ກອງປະຊຸມປຶກສາຫາລືການຮ່ວມມື ການພັດ ທະນາການ ປູກມອນ-ລ້ຽງມ້ອນ ຢູ ສປປ ລາວ

ກອງປະຊຸມປຶກສາຫາລືການຮ່ວມມື ທາງດ້ານການ ພັດທະນາການປູກມອນ-ລ້ຽງມ້ອນ ຢູ ສປປ ລາວ ລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແລະ ມະຫາວິທະຍາສາດໄລ ຊູໂຈ, ສປ ຈີນ ໄດ້ຈັດຂຶ້ນໃນ ຕອນເຊົ້າຂອງວັນທີ 28 ພະຈິກ 2017 ທີ່ຫ້ອງປະຊຸມ ກວຕ. ການປຶກສາຫາລືຄັ້ງນີ້, ຝ່າຍ ກວຕ ນໍາໂດຍ ທ່ານ ປອ. ຈັນແສງ ພິມມະວົງ, ຮອງລັດຖະມົນຕີ ກວຕ ພ້ອມດ້ວຍຄະນະ ແລະ ຝ່າຍ ມະຫາວິທະຍາສາດໄລ ຊູໂຈ, ສປ ຈີນ ນໍາໂດຍ ທ່ານ ນ. ລູ່ຈຽນເມີຍ, ຮອງອະທິ ການບໍດີ ມະຫາວິທະຍາໄລ ຊູໂຈ ແລະ ຄະນະ.

ໂອກາດນີ້, ສອງຝ່າຍ ໄດ້ປຶກສາຫາລື ວ່າດ້ວຍການຮ່ວມມືທາງດ້ານການພັດທະນາການປູກມອນ- ລ້ຽງມ້ອນ ເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ເປິດປ້າຍສ້າງສູນວິໄຈການປູກມອນ-ລ້ຽງມ້ອນ ຢູ່ ສປປ ລາວ ເພື່ອເປັນການສົ່ງເສີມການຜະລິດໄໝອອກຮັບໃຊ້ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານໄໝ ຢູ່ ສປປ ລາວ ແລະ ຕ່າງປະເທດ. ການຮ່ວມມືດັ່ງກ່າວ ແນໃສ່ການພັດທະນາເຕັກນິກ-ວິຊາການ ດ້ານການຜະ ລິດໄໝ, ການຖ່າຍທອດ ແລະ ການແລກປ່ຽນທາງດ້ານເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກວັດທະນາທຳ ແລະ ຮີດຄອງປະເພນີ ດ້ານການນຳໃຊ້ຜ້າໄໝຂອງລາວ ທັງເປັນການຊອກວຽກເຮັດງານທຳໃຫ້ແກ່ແມ່ຍິງລາວບັນດາເຜົ່າ ໂດຍສະເພາະ ແມ່ນແມ່ຍິງຜູ້ດ້ອຍໂອກາດ ໃຫ້ຫຼຸດພົ້ນອອກຈາກຄວາມ ທຸກຍາກ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.

ເປົ້າໝາຍຂອງການຮ່ວມມືດັ່ງກ່າວນີ້ ເພື່ອເປັນການຜັນຂະຫຍາຍນະໂຍບາຍ ຂອງ ສປ ຈີນ “ໜຶ່ງແລວທາງ ໜຶ່ງເສັນທາງ” ທີ່ເໜັ້ນໜັກການນໍາເອົາແນວ ພັນມອນ ແລະ ມ້ອນ ທີ່ດີເລີດ ຂອງ ສປ ຈີນ, ນຳເອົາຜົນການຄົ້ນຄວ້າ ແລະ ການນຳໃຊ້ເຕັກນິກໃໝ່ ແລະ ຜົນສຳເລັດໃນຮູບແບບການສົ່ງເສີມ ທີ່ສອງຝ່າຍຈະຮ່ວມ ມືກັນ ໃນການພັດທະນາເຕັກນິກການປູກມອນ-ລ້ຽງມ້ອນ ແລະ ການສ້າງສວນສາທິດ, ເພື່ອເປັນການສົ່ງເສີມການພັດທະນາ ໃນຂະແໜງການປູກມອນ-ລ້ຽງມ້ອນທັນ ສະໄໝ ຂອງ ສປປ ລາວ ແລະ ໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

 

ບົດຂ່າວ: ບາລະຄອນ ສຸວັນນະພາສີ

ຮູບພາບ: ນ. ພິພາວັນ ໄຊສົງຄາມ

 

LEAVE A REPLY

Please enter your comment!
Please enter your name here