ປູກຈິດສໍານຶກດ້ານການຄົ້ນຄວ້າວິທະຍາສາດ

ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຈັດ

ພິທີປູກຈິດສໍານຶກດ້ານການຄົ້ນຄວ້າວິທະຍາສາດ ໃຫ້ແກ່ນ້ອງນັກຮຽນປະຖົມດ່ານຊ້າງພິທີປູກຈິດ ສໍານຶກດ້ານ ການຄົ້ນຄວ້າວິທະຍາສາດ ໃຫ້ແກ່ນ້ອງນັກຮຽນປະຖົມດ່ານຊ້າງ ຂຶ້ນໃນຕອນເຊົ້າຂອງວັນທີ 18 ຕຸລາ ຜ່ານມາ ຢູ່ ສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີຊີວະພາບ, ບ້ານດ່ານຊ້າງ ໂດຍການເປັນປະທານຂອງ ທ່ານ ລັດສະ ໜີ ພັນທະວົງ, ຮັກສາການຫົວໜ້າ ສະຖາບັນນິເວດວິທະຍາ ແລະ ເຕັກໂຊໂລຊີຊີວະພາບ.

ໂອກາດນີ້, ທ່ານ ລັດສະໜີ ພັນທະວົງ ໄດ້ກ່າວເຖິງຈຸດປະສົົງຂອງພິທີຄັ້ງນີ້ວ່າ: ການຈັດພິທີມື້ນີ້ເພື່ອ ປູກຈິດສຳນຶກ ດ້ານວິທະຍາສາດໃນຂົງເຂດນິເວດວິທະຍາສາດ ແລະ ເຕັກໂນໂລຊີຊີວະພາບ ໃຫ້ແກ່ນ້ອງນັກຮຽນ ໄດ້ສຶກສາລະບົບ ຄວາມຮູ້ກ່ຽວກັບທາດແທ້ຂອງວັດຖຸ ແລະ ປາກົດການກົດເກນຂອງທຳມະຊາດ ແລະ ສັງຄົມ ຕາມຈິນຕະນາການບົນ ພື້ນຖານທົດສອບຄວາມເປັນຈຶງຊຶ່ງວິທະຍາສາດແມ່ນທຸກສິ່ງທີ່ຢູ່ອ້ອມຕົວເຮົາ ຕ້ອງມີ ວິທະຍາສາດເຂົ້າມາເປັນຕົວຊ່ວຍ ຈຶ່ງສາມາດເກີດມີເຕັກໂນ ໂລຊີແລ້ວ ກາຍເປັນນະວັດຕະກໍາອອກມາຮັບໃຊ້ ສັງຄົມ ເຊັ່ນ: ເສື້ອຜ້າ, ໂມງ, ໂທລະສັບ, ອິນເຕີເນັດ ແລະ ພາຫະນະກົນຈັກ, ເຮືອບິນ ກ້າວໄປເຖິງຍານອະວະກາດ ຊຶ່ງສິ່ງເຫຼົ່ານີ້ແມ່ນວິວັດທະນາການໃນຍຸກໂລກາພິວັດ.

ທ່ານ ກ່າວຕື່ມວ່າ: ສໍາລັບ ສປປ ລາວ ແມ່ນຂະແໜງວິທະຍາສາດທີ່ຫາກໍໄດ້ມີການລິເລີ່ມ ແລະ ມີການຂະຫຍາຍຕົວເຂົ້າໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໜ ທີ່ມີ ກວຕ ເປັນອົງກອນຫຼັັກ ໃນການຂັບເຄື່ອນວຽກງານດ້ານວິເຄາະວິໄຈພືດຊີວະພາບຕ່າງໆ ໄປຄຽງຄູ່ກັບຊັບພະຍາກອນປ່າໄມ້, ບໍ່ແຮ່, ຫ້ວຍນໍ້າລໍາເຊທີ່ ກຳລັງຖືກທຳລາຍ. ຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ກໍແມ່ນໜຶ່ງໃນຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທີ່ມີຄຸນຄ່າ ແລະ ມີຄວາມສຳຄັນ ຊຶ່ງທາງ ສະຖາບັນນິເວດວິທະຍາສາດ ແລະ ເຕັກໂນໂລຊີຊີວະພາບ ໄດ້ສຶກສາຄົ້ນຄວ້າລວບລວມ, ເກັບຮັກສາອະນຸລັກ ແລະ ພັດທະນານໍາໃຊ້ເຂົ້າໃນການຊຸກຍູ້ການຜະລິດເປັນ ສິນຄ້າແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຊຶ່ງມີຫຼາຍປະເທດໄດ້ນໍາໃຊ້ເປັນເສດຖະກິດຊີວະພາບ ທີ່ເອີ້ນວ່າ BlOECONOMY ເຊັ່ນ: ປະເທດສິງກະໂປ ທັງທີ່ບໍ່ເຄີຍມີຊັບພະຍາກອນຊີວະນາໆພັນດັ່ງກ່າວນີ້ ແຕ່ຫາກມີວິໄສທັດໃນການລວບລວມສະສົມອະນຸລັກ ແລະ ຂະຫຍາຍພັນກ່ຽວກັບພຶດ ແລະ ສັດຊະນິດຕ່າງໆທີ່ນໍາມາຈາກທົ່ວໂລກ ມາໄວ້ສະຖານທີ່ດຽວ ແລ້ວສ້າງເປັນສວນພຶດສາຊາດ SlNGAPORE BOTANlC GARDEN ແລະ ສວນສັດ ZOO NlGHTSAFARl ທີ່ກຳລັງຂໍຈົດທະບຽບເປັນມໍລະດົກໂລກ ເພື່ອກາຍມາເປັນແຫຼ່ງທ້ອງທ່ຽງ ແລະ ສ້າງລາຍຮັບອັນມະຫາສານເຂົ້າສູ່ເສດຖະກິດຂອງຊາດ.

ໂອກາດນີ້, ທ່ານ ນາງ ສົມຜາຫຼາ ເສີດຜາດ, ອໍານວຍການໂຮງຮຽນປະຖົມດ່ານຊ້າງ ກ່າວວ່າ: ຂ້າພະເຈົ້າຮູ້ສຶກ ເປັນກຽດ ແລະ ພູມໃຈຢ່າງຍິ່ງທີ່ໄດ້ຮັບມອບ ໜາຍຈາກຄະນະຊື້ນຳ ເພື່ອສຶກສາຄວາມຮູ້ກ່ຽວກັບລະບົບນິເວດວິທະຍາສາດ ແລະ ເຕັກໂນໂລຊີຊີວະພາບ ໃນທິດທາງພະຍາກອນທຳມະຊາດຈາກເຊື້ອລາ ໃນແມງໄມ້ ຜະລິດເປັນຢາກໍາຈັດສັດຕູພຶດ, ຢາປ້ອງກັນພະຍາດມະເລັງ ແລະ ອື່ນໆ ເພື່ອສ້າງຈິດສຳນຶກໃຫ້ແກ່ພວກນ້ອງນັກຮຽນໃນວຽກງານດັ່ງກ່າວ ເວົ້າລວມ, ເວົ້າສະເພາະ ແມ່ນ ການສ້າງເງື່ອນໄຂໃຫ້ແກ່ການສຶກສາ ດ້ານວິທະຍາສາດ ແລະ ທຳມະຊາດ ຂອງ ສປປ ລາວ.

ທ່ານ ນາງ ສົມຜາຫຼາ ເສີດຜາດ, ອຳນວນການ ໂຮງຮຽນປະຖົມດ່ານຊ້າງ, ຄູອາຈານ ແລະ ນ້ອງໆນັກຮຽນໂຮງຮຽນດັ່ງກ່າວ, ບັນດາຜູ້ຕງໜ້າ ຫ້ອງການ, ກົມ, ສະຖາບັນ, ພະນັກງານ ພາຍໃນ ກວຕ ເຂົ້າຮ່ວມພິທີຄັ້ງນີ້.

ຂ່າວ: ບາລະຄອນ ສຸວັນນະພາສີ

ຮູບພາບ: ນ. ທັດສະນີ ພົງບັນດິດ

 

LEAVE A REPLY

Please enter your comment!
Please enter your name here