຜູ້ຮັບຈັດຕັ້ງປະຕິບັດຕົວຈິງ, ໂດຍແມ່ນສະຖາບັນນິ ເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບເປັນຜູ້ເຊັນຮັບໂຄງການ ແລະ ສູນສັດຕະວິທະຍາເປັນຜູ້ປະສານງານໂຄງການເພື່ອໃຫ້ມີຜົນປະໂຫຍດຮ່ວມກັນ. ການຈັດຕັ້ງ ປະຕິບັດໂຄງການຕົວຈິງແມ່ນເລີ່ມແຕ່ວັນທີ 12/08/2015 ໂດຍໄດ້ເລີ່ມຕົ້ນການລົງສຳຫຼວດພື້ນທີ່ສ້າງໂຮງເຮືອນພໍ່ແມ່ພັນຢູ່ສູນສາທິດ ແລະ ບໍລິການເຕັກນິກກະສິກຳຮ່ວມ ມື ລາວ-ຈີນ, ແຂວງອຸດົມໄຊ, ລົງສຳຫຼວດແນວພັນໄກ່ພື້ນເມືອງລາວ, ສ້າງໂຮງເຮືອນລ້ຽງໄກ່, ນໍາເຂົ້າອຸປະກອນວິໃຈພະຍາດສັດປີກຈໍານວນໜຶ່ງ, ນຳເຂົ້າອຸປະກອນ ລ້ຽງໄກ່ ແລະ ຕິດຕັ້ງ, ຝຶກອົບຮົມດ້ານວິຊາການ, ຈັດພິມຄູ່ມື;ມາຮອດປະຈຸບັນໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດສຳເລັດແລ້ວປະມານ 90%. ການປະຕິບັດ ໂຄງການໃນໄລຍະຕໍ່ໄປແມ່ນຈະລ້ຽງພໍ່ແມ່ພັນຈຳນວນ 1200 ໂຕໃນລະຫວ່າງກາງເດືອນ ກັນຍາ 2016 ແລະ ຈະສາມາດຜະລິດໄກ່ນ້ອຍອອກມາຮັບໃຊ້ສັງຄົມໄດ້ເດືອນ ລະ 10000 ໂຕ ໃນລະຫວ່າງກາງເດືອນ ທັນວາ 2016.

ຮູບພາບ ແລະ ຂ່າວ: ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ

LEAVE A REPLY

Please enter your comment!
Please enter your name here