ສູນສັດຕະວິທະຍາ ສປປ ລາວ ຢ້ຽມຢາມແລກ ປ່ຽນບົດຮຽນ ຢູ່ ບໍລິສັດຜະລິດພໍ່ແມ່ພັນໄກ່ ແລະ ຫົວອາຫານ ຢູນຫຼິງກວງຕ້າ ທີ່ ສປ ຈີນ

ໃນວັນທີ 24 ສິງຫາ ຜ່ານມາ, ທ່ານ ປອ. ວັນນະ ແສງ ພຸດທະປານ, ຫົວໜ້າສູນສັດຕະວິທະຍາ, ສະ ຖາບັນ

ນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມຖອດຖອນບົດຮຽນ ນໍາບໍລິສັດຜະລິດພໍ່ແມ່ພັນໄກ່ ແລະ ຫົວອາຫານ ຢູນຫຼິງກວງຕ້າ ທີ່ ເມືອງ ຄູນມິງ, ແຂວງ ຢູນນານ ສປ ຈີນ.

ຈຸດປະສົງຂອງການໄປຢ້ຽມຢາມ ແມ່ນເພື່ອຖອດຖອນບົດຮຽນ, ປຶກສາຫາລື ແລະ ສຶກສາການຄຸ້ມຄອງ ການດຳເນີນທຸລະກິດຂອງບໍລິສັດດັ່ງກ່າວ. ການຢ້ຽມຢາມໃນຄັ້ງນີ້ ຄະນະຍັງໄດ້ຮັບຟັງການລາຍງານສະພາບ ຄວາມເປັນມາຂອງບໍລິສັດຈາກ ທ່ານ ນາງ ຫຼິວຫາຍແຢ້ນ, ຮອງປະທານບໍລິສັດ ແລະ ໄດ້ລົງສຶກສາຕົວຈິງຢູ່ ໂຮງງານຜະລິດຫົວອາຫານສັດ, ສຶກສາວັດຖຸດິບປ້ອນໂຮງງານ ແລະ ຂັ້ນຕອນການຜະລິດຫົວອາຫານ, ສໍາຫຼວດ ໂຮງງານປຸງແຕ່ງຜະລິດຕະພັນສັດປີກ, ສຶກສາວິທິການປຸງແຕ່ງຜະລິດຕະພັນໄຂ່ ແລະ ສໍາຫຼວດຟາມລ້ຽງສັດປີກ ດ້ວຍລະບົບເຕັກນິກທີ່ທັນສະໄໝ, ສຶກສາຂັ້ນຕອນການຜະລິດໄກ່ ແລະ ໄຂ່.

ຜ່ານການໄປຢ້ຽມຢາມໃນຄັ້ງນີ້ ສາມາດຍົກລະດັບຄວາມຮູ້ຂອງພະນັກງານສູນສັດຕະວິທະຍາໃຫ້ມີຈິນຕະນາການ ແລະ ແນວຄວາມຄິດ ໃໝ່ເພື່ອນຳໃຊ້ຄວາມ ຮູ້ດັ່ງກ່າວເຂົ້າຮັບໃຊ້ໃນໜ້າທີ່ວຽກງານຂອງຕົນ.

ໂອກາດນີ້, ທ່ານ ປອ ວັນນະແສງ ພຸດທະປານ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງປະທານບໍລິສັດ ທີ່ໄດ້ສະຫຼະເວລາອັນມີຄ່າມາແນະນຳຄວາມເປັນມາ, ການຄຸ້ມຄອງທຸລິກິດຂອງບໍລິສັດ, ແລະ ໄດ້ຕອບຂໍ້ຂ້ອງໃຈຂອງຄະນະຜູ້ແທນຝ່າຍລາວ.

ຮູບພາບ ແລະ ຂ່າວ: ສູນສັດຕະວິທະຍາ

 

LEAVE A REPLY

Please enter your comment!
Please enter your name here