ປະກາດການແຕ່ງຕັ້ງຫົວໜ້າ ສະຖາບັນ ນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ຜູ້ໃໝ່

ວັນທີ 11 ມັງກອນ 2019 ຢູ່ຫ້ອງປະຊຸມ ສະຖາບັນການ ຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງວິທະ

ຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ມີພິທີປະກາດການແຕ່ງຕັ້ງຫົວໜ້າ ສະຖາບັນສະຖາບັນ ນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບຜູ້ໃໝ່ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກໍາມະ ການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກວຕ.

ໂອກາດນີ້, ທ່ານ ບຸນປອນ ບົວແພງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານ ດຳລັດ ຂອງນາ ຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ເລກທີ 02/ນຍ, ລົງວັນທີ 10 ມັງກອນ 2018 ໂດຍໄດ້ແຕ່ງຕັ້ງ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ, ຮອງຫົວໜ້າກົມ ວິ ທະຍາສາດ ເປັນຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບຜູ້ໃໝ່.

ການແຕ່ງຕັ້ງດັ່ງກ່າວ ກໍເພື່ອຮອງຮັບວຽກງານຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະ ພາບ ແລະ ປ່ຽນແທນຮັກສາການຫົວໜ້າສະຖາບັນຄົນ ເກົ່າທີ່ເຖິງກະສຽນຮັບບໍານານ.

ທ່ານລັດຖະມົນຕີ ກວຕ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີຊຶ່ງທ່ານໄດ້ກ່າວເຖິງ ທ່ານ ປອ. ນ. ແກ້ວວິວອນ ອຸດທະຈັກ ເປັນບຸກຄົນ ທີ່ມີຄວາມຮູ້, ຄວາມສາມາດ, ປະ ສົບການ, ຜົນງານໃນຫຼາຍດ້ານ, ຜ່ານການບຸກບືນ-ຝຶກຝົນຫຼໍ່ຫຼອມຕົນເອງ ໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນເປັນແຕ່ລະບາດກ້າວ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດ ຕັ້ງເປັນຢ່າງດີ.

ທ່ານ ໄດ້ເນັ້ນໜັກຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈົ່ງສືບຕໍ່ສຸມທຸກເຫື່ອແຮງ, ສະຕິປັນຍາ, ຍົກລະດັບ ຄວາມຮູ້ຄວາມສາມາດ, ຮັກສາຄວາມສາມັກຄີພາຍໃນ ເປັນປຶກແຜ່ນ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີປະສິທິພາບ ແລະ ປະສິດທິຜົນ, ສຸມເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເວົ້າລວມ, ເວົ້າ ສະເພາະ ແມ່ນວຽກງານໃນຂົງເຂດທີ່ຕົນເອງຮັບຜິດຊອບ ກໍຄືວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ໄດ້ຮັບໝາກຜົນຍິ່ງໃຫຍ່ກວ່າເກົ່າ.

ເຂົ້າຮ່ວມພິທີຄັ້ງນີ້ ມີບັນດາທ່ານຮອງລັດຖະມົນຕີ, ຄະນະພັກ, ຄະນະນໍາ ແລະ ພະນັກງານ ກວຕ.

ຂ່າວ: ບຸນທັນ ນັນທະວົງ

ຮູບ: ແສງທອງ ວັນນະທຳ

 

LEAVE A REPLY

Please enter your comment!
Please enter your name here