ສຶກສາ-ຄົ້ນຄວ້າ ເຕັກນິກການປູກມອນ-ລ້ຽງມ້ອນ ເພື່ອຜະລິດໄໝອິນຊີ

ເພື່ອເປັນການຜະລິດ ໄໝອິນຊີ ອອກມາຮັບໃຊ້ ແລະ ຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການ ເສັ້ນໄໝຢູ່ ສປປ ລາວ ແລະ ຕ່າງປະເທດ, ແນໃສ່ສົ່ງເສີມການພັດທະນາເຕັກນິກ-ວິຊາການດ້ານການຜະລິດໄໝ, ການຖ່າຍ ທອດ ແລະ ແລກປ່ຽນທາງດ້ານເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກວັດທະນະທຳ ແລະ ຮີດຄອງປະເພນີການນຳໃຊ້ຜ້າໄໝຂອງລາວ ທັງເປັນການສ້າງວຽກເຮັດງານທຳໃຫ້ແກ່ແມ່ຍິງລາວ ບັນດາ ເຜົ່າ ໂດຍສະເພາະ ແມ່ຍິງຜູ້ດ້ອຍໂອກາດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານ.

ດ້ວຍຈຸດປະສົງດັ່ງກ່າວ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດພິທີເຊັນສັນຍາຮ່ວມມື ການສຶກສາ-ຄົ້ນຄວ້າເຕັກນິກການປູກມອນ-ລ້ຽງມ້ອນ ເພື່ອຜະລິດໄໝອິນຊີ ລະຫວ່າງ ກວຕ ແລະ ບໍລິສັດ ສອງມືນາງ ຈຳກັດຜູ້ດຽວ (SMN) ຂຶ້ນໃນວັນທີ 14 ກໍລະກົດ 2017 ທີ່ ໂຮງແຮມລາວພາຊາ, ກວຕ.

ທ່ານ ລັດສະໝີ ພັນທະວົງ, ຮັກສາການຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກວຕ ແລະ ທ່ານ ນາງ ແກ້ວສາຍໃຈ ໄຊຍະສອນ, ປະທານ ບໍລິສັດ ສອງມືນາງ ຈໍາກັດຜູ້ດຽວ ຮ່ວມລົງນາມໃນສັນຍາຮ່ວມມືດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ ພ້ອມດ້ວຍທ່ານຮອງລັດຖະມົນຕີ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ນັບແຕ່ມື້ທີ່ທັງສອງຝ່າຍ ໄດ້ລົງນາມເປັນຕົ້ນໄປ, ໃນໄລຍະເວລາ 5 ປີຕໍ່ໜ້າ ຈະໄດ້ສືບຕໍ່ການ ເຄື່ອນໄຫວຂອງ ໂຄງການສຶກສາຄົ້ນຄວ້າທາງດ້ານວິຊາການຂຽນ ໂຄງການ ເພື່ອຊອກຫາແຫຼ່ງທຶນມາສະໜັບສະໜູນໂຄງການ, ຂຽນບົດລາຍງານ ແລະ ຂໍສະເໜີອະນຸມັດໂຄງການຕາມລະບຽບ ການຈັດຄັ້ງປະຕິບັດກິດຈະກຳຕ່າງໆ ຕາມແຜນທີ່ກຳນົດໄວ້ ເພື່ອສົ່ງເສີມວຽກງານດັ່ງກ່າວເຂົ້າໃນແຜນບູລິມະສິດຂອງກະຂວງ ແລະ ລັດຖະບານ. ກິດຈະກຳຂອງໂຄງການປະກອບດ້ວຍ ການສ້າງສວນ ປູກ, ສ້າງໂຮງລ້ຽງມ້ອນເພື່ອຜະລິດຝັກຫຼອດ ໂດຍອີງໃສ່ການຄົ້ນຄວ້າ ແລະ ບົດຮຽນຈາກພາຍໃນ ແລະ ຕ່າງປະເທດ, ສ້າງໂຮງຜະລິດເສັ້ນໄໝ, ສ້າງຫ້ອງວາງສະແດງ ແລະ ເກັບຕົວຢ່າງໄໝທີ່ຜະລິດອອກ.

ຂ່າວ: ພິພາວັນ ໄຊສົງຄາມ

ຮູບພາບ: ທັດສະນີ ພົງບັນດິດ

 

LEAVE A REPLY

Please enter your comment!
Please enter your name here