ມອບ-ຮັບໜ້າທີ່ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ

ພິທີມອບ-ຮັບ ໜ້າທີ່ຫົວໜ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ່ 31 ມັງກອນ 2019 ທີ່ຫ້ອງປະຊຸມຂອງສະຖາ ບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນ ກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ບັນດາທ່ານຮອງລັດຖະ ມົນຕີ, ຫົວໜ້າຫ້ອງການ, ກົມ, ສະຖາບັນ ແລະ ພະນັກງານວິຊາການພາຍໃນສະ ຖາບັນທີ່ກ່ຽວຂ້ອງເຂົ້າຮ່ວມພິທີຄັ້ງນີ້.

ຈຸດປະສົງຂອງການຈັດພິທີມອບ-ຮັບໜ້າທີ່ໃນຄັ້ງນີ້ແມ່ນເພື່ອຮອງຮັບໃຫ້ແກ່ການຈັດຕັ້ງປະຕິບັດວຽກ ງານຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີ ວະພາບ ພາຍຫຼັງທີ່ຫົວໜ້າສະຖາບັນຜູ້ເກົ່າຮອດອາຍຸກະ ສຽນເຂົ້າຮັບບໍານານ.

ໂດຍອີງຕາມກົດໝາຍພະນັກງານລັດຖະກອນແລ້ວບຸກຄົນໃດຫາກອາຍຸຮອດກະສຽນແລ້ວຕ້ອງໄດ້ມີ ການປ່ຽນແທນທັງນີ້ກໍເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ ດຳເນີນຕໍ່ໄປໃນໜ້າເພື່ອພັດທະນາ ແລະ ສ້າງສາປະ ເທດຊາດ ໃຫ້ຈະເລີນຮຸ່ງເຮືອງຕາມການມອບໝາຍ ແລະ ການຊີ້ນຳຂອງພັກ-ລັດ.

ໃນພິທີຍັງໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ຫົວຫນ້າສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບ ລະຫວ່າງ ທ່ານ ລັດສະໝີ ພັນທະວົງ ຮັກສາ ການຫົວໜ້າສະຖາບັນນິເວດວິທະຍາດ ແລະ ເຕັກໂນໂລຊີ ຊີວະພາບ ຜູ້ເກົ່າ ແລະ ທ່ານ ປອ. ນາງ ແກ້ວວິວອນ ອຸດທະຈັກ ຫົວໜ້າສະຖາບັນນິເວດວິທະຍາດ ແລະ ເຕັກໂນໂລຊີ ຊີວະພາບ ຜູ້ໃໝ່.

ໂອກາດນີ້, ທ່ານລັດຖະມົນຕີ ກວຕ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີຄັ້ງນີ້ວ່າ: ວຽກງານຂອງສະຖາບັນນິເວດວິທະຍາ ແລະ ເຕັກໂນໂລຊີ ຊີວະພາບແມ່ນວຽກງານ ໜຶ່ງ ທີ່ສຳຄັນສະນັ້ນ, ທຸກຄົນຕ້ອງໄດ້ພາກັນສຸມສະຕິປັນຍາຄວາມຮູ້ຄວາມສາມາດເຂົ້າໃນຂົງເຂດວຽກງານສະເພາະຂອງຕົນ ແລະ ການຄົ້ນຄວ້າສຶກສາດີເອັນເອຂອງພັນພືດ ແລະ ສັດນາໆພັນ, ຄົ້ນຄິດຊອກຫາຢາປິ່ນປົວພະຍາດຕ່າງໆເພື່ອຕອບສະໜອງໃຫ້ແກ່ສັງຄົມ ພ້ອມດຽວກັນນັ້ນ, ສະຖາບັນຕ້ອງມີຄວາມເຂັ້ມແຂງທີ່ສຸດ ແລະ ສ້າງຫ້ອງ ທົດລອງຫຼ້າຍໆປະເພດເພື່ອສຶກສາຄົ້ນຄວ້າແລ້ວນຳເອົາວຽກງານວິຊາສະເພາະລົງເຖິງກຳລັງການຜະລິດຕົວຈິງຕາມຊົນນະບົດ ແລະ ເປີດກວ້າງໂຄສະນາບໍລິການທາງດ້ານ ວິທະຍາສາດໃຫ້ແກ່ສັງຄົມ.

ທ່ານຍັງໄດ້ເນັ້ນໃຫ້ສະຖາບັນດັ່ງກ່າວ ສຸມໃສ່ກໍ່ສ້າງບຸກລາຄະກອນໄດ້ສຶກສາອົບຮົມ ແລະ ຍົກລະດັບທາງດ້ານວິຊາສະເພາະຈາກຕ່າງປະເທດ ເພື່ອນຳເອົາ ຄວາມຮູ້ຄວາມສາມາດ ມານຳໃຊ້ເຂົ້າໃນຂະແໜງການຕ່າງໆທີ່ກ່ຽວຂ້ອງເຮັດໃຫ້ມີການພັດທະນາໄປແຕ່ລະບາດກ້າວເພື່ອໃຫ້ປະເທດຊາດຈະເລີນຮຸ່ງເຮືອງ ແລະ ທັນສະ ໄໝທຽບເທົ່າສາກົນ.

 

LEAVE A REPLY

Please enter your comment!
Please enter your name here